ການ​ຍິງ​ຈະຫຼວດສົ່ງ​ດາວ​ທຽມ NanoDragon ຂອງ​ຫວຽດ​ນາມ​ໄດ້​ຢ່າງ​ສຳ​ເລັດ​ຜົນ

15:07 | 13/11/2021

ຍສໝ - NanoDragon ໄດ້​ຮັບ​ການ​ພັດ​ທະ​ນາ​ດ້ວຍ​ເປົ້າ​ໝາຍ​ເພື່ອຢັ້ງ​ຢືນ​ວ່າ​ສາ​ມາດ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ລຳ​ແສງ​ດາວ​ທຽມ​ຂະ​ໜາດ​ນ້ອຍ​ທີ່​ສຸດ​ເພື່ອ​ຮັບ​ສັນ​ຍາ​ນ​ລະ​ບຸບ​ຕົວ​ຕົນ​ຢ່າງ​ອັດ​ຕະ​ໂນ​ມັດ (AIS) ຂອງ​ເຮືອ.

ກອງ​ປະ​ຊ​ຸ​ມ​ທາງ​ໄກ ແມ່​ຍິງ ຫວຽດ​ນາມ ເຂົ້າ​ຮ່ວມ​ກາ​ນ​ກະ​ທຳ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ກອງ​ປະ​ຊ​ຸ​ມ​ທາງ​ໄກ ແມ່​ຍິງ ຫວຽດ​ນາມ ເຂົ້າ​ຮ່ວມ​ກາ​ນ​ກະ​ທຳ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ຫາງ​ສຽງ​ສາ​ກົນ ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ຄຳ​ໝັ້ນ​ສັນ​ຍາ​ຂອງ ຫວຽດ​ນາມ ຢູ່ COP26 ຫາງ​ສຽງ​ສາ​ກົນ ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ຄຳ​ໝັ້ນ​ສັນ​ຍາ​ຂອງ ຫວຽດ​ນາມ ຢູ່ COP26
ພາບປະກອບ
ພາບປະກອບ

ເວລາ 7 ໂມງ 55 ນາ​ທີ 16 ວິນາທີ (ຕາມເວລາທີ່ຮ່າໂນ່ຍ) ວັນທີ 9 ພະຈິກ, ຈະຫຼວດ Epsilon ໝາຍເລກ 5 ໄດ້ຍິງຂຶ້ນສູ່ວົງໂຄຈອນ, ນຳເອົາດາວທຽມ NanoDragon ຂອງຫວຽດນາມ. ນີ້ເປັນ​ຄັ້ງ​ທີ 4 ທີ່ຈະຫຼວດ Epsilon ເລກທີ 5 ໄດ້​ມີກຳນົດຍິງ ແລະ ໄດ້​ນຳສົ່ງດາວທຽມ NanoDragon ຮ່ວມ​ກັບ​ດາມ​ທຽມ​ອື່ນອີກ 8 ດວງ ຂຶ້ນສູ່ອາວະກາດໄດ້ຢ່າງສຳເລັດຜົນ, ຫຼັງ​ຈາກ​ໄດ້​ມີ​ການ​ເລື່ອນການຍິງສົ່ງດາວທຽມ 3 ຄັ້ງ ໃນວັນທີ 1 ຕຸລາ, ວັນທີ 7 ຕຸລາ ແລະ 7 ພະ​ຈິກ ຍ້ອນສະ​ພາບອາກາດ ແລະ ສະ​ພາບ​ເຕັກນິກ.

ປະມານ 11 ໂມງ 07 ນາ​ທີ (ຕາມເວລາທ້ອງຖິ່ນ, ຄື 09 ໂມງ 07 ນາ​ທີ ຕາມເວລາຂອງຫວຽດນາມ), ດາວທຽມ NanoDragon ຂອງ​ຫວຽດ​ນາມໄດ້ແຍກອອກຈາກຈະຫຼວດ Epsilon ໝາຍເລກ 5 (Epsilon-5) ຢ່າງສໍາເລັດຜົນ ແລະ ບິນລອຍ​ໃນຮ້ວງອາວະກາດດ້ວຍຕົວມັນເອງ. ນີ້ເປັນດາວທຽມດວງສຸດທ້າຍທີ່​ຖືກຈະຫຼວດປ່ອຍ​ສູ່ອາວະກາດ. ຮອດເວລາ 11 ໂມງ 30 ນາ​ທີ, NanoDragon ໄດ້ບິນລອຍຜ່ານນ່ານ​ຟ້າ​ຂອງຫວຽດນາມເປັນຄັ້ງທຳອິດ.

NanoDragon ເປັນດາວທຽມ 100% ທີ່ໄດ້ຮັບ​ການຄົ້ນຄ້ວາ, ອອກແບບ ແລະ ຜະລິດຢູ່ຫວຽດນາມ. ມາຮອດປະຈຸບັນ, ສູນອາວະກາດຫວຽດນາມ ໄດ້ນຳດາວທຽມ 3 ດວງຂຶ້ນໄປ​ເຄື່ອນ​ໄຫວໃນອາວະກາດ, ເປັນຂີດໝາຍຄວາມ​ສຳ​ເລັດເບື້ອງຕົ້ນໃນການຜະລິດ ແລະ ການຍິງສົ່ງດາວທຽມຂະ​ໜາດ​ນ້ອຍຈຳນວນໜື່ງ, ມີຄວາມໝາຍໃນການສຶກ​ສາ ແລະ ການທົດລອງທາງເຕັກໂນໂລຊີຂຶ້ນ​ສູ່ອາວະກາດ.

NanoDragon ໄດ້ຖືກພັດທະນາ ໂດຍມີຈຸດປະສົງເພື່ອຢັ້ງ​ຢືນໃຫ້ເຫັນວ່າ ສາມາດນຳໃຊ້ເຕັກໂນໂລຊີລຳ​ແສງດາວທຽມຂະ​ໜາດ​ນ້ອຍທີ່​ສຸດ ເພື່ອຮັບສັນຍານລະ​ບຸ​ຕົວ​ຕົນຢ່າງອັດຕະໂນມັດ (AIS) ຂອງເຮືອ, ນໍາໃຊ້ໃນຈຸດປະສົງການຕິດຕາມ, ກວດ​ກາຍານພາຫະນະຢູ່ເທິງທະເລ. ຄຽງ​ຄູ່​ກັນນັ້ນ, ດາວທຽມນີ້ຍັງຖືກອອກແບບມາເພື່ອກຳ​ນົດ​ຄຸນ​ນະພາບຂອງລະບົບການຄວບຄຸມ, ກຳນົດທິດ​ທາງດາວທຽມ ແລະ ຄອມພິວເຕີຈຳ​ນວນ​ໜຶ່ງ​ທີ່ພັດທະນາໃໝ່ ຊຶ່ງ​ໄດ້​ຮັບ​ການ​ພັດ​ທະ​ນາສະເພາະແກ່ດາວທຽມຂະໜາດນ້ອຍ.

ໄຊພອນ

ເຫດການ
302 Found

Found

The document has moved here.