ຍສໝ - ປະຈຸບັນ ການາ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ ຢູ່ພາກພື້ນ ອາຟຣິກາ ຕາເວັນຕົກ ດ້ວຍວົງເງິນການຄ້າສອງຝ່າຍໃນປີ 2023 ບັນລຸ 733 ລ້ານ USD. ເຖິງຢ່າງໃດກໍ່ຕາມ, ບັນດາໝາກຜົນນີ້ ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນໃຫຍ່ ແລະ ຄວາມປາຖະໜາຂອງ 2 ປະເທດ.
ຍສໝ - ວັນທີ 19 ເມສາ, ສະຫະພັນສະຫະກອນແຂວງ ໄທງວຽນ ສົມທົບກັບ ສະມາຄົມເສດຖະກິດ - ວັດທະນະທໍາ ສ.ເກົາຫຼີ - ຫວຽດນາມ (KOVECA) ແລະ ບໍລິສັດ ຫວຽດນາມ - ສ.ເກົາຫຼີ Showroom ຈຳກັດ ໄດ້ຈັດການສຳມະນາ “ແລກປ່ຽນເສດຖະກິດ ເພື່ອສົ່ງເສີມການຄ້າ ຫວຽດນາມ ແລະ ສ.ເກົາຫຼີ”.
ຍສໝ - ທ່ານນາງ Anne Le Hénanff, ຜູ້ຕາງໜ້າສະພາແຫ່ງຊາດແຂວງ Morbihan, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຝຣັ່ງ - ຫວຽດນາມ ຂອງສະພາແຫ່ງຊາດ ຝຣັ່ງ ແລະ ຜູ້ຕາງໜ້າອົງການພັດທະນາ ຝຣັ່ງ (AFD) ປະຈຳ ຫວຽດນາມ ໄດ້ມີບັນດາການລົງຕົວຈິງທີ່ໜ້າຈັບໃຈ ເມື່ອມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮວ່າບິ່ງ ໃນໄລຍະທີ່ຜ່ານມານີ້.
ຍສໝ - ນີ້ແມ່ນຄຳປາໄສຂອງທ່ານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ທີ່ການຮັບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊົນເຜົ່າ” ຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໃນວັນທີ 23 ເມສາຢູ່ ຮ່າໂນ້ຍ. ຫຼຽນກາລະນຶກ ແມ່ນລາງວັນເພື່ອຮັບຮູ້ບັນດາການປະກອບສ່ວນໃນການຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນຫວຽດນາມ ແລະ ຍີ່ປຸ່ນ.
ຍສໝ - ວັນທີ 17 ເມສາ, ຢູ່ແຂວງ ດົ່ງນາຍ ໄດ້ດຳເນີນກອງປະຊຸມໃຫຍ່ສະມາຄົມມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງນາຍ ຄັ້ງທີ 2. ຢູ່ທີ່ນີ້, ປະທານສະມາຄົມມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງນາຍ ອາຍຸການ 2024 – 2029 ທ່ານ ກ່າວວັນກວາງ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ບັນດາສະມາຊິກ ຈະສາມັກຄີ, ເປັນເຈົ້າການ, ສ້າງສັນໃນການນຳການເຄື່ອນໄຫວຂອງສະມາຄົມມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງນາຍ ເຄື່ອນໄຫວຢ່າງມີປະສິດທິຜົນ, ...
ຍສໝ - ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ນະຄອນ ໂຮ່ຈີມິນ ໂດຍທ່ານ ຮວິ່ງແທ່ງເລິບ, ປະທານສະມາຄົມເປັນຫົວໜ້າຄະນະ ຫາກໍມີການໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງ New Delhi, ສາທາລະນະລັດ ອິນເດຍ ຕາມຄຳເຊີນຂອງກົງສຸນໃຫຍ່ ອິນເດຍ ປະຈຳນະຄອນ ໂຮ່ຈີມິນ.
ຍສໝ - ນີເຊຣີ ໄດ້ກາຍເປັນປະເທດທໍາອິດໃນໂລກທີ່ນຳໃຊ້ Men5CV, ວັກຊີນໃຫມ່ຊະນິດໜຶ່ງເພື່ອຕ້ານການອັກເສບເຫຍື່ອຫຸ້ມສະໝອງ.
ຍສໝ - ວັນທີ 20 ເມສາ, ຄະນະປະຕິບັດງານຂອງສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝຣັ່ງ ສົມທົບກັບກຸ່ມຜູ້ແທນມິດຕະພາບ ຫວຽດນາມ - ຝຣັ່ງ; ຄະນະຜູ້ແທນສະພາແຫ່ງຊາດແຂວງ ດ້ຽນບຽນ; ກອງທຶນປົກປ້ອງເດັກນ້ອຍ ຫວຽດນາມ; ໂຮງໝໍມິດຕະພາບ ຫວຽດດຶກ ໄດ້ຈັດຕັ້ງລາຍການເຮັດວຽກ ແລະ ມອບຂອງຂວັນຢູ່ເມືອງ ດ້ຽນບຽນດົງ, ແຂວງ ດ້ຽນບຽນ.
ຍສໝ - ຕອນບ່າຍວັນທີ 18 ເມສານີ້, ຢູ່ສູນວັດທະນະທຳຫວຽດນາມ, ນະຄອນຫຼວງວຽງຈັນ, ພິທີເປີດງານວາງສະແດງຮູບພາບສິລະປະ “ປະເທດຊາດຢູ່ຝັ່ງທະເລ” ໄດ້ໄຂຂຶ້ນໂດຍທ່ານ ສະມາຄົມນັກສິລະປະການຖ່າຍຮູບຫວຽດນາມ ສົມທົບກັບສູນວັດທະນະທໍາຫວຽດນາມ ປະຈໍາລາວ ແລະ ສະຖາບັນວິຈິດສິນແຫ່ງຊາດລາວ.
ຍສໝ - ເດືອນເມສານີ້, ຫວຽດນາມ - ຝຣັ່ງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນພາສາ ຝຣັ່ງ ສາກົນ ແລະ ຄົບຮອບ 51 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຝຣັ່ງ (1973-2024). ເນື່ອງໃນໂອກາດນີ້, ກອງປະຊຸມໃຫຍ່ສະມາຄົມມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງນາຍ ຄັ້ງທີ 2 (ອາຍຸການ 2024-2029) ກໍໄດ້ດຳເນີນ.
ຍສໝ - ອົດສະຕຣາລີ ເປີດຕົວກອງທຶນການຕ່າງປະເທດວິທະຍາສາດຮອບທຳອິດ ທີ່ມີມູນຄ່າ 40 ລ້ານໂດລາ ອົດສະຕຣາລີ. ຂໍ້ລິເລີ່ມນີ້ ເພື່ອເພີ່ມທະວີກຳລັງແຮງອ່ອນຂອງປະເທດນີ້ໃນອາຊີ-ປາຊີຟິກ.
ຍສໝ - ບັນດາຜູ້ແທນໄດ້ຮັບຊົມບັນດາລາຍການສະແດງສິລະປະ ທີ່ພົ້ນເດັ່ນຂອງ 2 ຊາດ ຫວຽດນາມ ແລະ ລາວ, ພ້ອມກັນຢ້ຽມຊົມຮ້ານວາງສະແດງໜັງສືຫວຽດເດີມ, ຜະລິດຕະພັນ, ສິນຄ້າຂອງ ສອງປະເທດ.
ຍສໝ - ຕອນເຊົ້າວັນທີ 17 ເມສາ, ທີ່ສູນວັດທະນະທຳ ຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ໄດ້ດຳເນີນວັນບຸນວັດທະນະທຳ-ເຊື່ອມຕໍ່ການຄ້າ ໂດຍສະມາຄົມຕິດຕໍ່ພົວພັນກັບຄົນ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ສົມທົບກັບສະມາຄົມວິສາຫະກິດ ຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ແລະ ສູນວັດທະນະທຳ ຫວຽດນາມ ປະຈຳ ລາວ ຈັດຕັ້ງ.
ຍສໝ - ວັນທີ 17 ເມສາ, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີມອບຫຼຽນໄຊກາງເຂນຄຳແຫ່ງລັດ ຮົງກາລີ ໃຫ້ແກ່ທ່ານ ຮສ.ປອ ຫວູຫງອກເກີນ, ຜູ້ແປທີ່ໄດ້ປະສົບຜົນສຳເລັດໃນການແປຫຼາຍບົດປະພັນວັນນະຄະດີຂອງ ຮົງກາຣີ ເປັນພາສາ ຫວຽດນາມ.
ຍສໝ - ວັນທີ 16 ເມສາ, ໂຮງຮຽນມິດຕະພາບ 80 ໄດ້ຈັດຕັ້ງລາຍການນອກຫຼັກສູດເພື່ອໄປຢ້ຽມຢາມ ແລະ ລົງຕົວຈິງຢູ່ໝູ່ບ້ານວັດທະນະທໍາບັນດາເຜົ່າ ຫວຽດນາມ ສຳລັບກຸ່ມນັກສຶກສາຕ່າງປະເທດ, ເພື່ອຊ່ວຍໃຫ້ນັກສຶກສາຕ່າງປະເທດໃີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບຄວາມສາມັກຄີ, ຄວາມຫຼາກຫຼາຍທີ່ເປັນເອກະພາບຂອງ 54 ຊົນເຜົ່າອ້າຍນ້ອງ ຫວຽດນາມ.
ຍສໝ - ວັນທີ 7 ເມສານີ້, ຢູ່ນະຄອນຫຼວງວຽງຈັນ, ທ່ານ ລັດຖະມົນຕີອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢ່່ຽນ ໄດ້ມີການພົບປະເຈລະຈາກັບທ່ານ ລັດຖະມົນຕີພະລັງງານ ແລະ ບໍ່ແຮ່ ລາວ ໂພໄຊ ໄຊຍະສອນ.
ຍສໝ - ໃນປີ 2024, ເປັນຄັ້ງທຳອິດ, ນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ບັນດາສະຖາບັນຂຶ້ນກັບສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຕ້ອນຮັບບຸນປີໃໝ່ລາວປະເພນີ ໂດຍເຕົ້າໂຮມຢູ່ສະຖາບັນສູນກາງ (ຢູ່ 135 ຖະໜົນ ຫງວຽນຟ່ອງສັກ, ເມືອງ ເກົ່າເຢີຍ, ນະຄອນ ຮ່າໂນ້ຍ). ບັນຍາກາດທີ່ໃກ້ຊິດສະໜິດສະໜົມ, ອົບອຸ່ນ ໄດ້ນຳເອົາຄວາມຮູ້ສຶກຄືກັບຢູ່ບ້ານມາໃຫ້ນັກສຶກສາຕ່າງປະເທດຢູ່ທີ່ນີ້.
ຍສໝ - ຕອນເຊົ້າວັນທີ 15 ເມສານີ້, ຢູ່ວັດ ກວ໋ານສື ໄດ້ດຳເນີນພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງອົງການສະມາຄົມພຸດທະສາສະໜາ ຫວຽດນາມ ແລະ ສະພາພະສົງສາມະເນນທົ່ວປະເທດເກາະ ສີລັງກາ. ພິທີລົງນາມດັ່ງກ່າວ ໂດຍມີການເປັນສັກຂີພະຍານຂອງທ່ານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ A.Saj U.Mendis.
ຍສໝ - ທ່ານໂຄສົກກະຊວງການຕ່າງປະເທດ ຫວຽດນາມ ນາງ ຟ້າມທູຮັ່ງ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງລະງັບໃຈ, ແກ້ໄຂບັນດາຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ປະຕິບັດຕາມກົດໝາຍສາກົນຢ່າງເຂັ້ມງວດ.
ຍສໝ - ວັນທີ 14 ເມສາ, ທີ່ສະຖາບັນຊາວໜຸ່ມເຍົາວະຊົນ ຫວຽດນາມ ໄດ້ດຳເນີນລາຍການ “ພົບປະແລກປ່ຽນສີສັນວັດທະນະທໍາ ຫວຽດນາມ - ໄທ” ປີ 2024. ງານບຸນກໍມຸງໄປເຖິງການເຊີດຊູບັນດາຈຸດງາມດ້ານວັດທະນະທຳ ແລະ ຕິດພັນມິດຕະພາບລະຫວ່າງສອງປະເທດ.
ຊ່ວຍເປະຊາຊົນປະເທດເພື່ອນມິດລາວ ຍົກສູງຄຸນນະພາບການດຳລົງຊີວິດ ແລະປົກປັກຮັກສາຊາຍແດນ
ຍສໝ - ວັນທີ 11 ເມສາ, ຄະນະປະຕິບັດງານສະຖານທູດ ລາວ ປະຈຳ ຫວຽດນາມ ໄດ້ເຂົ້າຮ່ວມພິທີໄຫວ້, ໄປຖະຫວາຍທູບທຽນ ແລະ ປູກຕົ້ນດອກໄມ້ ຈຳປາ ຢູ່ຫໍເທບທິດາ ໂຢ່ຍຮວ່າ (ບ້ານ ໄທເຊີນ, ຕາແສງ ເຊີນລາຍ, ເມືອງ ຍໍ່ກວານ, ແຂວງ ນິງບິ່ງ). ຄະນະປະຕິບັດງານໂດຍທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເປັນຫົວໜ້າຄະນະ.
ຍສໝ - ຢູ່ບາງກອກ, ວັນທີ 6 ເມສາ, ຄະນະພະນັກງານສະຖານທູດ ຫວຽດນາມ ປະຈຳ ໄທ ໂດຍທ່ານອຸປະທູດຊົ່ວຄາວນາງ ບຸ່ຍທິເຫ້ວ ນຳໜ້າ ໄດ້ມາຍັງສະຖານທູດລາວ ປະຈຳ ໄທ ເພື່ອອວຍພອນບຸນປີໃໝ່ປະເພນີຂອງ ລາວ.
ຍສໝ - ນັ້ນແມ່ນຄຳກ່າວປາໄສຂອງທ່ານຮອງສາດສະດາຈານ, ດຣ ເຢື່ອງຈູງອີ, ຮອງຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໃນໂອກາດງານບຸນປີໃໝ່ປະຈຳຊາດລາວ ໄດ້ຈັດຕັ້ງໂດຍບັນດາສຳມະນາກອນລາວ ທີ່ພວມຮ່ຳຮຽນຢູ່ສະຖາບັນ.
ຍສໝ - ໃນຂອບເຂດການປະຕິບັດງານຢູ່ນະຄອນຫຼວງວຽງຈັນ, ລາວ ນັບແຕ່ວັນທີ 6 – 8 ເມສາ 2024 ຂອງຄະນະປະຕິບັດງານກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ວັນທີ 8 ເມສາ 2024, ກົມໃຫຍ່ການຄຸ້ມຄອງທ້ອງຕະຫຼາດ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກັບກົມແຂ່ງຂັນທຸລະກິດ ແລະ ກວດກາການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ເພື່ອສົມທົບກັນໃນການປ້ອງກັນ, ຕ້ານການລະເມີດກົດໝາຍໃນທຸລະກິດ, ການຄ້າ; ປົກປັກຮັກສາສິດຜູ້ບໍລິໂພກ ແລະ ເພີ່ມທະວີການຮ່ວມມືໃນຂົງເຂດການຄຸ້ມຄອງທ້ອງຕະຫຼາດລະຫວ່າງສອງປະເທດ.
ຍສໝ - ເດືອນເມສາ, ເນື່ອງໃນໂອກາດບຸນເຕັດພື້ນເມືອງ (ລາວ) ແລະ Chol Chnam Thmay (ກຳປູເຈຍ), ມີຫຼາຍຫຼາຍການພົບປະແລກປ່ຽນ, ພົບປະກັບນັກສຶກສາ ລາວ ແລະ ກຳປູເຈຍ ໄດເດຳເນີນຢູ່ບັນດາແຂວງ ໄທງວຽນ, ດົ່ງນາຍ, ແທງຮວ໋າ. ການເຄື່ອນໄຫວປະກອບສ່ວນເຂົ້າໃນການເພີ່ມທະວີການພົບປະແລກປ່ຽນ, ການຕິດພັນ, ຄວາມສາມັກຄີ ແລະ ມິດຕະພາບລະຫວ່າງ 3 ປະເທດຫວຽດນາມ, ລາວ ແລະ ກຳປູເຈຍ.
ຍສໝ - ວັນທີ 10 ເມສາ, ຢູ່ມະຫາວິທະຍາໄລເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ (ມະຫາວິທະຍາໄລໄທງວຽນ), ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທງວຽນ ໄດ້ຈັດຕັ້ງງານບຸນປີໃໝ່ໃຫ້ແກ່ນັກສຶກສາ ລາວ ທີ່ພວມຮ່ຳຮຽນ, ຄົ້ນຄ້ວາຢູ່ບໍລິເວນ.
ຈຸດພົ້ນເດັ່ນຈາກເສດຖະກິດດ່ານຊາຍແດນ ຫວຽດນາມ - ລາວ
ຍສໝ - ດ້ວຍບົດບາດຮັກສາຮີດຄອງປະເພນີ, ອະນຸລັກຮັກສາປະຫວັດສາດ, ປະກອບສ່ວນປະສົບການ ແລະ ເພີ່ມທະວີການພົວພັນສາມັກຄີແບບພິເສດຫວຽດນາມ - ລາວ ໃນຂົງເຂດການທູດປະຊາຊົນຫວຽດນາມ - ລາວ, ຄະນະກຳມະການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ລາວ ຍາມໃດກໍ່ປະຕິບັດໜ້າທີ່ເປັນຢ່າງດີ. ບົດບາດເປັນຂົວຕໍ່ຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ, ປະກອບສ່ວນຊຸກຍູ້ການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດ. ນີ້ແມ່ນຄຳຖະແຫຼງຂອງທ່ານພົນຕີ ຫງວຽນຕຽນລອງ, ຮອງປະທານສະມາຄົມມິດຕະພາບສູນກາງຫວຽດນາມ - ລາວ, ຮອງຫົວໜ້າຄະນະການຕິດຕໍ່.
ສ້າງທຸກເງື່ອນໄຂສະດວກ ເພື່ອບັນດານັກລົງທຶນ, ວິສາຫະກິດລາວ ຮ່ວມມືລົງທຶນຢ່າງມີປະສິດທິຜົນ