ສ້າງທຸກເງື່ອນໄຂສະດວກ ເພື່ອບັນດານັກລົງທຶນ, ວິສາຫະກິດລາວ ຮ່ວມມືລົງທຶນຢ່າງມີປະສິດທິຜົນ

14:36 | 10/04/2024

ສ້າງທຸກເງື່ອນໄຂສະດວກ ເພື່ອບັນດານັກລົງທຶນ, ວິສາຫະກິດລາວ ຮ່ວມມືລົງທຶນຢ່າງມີປະສິດທິຜົນ

ແມ່ຍິງຫວຽດນາມ-ລາວ ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈມິດຕະພາບອັນຍິ່ງໃຫຍ່ ແມ່ຍິງຫວຽດນາມ-ລາວ ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈມິດຕະພາບອັນຍິ່ງໃຫຍ່
ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ບັນລຸໄດ້ຜົນງານແທດຈິງຫຼາຍຢ່າງ ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ບັນລຸໄດ້ຜົນງານແທດຈິງຫຼາຍຢ່າງ

ວັນທີ 4 ເມສາ, ຢູ່ແຂວງສະຫວັນນະເຂດ, ສປປ ລາວ, ໄດ້ດໍາເນີນກອງປະຊຸມສົ່ງເສີມການຄ້າ ແລະການລົງທຶນລາວ - ຫວຽດນາມ. ທ່ານ ຟານກຸ້ຍເຟືອງ ຮອງປະທານຄະນະກຳມະການປະຊາຊົນແຂວງເທື່ອທຽນເຫວ້ ໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ກອງປະຊຸມ.

ສ້າງທຸກເງື່ອນໄຂສະດວກ ເພື່ອບັນດານັກລົງທຶນ, ວິສາຫະກິດລາວ ຮ່ວມມືລົງທຶນຢ່າງມີປະສິດທິຜົນ

ບັນດາຜູ້ແທນຖ່າຍຮູບທີ່ລະນຶກ. ພາບ: baothuathienhue.vn

ແຂວງເທື່ອທຽນເຫວ້ ແມ່ນ 1 ໃນ 10 ແຂວງຂອງເສັ້ນຊາຍແດນຫວຽດນາມ - ລາວ, ມີຄວາມຍາວ 84 ກິໂລແມັດ, ມີ 2 ດ່ານຊາຍແດນທາງບົກຄື: ຮົ່ງເວິນ - ໂກຕ່າຍ ແລະອາເດີດ - ຕະວາງ.

ເທື່ອທຽນເຫວ້ ສຸມໃສ່ພັດທະນາພື້ນຖານໂຄງລ່າງຄົມມະນາຄົມຢູ່ແລວເສດຖະກິດຕາເວັນອອກ - ຕາເວັນຕົກ, ໂດຍສະເພາະແມ່ນປະຕິບັດບັນດານະໂຍບາຍ, ຂໍ້ຕົກລົງຂອງສອງລັດຖະບານຫວຽດນາມ - ລາວ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດຫວຽດນາມ - ລາວ ແລະປາດຖະໜາຢາກຮວ່່ມເດີນທາງ, ສະໜັບສະໜູນຝ່າຍລາວ ໃນການເຂົ້າເຖິງ ແລະນຳໃຊ້ພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ ເພື່ອຮັບໃຊ້ໃຫ້ການຂົນສົ່ງ, ການນຳເຂົ້າ ແລະສົ່ງອອກສິນຄ້າຜ່ານທ່າກຳປັ່ນເຈິນເມີຍ, ທ້ວນອານ ແລະທ່າກຳປັ່ນສະເພາະ ດ່ຽນລົກ.

ພ້ອມກັນນັ້ນ, ເພື່ອຍົກສູງປະສິດທິຜົນຂອງບັນດາເຂດເສດຖະກິດດ່ານຊາຍແດນທີ່ມີຢູ່ແລ້ວຢູ່ທ່າກຳປັ່ນ, ພັດທະນາການຄ້າ, ການບໍລິການ ແລະການທ່ອງທ່ຽວລະຫວ່າງສອງປະເທດຕິດພັນກັບການເພີ່ມທະວີວຽກງານຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ແຂວງກໍ່ມີບັນດາຂໍ້ສະເໜີ ແລະທ່ານນາຍົກລັດຖະມົນຕີ ໄດ້ຕົກລົງເຫັນດີໃຫ້ຍົກລະດັບຂະຫຍາຍເສັ້ນທາງຫຼວງ 49 ຜ່ານດ່ານຊາຍແດນຮົ່ງເວິນ - ໂກຕ່າຍ - ສາລະວັນ, ລາວ ແລະໃຫ້ຄົ້ນຄວ້າລົງທຶນກໍ່ສ້າງເສັ້ນທາງເລກທີ 71 ໄປຜ່ານ 2 ດ່ານຊາຍແດນ ຮົ່ງເວິນ - ໂກຕ່າຍ ແລະອາເດີດ - ຕະວາງ. ນີ້ແມ່ນສອງເສັ້ນທາງທີ່ມີຄວາມໝາຍສຳຄັນເປັນພິເສດ, ສ້າງກຳລັງຜັກດັນການພັດທະນາໃຫ້ບັນດາປະເທດທີ່ຕັ້ງຢູ່ແລວເສດຖະກິດຕາເວັນອອກ - ຕາເວັນຕົກ.

ນັບແຕ່ເດືອນກັນຍາ ປີ 2022 ເປັນຕົ້ນມາ, ພາຍຫຼັງທີ່ລັດຖະບານລາວ ໄດ້ອະນຸຍາດໃຫ້ເປີດດ່ານຊາຍແດນສອງຝ່າຍ ແລະດ່ານຊາຍແດນທ້ອງຖິ່ນຄືນໃໝ່ນັ້ນ ການເຄື່ອນໄຫວນຳເຂົ້າ ແລະສົ່ງອອກໄດ້ເລີ່ມຟື້ນຟູ.

ເທື່ອທຽນເຫວ້ ຍາມໃດກໍ່ເອົາໃຈໃສ່ໜູນຊ່ວຍບັນດານັກລົງທຶນດຳເນີນການຄົ້ນຄວ້າລົງທຶນ, ໜູນຊ່ວຍລະບຽບການອອກໃບອະນຸຍາດ, ລະບຽບການທີ່ກ່ຽວຂ້ອງກັບທີ່ດິນ, ການກໍ່ສ້າງ... ແລະລະບຽບການດ້ານການຄ້າສາກົນ.

ດ້ວຍຄວາມປາດຖະໜາຢາກໜູນຊ່ວຍບັນດານັກລົງທຶນ ແລະບັນດາວິສາຫະກິດທີ່ກຳລັງເຄື່ອນໄຫວໃນຂົງເຂດສະໜອງຢູ່ແຂວງເທື່ອທຽນເຫວ້, ທ່ານ ຟານກຸ້ຍເຟືອງ ໃຫ້ຄຳໝັ້ນສັນຍາວ່າ ຈະໜູນຊ່ວຍບັນດານັກລົງທຶນ ແລະວິສາຫະກິດກ່ຽວກັບລະບຽບການບໍລິຫານໃຫ້ວ່ອງໄວ, ກະທັດຮັດ; ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ອັດສະລິຍະ, ໂປ່ງໃສ, ສະດວກ ແລະມີປະສິດທິຜົນ.

ທ່ານ ຟານກຸ້ຍເຟືອງ ເນັ້ນໜັກວ່າ “ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາວ່າ ຈະໜູນຊ່ວຍປະຊາຊົນ ແລະວິສາຫະກິດຂອງແຂວງສະຫວັນນະເຂດ, ບັນດາແຂວງ, ນະຄອນຂອງລາວ ທີ່ໄປຮ່ຳຮຽນ, ທ່ອງທ່ຽວ, ປິ່ນປົວພະຍາດ, ການໄປມາ ແລະດຳເນີນທຸລະກິດຢ່າງສະດວກສະບາຍທີ່ສຸດ ເພື່ອຫວຽດນາມ - ລາວ: ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ”.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.