ຂະຫຍາຍຂົວມິດຕະພາບ ດົ່ງນາຍ ແລະ ຝຣັ່ງ

09:06 | 22/04/2024

ຍສໝ - ​ເດືອນ​ເມສາ​ນີ້, ຫວຽດນາມ - ຝຣັ່ງ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ພາສາ ຝຣັ່ງ ສາກົນ ​ແລະ ຄົບຮອບ 51 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຝຣັ່ງ (1973-2024). ​ເນື່ອງ​ໃນ​ໂອກາດ​ນີ້, ກອງ​ປະຊຸມ​ໃຫຍ່ສະມາຄົມ​ມິດຕະພາບ ​ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ຄັ້ງ​ທີ 2 (ອາຍຸການ 2024-2029) ກໍໄດ້ດຳເນີນ.

ມີຂົວຕໍ່ຕື່ມແຫ່ງໜຶ່ງ ໃຫ້ແກ່ການຮ່ວມມືດ້ານການສຶກສາ ຫວຽດນາມ - ຝຣັ່ງ ມີຂົວຕໍ່ຕື່ມແຫ່ງໜຶ່ງ ໃຫ້ແກ່ການຮ່ວມມືດ້ານການສຶກສາ ຫວຽດນາມ - ຝຣັ່ງ
ຊາວໜຸ່ມ ຝະຣັ່ງ ເຮັດວຽກເປັນ “ຜູ້ຊ່ວຍຊ່າງກໍ່ສ້າງເຮືອນຊານ ຊາວໜຸ່ມ ຝະຣັ່ງ ເຮັດວຽກເປັນ “ຜູ້ຊ່ວຍຊ່າງກໍ່ສ້າງເຮືອນຊານ" ເພື່ອສ້າງເຮືອນແຫ່ງຄວາມຮັກແພງໃຫ້ແກ່ປະຊາຊົນທຸກຍາກຢູ່ແຂວງ ດົ່ງນາຍ

​ເຫດການ​ດັ່ງກ່າວ​ ໄດ້​ຮັບ​ຖື​ວ່າ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ພົ້ນ​ເດັ່ນ​ທີ່ແຂວງ ດົ່ງ​ນາຍ ໄດ້ປະຕິບັດເພື່ອພ້ອມກັນກັບ​ທົ່ວ​ປະ​ເທດເຂົ້າຮ່ວມຢ່າງຕັ້ງໜ້າ ເຂົ້າໃນ​ຂະ​ບວນການ​ກໍ່ສ້າງ, ເພີ່ມພູນຄູນສ້າງນ້ຳໃຈ​ມິດຕະພາບ​ລະຫວ່າງ 2 ຊາດ, ປະຊາຊົນ 2 ປະ​ເທດ.

ຂະຫຍາຍຂົວມິດຕະພາບ ດົ່ງນາຍ ແລະ ຝຣັ່ງ

ນັກຮຽນໂຮງຮຽນປະຖົມ ຫງວຽນຢູ່ (ນະຄອນ ບຽນຮວ່າ) ຮຽນພາສາຝຣັ່ງ ຢູ່ ດົ່ງນາຍ ໄດ້ເບີ່ງການວາງສະແດງຮູບພາບກ່ຽວກັບສາຍພົວພັນທາງການທູດ ຫວຽດນາມ - ຝຣັ່ງ ທີ່ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຝຣັ່ງ (1973 – 2023). ຮູບພາບ: S.Thao

ເປັນເຈົ້າການໃນການປະຕິບັດການ​ເຄື່ອນ​ໄຫວພົບປະ​ແລກປ່ຽນ​ມິດຕະພາບ

ສະມາຄົມມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງນາຍ ແມ່ນໜຶ່ງໃນ 10 ສະມາຄົມມິດຕະພາບສະມາຊິກຂຶ້ນກັບສະຫະພັນບັນດາອົງການມິດຕະພາບແຂວງ. ທ່າ​ໄດ້​ປຽບຂອງ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ເມື່ອ​ທຽບ​ໃສ່​ບັນດາ​ສະມາຄົມ​ມິດຕະພາບອື່ນໆ ແມ່ນໄດ້​ສອນ​ພາສາ ​ຝຣັ່ງ ຢູ່​​ໂຮງຮຽນ​ໃນ​ແຂວງ ດົ່ງ​ນາຍ. ດັ່ງນັ້ນ, ຈໍານວນຄົນທີ່ຮູ້ຈັກກັບພາສາ, ວັດທະນະທໍາ ຝຣັ່ງ ຈະເພີ່ມຂຶ້ນໃນແຕ່ລະປີຕາມຈໍານວນນັກຮຽນທີ່ໄດ້ຮັບການຄັດເລືອກໃນແຕ່ລະປີ ກໍຄືຜູ້ປົກຄອງຂອງພວກນ້ອງ.

ໃນຈຳນວນ 141 ສະມາຊິກຂອງສະມາຄົມມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງນາຍ ສ່ວນຫຼາຍແມ່ນຄູສອນ, ນັກຮຽນຂອງບັນດາໂຮງຮຽນທີ່ພວມສອນ, ຮ່ຳຮຽນພາສາ ຝຣັ່ງ ໃນບໍລິເວນແຂວງ. ນອກຈາກນີ້, ຍັງມີບັນດາຄົນທີ່ເຄີຍຮ່ຳຮຽນ, ດຳລົງຊີວິດຢູ່ ຝຣັ່ງ ກັບຄືນບ້ານເກີດ ເພື່ອເລີ່ມທຸລະກິດ ແລະ ຄົນທີ່ມັກຮັກປະເທດ ຝຣັ່ງ.

ຕາມ​ທ່ານ ຫງວຽນ​ວັນ​ຄາງ, ຫົວໜ້າ​ຄະນະຊົນ​ເຜົ່າ​ແຂວງ,ຮອງ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ຝຣັ່ງ ​ແຂວງ ດົ່ງ​ນາຍ ​ແລ້ວ, ​ນັບແຕ່​ສົກ​ຮຽນ 2002-2003, ຫຼັກສູດພາສາ ຝຣັ່ງ ໄດ້​ນຳເຂົ້າໃນການ​ສອນຢູ່ໃນໂຮງຮຽນ. ປະຈຸ​ບັນ​ມີ 3 ​ໂຮງຮຽນ​ທີ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ສຶກສານີ້ ຄື: ​ໂຮງຮຽນ​ປະຖົມ​ ຫງວຽນ​ຢູ່, ​ໂຮງຮຽນ​ມັດທະຍົມ​ຕອນ​ຕົ້ນ​ ທົງ​ເຍີດ ແລະ ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ ​ເຈີ໋ນ​ບຽນ (ທັງ​ໝົດ​ຢູ່​ນະຄອນ​ ບຽນ​ຮວ່າ) ດ້ວຍ​ນັກຮຽນ​ເກືອບ 300 ຄົນທີ່​ພວມ​ຮ່ຳຮຽນ. ຜ່ານມາ22 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ, ການສອນ-ການ​ຮຽນພາສາ​ ຝຣັ່ງ ຢູ່​ແຂວງ ດົ່ງ​ນາຍ ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ຮັກສາ, ພັດທະນາ ​ແລະ ບັນລຸ​ໄດ້​ບັນດາ​ໝາກຜົນໃດໜື່ງທີ່​ແນ່ນອນ. ຄູສອນຫຼາຍຄົນ ໄດ້ກາຍເປັນແກ່ນສານໃນການວຽກງານຂອງການສອນພາສາ ຝຣັ່ງ. ນັກຮຽນຫຼາຍລຸ້ນຄົນ ໄດ້ນຳໃຊ້ພາສານີ້ບົນເສັ້ນທາງເພື່ອສ້າງຕົນເອງ, ສ້າງອາຊີບ.

ພ້ອມກັບການສອນພາສາ ຝຣັ່ງ ໃນໂຮງຮຽນ, ແຂວງ ດົ່ງນາຍ ກໍຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຝຣັ່ງ ຫຼາຍຢ່າງ, ພິເສດແມ່ນນັບແຕ່ສະມາຄົມມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງນາຍ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2018. ສະເພາະນັບແຕ່ປີ 2019 ມາຮອດປະຈຸບັນ, ສະມາຄົມ ກໍໄດ້ຈັດຕັ້ງບັນດາງານແຂ່ງຂັນແຕ້ມພາບ​ດ້ວຍ​ຫົວ​ຂໍ້​ວ່າ "ຮັດ​ແໜ້ນ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ ຫວຽດ​ນາມ ແລະ ຝຣັ່ງ", ການແຂ່ງຂັນເວົ້າເກັ່ງພາສາ ຝຣັ່ງ ຢ່າງສຳເລັດຜົນ. ແຕ່ລະ​ການ​ແຂ່ງຂັນ​ໄດ້​ດຶງ​ດູດ​ນັກຮຽນ​ຈາກ​ໂຮງຮຽນ​ໃນບໍລິເວນ​ແຂວງ​ນັບ​ຮ້ອຍ​ຄົນ​ເຂົ້າ​ຮ່ວມ. ນີ້ແມ່ນສະໜາມຫຼິ້ນທີ່ເປັນປະໂຫຍດສໍາລັບນັກຮຽນທີ່ນໍາໃຊ້ພາສາ ຝຣັ່ງ, ມີຄວາມເຂົ້າໃຈກ່ຽວກັບປະເທດ ແລະ ປະຊາຊົນ ຝຣັ່ງ ເຂົ້າໃນຮູບແຕ້ມ, ບົດລາຍງານຂອງຕົນ.

ນາງ ມາຍຍ້າເຟືອງ (​ນັກຮຽນ​ຊັ້ນ ປ 3, ​ໂຮງຮຽນ​ປະຖົມ ຫງວຽນຢູ່) ຫາ​ກໍໄດ້​ຮັບ​ລາງວັນ​ທີ 1 ​ໃນ​ງານ​ແຂ່ງຂັນ​ແຕ້ມ​ຮູບ​ຮັດ​ແໜ້ນ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ ຫວຽດ​ນາມ ແລະ ຝຣັ່ງ ປີ 2023 ໃຫ້ຮູ້ວ່າ ນີ້​ແມ່ນ​ຄັ້ງ​ທີ 3 ລຽນຕິດທີ່ນ້ອງໄດ້ເຂົ້າຮ່ວມການ​ແຂ່ງຂັນ​ແຕ້ມ​ຮູບ ​ແລະ ຍາດ​ໄດ້​ລາງວັນ. ນ້ອງດີ​ໃຈ​ຫລາຍ ​ເພາະ​ບໍ່​ພຽງ​ແຕ່​ໄດ້ຮຽນ​ພາສາ​ຝຣັ່ງຢູ່​ໂຮງຮຽນ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ມີ​ໂອກາດ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ທີ່ເປັນະ​ໂຫຍ​ດ​ເຊິ່ງສະມາຄົມ​ມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ​ໄດ້​ຈັດ​ຕັ້ງ​ໃນ​ແຕ່ລະ​ປີ.

ນອກຈາກນັ້ນ, ສະມາຄົມມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງນາຍ ກໍ່ເຊື່ອມຕໍ່ກັບສະຖານກົງສຸນໃຫຍ່ ຝຣັ່ງ ແລະ ສະຖາບັນ ຝຣັ່ງ ປະຈຳຫວຽດນາມ ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ, ສະເຫຼີມສະຫຼອງວັນພາສາ ຝຣັ່ງ ສາກົນ, ວັນສ້າງຕັ້ງສາຍພົວພັນການທຸດລະຫວ່າງ 2 ປະເທດ, ວັນຊາດ ສາທາລະນະລັດ ຝຣັ່ງ... ພິເສດ ​ແມ່ນ​ໂຄງການ​ໃຫ້​ຄຳ​ປຶກສາໄປຮຽນຢູ່ ຝຣັ່ງ ເຊິ່ງແມ່ນການສົມທົບ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ, ສະມາຄົມ​ມິດຕະພາບ​ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ພ້ອມກັນບັນດາ​ໂຮງຮຽນ ​ເພື່ອ​ກາຍ​ເປັນ​ຊ່ອງ​ທາງ​ຊອກຮູ້ໃຫ້ແກ່ນັກຮຽນ, ຜູ້ປົກຄອງນັກຮຽນທີ່​ມີ​ຄວາມ​ສົນ​ໃຈເຖິງການໄປຮຽນ​ຢູ່​ ຝຣັ່ງ. ຜ່ານນັ້ນ, ແຕ່​ລະ​ປີ ກໍມີ​ນັກຮຽນ, ນັກສຶກສາ ດົ່ງ​ນາຍ 3-5 ຄົນ ກາຍ​ເປັນ​ນັກ​ສຶກສາ​ຕ່າງປະເທດຢູ່ ຝຣັ່ງ.

​ເພີ່ມ​ທະວີ​ການ​ພົບປະແລກປ່ຽນ​ປະຊາຊົນ

ໂດຍບໍ່​ໄດ້​ຢຸດຢູ່ທີ່ການ​ເຄື່ອນ​ໄຫວການ​ສຶກສາ, ພົບປະແລກປ່ຽນວັດທະນະທຳເທົ່ານັ້ນ, ແຂວງ ດົ່ງ​ນາຍ ຍັງສ້າງ​ການ​ພົວພັນ​ຮ່ວມ​ມື​ກັບ 2 ທ້ອງ​ຖິ່ນ​ຂອງ ສາທາລະນະ​ລັດ ຝຣັ່ງ, ນັ້ນ​ແມ່ນ​ເຂດ Rhône – Alpes ​ແລະ ​ເຂດ Bretagne. ບັນດາຂົງເຂດທີ່ແຂວງ ດົ່ງນາຍ ພ້ອມກັນບັນດາທ້ອງຖິ່ນ ຝຣັ່ງ ໄດ້ລົງນາມໃນສັນຍາຮ່ວມມືລວມມີ: ພັດທະນາເສດຖະກິດ, ສາມັກຄີກັບປະຊາຊົນຜູ້ດ້ອຍໂອກາດ, ໜູນຊ່ວຍດ້ານເຕັກນິກບຳລຸງສ້າງ, ເສີມຂະຫຍາຍມໍລະດົກປ່າໄມ້, ການຮ່ວມມືໃນບັນດາຂະແໜງການແຜ່ນແພ, ຕັດຫຍິບ, ໜັງເກີບ... ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ແຂວງ ດົ່ງ​ນາຍ ​ແລະ 2 ​ເຂດ​ດັ່ງກ່າວຂອງ ຝຣັ່ງ ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແຂວງ ດົ່ງ​ນາຍ ພັດທະນາທ້ອງຕະຫຼາດ, ເພີ່ມ​ທະວີ​​ວົງເງິນ​ສົ່ງ​ອອກລະຫວ່າງແຂວງ ດົ່ງ​ນາຍ ກັບ​ບັນດາ​ທ້ອງ​ຖິ່ນຂອງ ຝຣັ່ງ, ບໍ່​ພຽງ​ແຕ່​ໃນຂົງເຂດອຸດສາຫະກຳ ຫຼື ກະສິກຳ​ອີກ ເຊິ່ງແມ່ນທັງໝົດຂົງເຂດການ​ລົງ​ທຶນ, ການ​ຄ້າ, ການ​ທ່ອງ​ທ່ຽວ, ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ… ພິ​ເສດ, ໃນບໍລິເວນແຂວງ ​ມີ​ວິ​ສາ​ຫະ​ກິດ 18 ແຫ່ງ​ຂອງ ຝຣັ່ງ ທີ່ພວມລົງ​ທຶນ ດ້ວຍ​ຍອດ​ຈຳ​ນວນ​ທຶນ 182,8 ລ້ານ USD. ນອກຈາກນັ້ນ, 4 ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ຝຣັ່ງ ກໍພວມດໍາເນີນຢູ່ແຂວງ ດ້ວຍບັນດາໂຄງການທີ່ຜັນຂະຫຍາຍໃນບັນດາຂົງເຂດສາທາລະນະສຸກ, ສັງຄົມ ອັນໄດ້ປະກອບສ່ວນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງແຂວງ.

ສອງ​ປະ​ເທດ ຍັງ​ມີ​ຫຼາຍ​ໂຄງການ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ບຳລຸງສ້າງລະດັບ​ມະຫາວິທະຍາໄລ ແລະ ຫຼັງມະຫາ ດ້ວຍ​ຂໍ້ຕົກລົງຫຼາຍ​ຮ້ອຍ​ສະບັບ​ທີ່​ໄດ້​ລົງ​ນາມ​ລະຫວ່າງ​ມະຫາວິທະຍາ​ໄລ ​ແລະ ສູນຄົ້ນຄວ້າ. ປະຈຸ​ບັນ ມີ​ນັກ​ສຶກສາ ​ຫວຽດນາມ​ ປະມານ 7.000 ຄົນ​ ທີ່ພວມ​ຮ່ຳຮຽນ​ຢູ່​ ຝຣັ່ງ, ​ໃນ​ນັ້ນ ​ມີ​ນັກ​ສຶກສາ​ ດົ່ງນາຍ ຫຼາຍຄົນ.

ມິງດຶກ

ເຫດການ
302 Found

Found

The document has moved here.