ຮົງ​ກາລີ ມອບຫຼຽນໄຊກາງເຂນຄຳໃຫ້ແກ່​ນັກ​ແປ ຫວູຫງອກເກີນ

18:57 | 17/04/2024

ຍສໝ - ວັນ​ທີ 17 ​ເມສາ, ຢູ່​ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ພິທີ​ມອບຫຼຽນໄຊກາງເຂນຄຳ​ແຫ່ງ​ລັດ ​ຮົງ​ກາລີ ໃຫ້​ແກ່ທ່ານ ຮສ.ປອ ຫວູຫງອກເກີນ, ຜູ້​ແປທີ່​ໄດ້​ປະສົບຜົນສຳເລັດໃນການແປຫຼາຍບົດ​ປະ​ພັນ​ວັນ​ນະ​ຄະ​ດີຂອງ ຮົງ​ກາ​ຣີ ​ເປັນ​ພາສາ ຫວຽດ​ນາມ.

ຮົງ​ກົງ ໃຫ້​ບຸ​ລິ​ມະ​ສິດ​ອອກ​ວີ​ຊາ​ໃຫ້​ຄົນ​ງານ​ທີ່​ມີສີມືສູງ ແລະ ນັກ​ທ່ອງ​ທ່ຽວ​ ຫວຽດ​ນາມ ຮົງ​ກົງ ໃຫ້​ບຸ​ລິ​ມະ​ສິດ​ອອກ​ວີ​ຊາ​ໃຫ້​ຄົນ​ງານ​ທີ່​ມີສີມືສູງ ແລະ ນັກ​ທ່ອງ​ທ່ຽວ​ ຫວຽດ​ນາມ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ແລະ ຮົງ​ກາ​ຣີ ໄດ້​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ວິ​ສາ​ຫະ​ກິດ 2 ປະ​ເທດ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ແລະ ຮົງ​ກາ​ຣີ ໄດ້​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ວິ​ສາ​ຫະ​ກິດ 2 ປະ​ເທດ

ທີ່​ພິທີ, ທ່ານ​ ຮອງ​ປະທານຜູ້ທີໜຶ່ງສະພາ​ແຫ່ງ​ຊາດ ຮົງ​ກາ​ຣີ ນາງ Márta Mátrai ​ໄດ້ຕາງໜ້າໃຫ້ປະທານາທິບໍດີ ຮົງ​ກາ​ຣີ ປະດັບຫຼຽນໄຊກາງເຂນຄຳໃຫ້​ທ່ານແກ່​ທ່ານ ຮສ.ປອ ຫວູຫງອກເກີນ.

ຫຼຽນໄຊກາງເຂນຄຳ ໄດ້ມອບໃຫ້ບັນດາບຸກຄົນທີ່ເປັນພົນລະເມືອງ ຮົງກາລີ ຫຼື ພົນລະເມືອງຕ່າງປະເທດທີ່ມີການປະກອບສ່ວນອັນດີເດັ່ນໃນການໂຄສະນາ, ແລກປ່ຽນວັດທະນະທໍາ ຮົງກາລີ ກັບປະເທດອື່ນໆ ໂດຍປະທານາທິບໍດີ ຮົງກາລີ ມອບ. ຫຼຽນໄຊ ແມ່ນ​ໄດ້​ມອບ​ໃຫ້​ທ່ານ​ທ່ານ ຮສ.ປອ ຫວູຫງອກເກີນ ເພື່ອຮັບຮູພາລະກິດໃນການ​ແນະນຳ, ​ໂຄສະນາວັດທະນະທຳ ຮົງກາລີ ຂອງທ່ານ ໂດຍຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ວັນນະຄະດີ, ການ​ແປ.

ຮົງ​ກາລີ ມອບຫຼຽນໄຊກາເຫຼືອງໃຫ້ແກ່​ນັກ​ແປ ຫວູຫງອກເກີ່ນ

ທ່ານ​ ຮອງ​ປະທານຜູ້ທີໜຶ່ງສະພາ​ແຫ່ງ​ຊາດ ຮົງ​ກາ​ຣີ ນາງ Márta Mátrai (ຂວາ) ຕາງໜ້າໃຫ້ປະທານາທິບໍດີ ຮົງ​ກາ​ຣີ ປະດັບຫຼຽນໄຊກາງເຂນຄຳ ໃຫ້​ທ່ານແກ່​ທ່ານ ຮສ.ປອ ຫວູຫງອກເກີນ. (ພາບ: ດີ່ງຮວ່າ)

ກ່າວ​ຄຳປາໄສ​ທີ່​ພິທີ, ທ່ານ​ນາງ Márta Mátrai ​ໃຫ້​ຮູ້​ວ່າ ປະ​ເທດຊາດ, ລັດຖະບານ ກໍຄືບັນດາ​ນັກ​ສິລະ​ປິນ, ນັກ​ປະພັນ​ ຮົງ​ກາ​ລີ ໄດ້ສະແດງຄວາມນັບຖືຢ່າງສູງຕໍ່ບັນດາ​ການ​ປະກອບສ່ວນ​ຂອງ​ທ່ານ ຫວູຫງອກເກີນ ໃນ​ການ​ໂຄສະນາ​ວັດທະນະທຳ, ວັນນະຄະດີ ຮົງ​ກາ​ລີ. ທ່ານ​ນາງ ​ຫວັງ​ວ່າ ໃນ​ໄລຍະ​ຈະ​ມາ​ເຖິງ ທ່ານ ຫວູຫງອກເກີນ ຈະ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ເພື່ອ​ສືບ​ຕໍ່​ມີບັນດາການປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ເຊື່ອມ​ຕໍ່​ວັດທະນະທຳ, ວັນນະຄະດີ​ຂອງ​ສອງ​ປະ​ເທດ.

ທ່ານ​ເອກ​ອັກຄະ​ລັດຖະທູດຜູ້​ມີ​ອຳນາດ​ເຕັມແຫ່ງ ຮົງກາລີ ປະຈຳ ຫວຽດນາມ Baloghdi Tibor ​ເນັ້ນ​ໜັກ​ວ່າ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ສິດສອນ ​ແລະ ການ​ແປ, ທ່ານ ຫວູຫງອກເກີນ ໄດ້​ກາຍ​ເປັນ​ບຸລຸດ​ທີ່​ຂາດ​ບໍ່​ໄດ້​ໃນ​ການ​ພົວພັນ​ມິດຕະພາບຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ຮົງ​ກາ​ລີ.

“​ເປັນ​ເວລາ​ຫຼາຍ​ທົດ​ສະ​ວັດ​ແລ້ວ, ໃນ​ຖານະ​ເປັນ​ເອກອັກຄະລັດຖະທູດທີ່ໝົດຈິດໝົດໃຈຂອງວັນນະຄະດີ ຮົງກາລີ, ທ່ານ ຫວູຫງອກເກີນ ​ໄ​ດ້​ປະສົບຜົນສຳເລັດໃນການແປຫຼາຍບົດ​ປະ​ພັນ​ວັນ​ນະ​ຄະ​ດີຂອງ ຮົງ​ກາ​ຣີ ​ເປັນ​ພາສາ ຫວຽດ​ນາມ. ຍ້ອນຄວາມສຸດອົກສຸດໃຈ ແລະ ຄວາມ​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ທ່ານ ເຊິ່ງຊາວ​ ຫວຽດນາມ​ ຫຼາຍ​ລຸ້ນກໍສາມາດ​ອ່ານນະວະນິຍາຍ ບັນດາຜູ້ຊາຍຖະໜົນ Pál ໂດຍ Molnár Ferenc, ບັນດາບົດຜົນງານກະວີຂອງ Petőfi Sándor, Vörösmarty Mihály, Arany János, Ady Endre, József Attila... ຄືພາສາແມ່ຂອງພວກເຂົາ”. ທ່ານ ເອກອັກຄະລັດຖະທູດ Baloghdi Tibor ກ່າວ.

ໂດຍສະ​ແດງ​ຄວາມ​ເປັນ​ກຽດ​ທີ່​ໄດ້​ຮັບ​ລາງວັນ​ອັນ​ສູງ​ສົ່ງ​ຈາກ​ລັດ ​ຮົງ​ກາ​ລີ, ທ່ານ ຫວູຫງອກເກີນ ໃຫ້​ຮູ້​ວ່າ ຫຼຽນໄຊກາງເຂນຄຳ ແມ່ນ​ການ​ຮັບ​ຮູ້​ເຖິງ​ຄວາມ​ຮັກ​ແພງ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ຕົນ​ໃນ​ການຖ່າຍ​ທອດ, ​ໂຄສະນາ​ບັນດາ​ວັນ​ນະ​ຄະດີ ຮົງ​ກາ​ລີ ໄປໃຫ້ ຫວຽດນາມ ກໍ່​ຄື​ວັນນະຄະດີ ຫວຽດນາມ ​ໄປຍັງ ​ຮົງ​ກາ​ລີ.

ທ່ານ ຫວູຫງອກເກີນ ຢືນຢັນ​ວ່າ ເມື່ອສຸຂະພາບ​ຂອງ​ຕົນ​ຍັງດີຢູ່, ທ່ານກໍ່ຈະສືບຕໍ່ເປັນ​ຂົວ​ຕໍ່​ ເພື່ອ​ນຳ​ເອົາ​ວັດທະນະທຳ, ວັນນະຄະດີ​ຂອງ​ ຮົງ​ກາລີ ​ແລະ ຫວຽດນາມ ​ໃຫ້​ຫຍັບເຂົ້າໃກ້ກັນກ່ວາ​ອີກ.

ມິງດຶກ

ເຫດການ
302 Found

Found

The document has moved here.