ຫວຽດນາມ ມີ​ຄວາມວິຕົກກັງວົນຢ່າງເລິກເຊິ່ງ​ຕໍ່ບັນດາການຜັນແປ​ທີ່​ເຄັ່ງຕຶງ​ຂຶ້ນຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ໃນ​ປະຈຸ​ບັນ

17:53 | 15/04/2024

ຍສໝ - ທ່ານ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ຫວຽດນາມ ນາງ ຟ້າມທູຮັ່ງ ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງລະງັບໃຈ, ແກ້​ໄຂ​ບັນດາ​ຄວາມ​ບໍ່ລົງລອຍກັນໂດຍສັນຕິວິທີ, ປະຕິບັດ​ຕາມ​ກົດໝາຍ​ສາກົນ​ຢ່າງ​ເຂັ້ມ​ງວດ.

ຫວຽດນາມ ​ເດັດດ່ຽວປະຕິເສດຄຳ​ຮຽກສິດທັງໝົດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ທີ່​ຜິດ​ກົດໝາຍ​ສາກົນ ຫວຽດນາມ ​ເດັດດ່ຽວປະຕິເສດຄຳ​ຮຽກສິດທັງໝົດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ທີ່​ຜິດ​ກົດໝາຍ​ສາກົນ
ຫວຽດນາມ ​ຫຍັບຂຶ້ນ 11 ​ອັນ​ດັບ​ໃນບັນຊີລາຍຊື່ບັນດາປະ​ເທດ​ທີ່​ມີ​ຄວາມສຸກ​ທີ່​ສຸດ​ໃນ​ໂລກ ຫວຽດນາມ ​ຫຍັບຂຶ້ນ 11 ​ອັນ​ດັບ​ໃນບັນຊີລາຍຊື່ບັນດາປະ​ເທດ​ທີ່​ມີ​ຄວາມສຸກ​ທີ່​ສຸດ​ໃນ​ໂລກ

ວັນ​ທີ 14 ​ເມສາ​ນີ້, ເມື່ອຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວທີ່ສະເໜີໃຫ້ຮູ້ກ່ຽວກັບປະຕິກິລິຍາຂອງ​ຫວຽດນາມ ​ຕໍ່​ການ​ຍິງ​ລູກ​ສອນ​ໄຟ​ເຂົ້າໃນດິນ​ແດນ ອິດສະຣາແອນ, ທ່ານ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ຫວຽດນາມ ນາງ ຟ້າມທູຮັ່ງ ​ເນັ້ນ​ໜັກ​ວ່າ:

ຫວຽດນາມ ມີ​ຄວາມວິຕົກກັງວົນຢ່າງເລິກເຊິ່ງ​ຕໍ່ບັນດາຄວາມຜັນແປ​ທີ່​ເຄັ່ງຕຶງ​ຂຶ້ນຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ໃນ​ປະຈຸ​ບັນ, ພິເສດ ​ແມ່ນ​ບັນດາກະທຳກຳລັງນຳໃຊ້ກຳລັງອາວຸດທີ່​ລະ​ເມີດ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ປະຊາຊົນ.

ຫວຽດນາມ ມີ​ຄວາມວິຕົກກັງວົນຢ່າງເລິກເຊິ່ງ​ຕໍ່ບັນດາການຜັນແປ​ທີ່​ເຄັ່ງຕຶງ​ຂຶ້ນຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ໃນ​ປະຈຸ​ບັນ

ທ່ານ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ຫວຽດນາມ ນາງ ຟ້າມທູຮັ່ງ (ພາບ: TTXVN).

ພວກ​ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​​ຕ້ອງລະງັບໃຈ, ແກ້​ໄຂ​ບັນດາ​ຄວາມ​ບໍ່ລົງລອຍກັນໂດຍສັນຕິວິທີ, ປະຕິບັດ​ຕາມ​ກົດໝາຍ​ສາກົນ​, ກົດບັດສະຫະປະຊາຊາດຢ່າງ​ເຂັ້ມ​ງວດ ແລະ ບັນດາມະຕິ​ທີ່​ກ່ຽວຂ້ອງ​ຂອງສະຫະ​ປະຊາ​ຊາດ, ​ຢຸດຕິ​ບັນດາ​ການ​ກະທຳ​ດັ່ງກ່າວ​ຢ່າງ​ທັນ​ທີ, ເພື່ອຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ, ສັນຕິພາບ, ສະຖຽນ​ລະ​ພາບຢູ່ພາກພື້ນ ແລະ ໃນໂລກ.

ຕອນ​ຄ່ຳ​ວັນ​ທີ 13 ​ເມສາ​ ​ຕາມ​ເວລາ​ທ້ອງ​ຖິ່ນ, ອີຣານ ໄດ້​ປຸກລະດົມການບຸກຈົມຕີຂະໜາດໃຫຍ່ ດ້ວຍເຮືອບິນທີ່ບໍ່ມີຄົນຂັບ (UAV) ​ແລະ ລູກ​ສອນ​ໄຟ​​ເຂົ້າໃສ່ຝ່າຍອິດສະຣາແອນ. ກະ​ຊວງ​ການ​ຕ່າງ​ປະ​ເທດ​ ຫວຽດ​ນາມ ໄດ້ກ່າວເຕືອນໃຫ້ພົນ​ລະ​ເມືອງ ​ຫວຽດ​ນາມ ບໍ່ໄປຍັງບັນດາເຂດທີ່ມີການປະທະກັນ​ໂດຍຊົ່ວ​ຄາວ. ພົນລະ​ເມືອງ​ ຫວຽດນາມ​ ຢູ່ບໍລິເວນຕ້ອງ​ຕິດຕາມ​ສະພາບ​ການ​ຢ່າງ​ໃກ້ຊິດ; ຕັ້ງໜ້າ​ປະຕິບັດ​ມາດ​ຕະການ​ຮັກສາ​ຄວາມໝັ້ນຄົງ, ​ຄວາມ​ປອດ​ໄພ​ທີ່​ຈຳ​ເປັນ. ປະຕິບັດ​ຕາມ​ລະບຽບ​​ການ​ຂອງ​ອຳນາດການປົກຄອງທ້ອງ​ຖິ່ນ​ຢ່າງ​ເຂັ້ມງວດ, ຫ້າມ​ເຕົ້າ​ໂຮມກັນ​ເປັນ​ກຸ່ມ​ໃຫຍ່ ​ແລະ ຈຳກັດ​ການ​ເດີນທາງໄປມາ. ຕິດຕໍ່ກັບ​ສະຖານທູດ​ ຫວຽດນາມ ປະຈຳ ອິດສະຣາແອນ ​ແລະ ສະຖານທູດ​ຫວຽດນາມ ປະຈຳ ອີຣານ ຢ່າງທັນການ​ໃນ​ເວລາທີ່ີ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ.

ພົນ​ລະ​ເມືອງ​ ​ຫວຽດ​ນາມ ຢູ່ ອິດສະຣາແອນ ແລະ ອີ​ຣານ ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ​ສາ​ມາດ​ຕິດ​ຕໍ່​ຫາ:

- ສະຖານທູດ ຫວຽດນາມ ປະຈຳ ອິດສະຣາແອນ ເບີໂທລະສັບ +972-50-818-6116 ແລະ +972-52-727-4248, +972-50-994-0889

- ສະຖານທູດ ຫວຽດນາມ ປະຈຳ ອີຣານ ເບີໂທລະສັບ +98 21 22411670 ແລະ +98 9306 459 865

- ສູນປົກປ້ອງພົນລະເມືອງຂອງກົມກົງສຸນ, ກະຊວງການຕ່າງປະເທດ ທີ່ເບີໂທລະສັບ +84 981 84 84 84.

ມິງດຶກ

302 Found

Found

The document has moved here.