ສະຖານທູດ ຫວຽດນາມ ປະຈໍາ ໄທ ອວຍພອນບຸນປີໃໝ່ລາວ

06:47 | 14/04/2024

ຍສໝ - ຢູ່​ບາງກອກ, ວັນ​ທີ 6 ເມສາ, ຄະນະ​ພະນັກງານສະຖານທູດ​ ຫວຽດນາມ ປະຈຳ​ ໄທ ໂດຍ​ທ່ານອຸປະທູດ​ຊົ່ວຄາວນາງ ບຸ່ຍ​ທິ​ເຫ້ວ ນຳໜ້າ ໄດ້​ມາ​ຍັງສະຖານທູດ​ລາວ ປະຈຳ ​ໄທ ​ເພື່ອ​ອວຍພອນ​ບຸນປີ​ໃໝ່ປະເພນີຂອງ​ ລາວ.

ສະຖານທູດ, ສະຖານກົງສູນ​ໃຫຍ່ ​ແມ່ນ​ຂົວ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ແຂວງ ບິ່ງ​ທ້ວນ ​ແລະ ບັນດາທ້ອງ​ຖິ່ນ​ຂອງ​ລາວ ສະຖານທູດ, ສະຖານກົງສູນ​ໃຫຍ່ ​ແມ່ນ​ຂົວ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ແຂວງ ບິ່ງ​ທ້ວນ ​ແລະ ບັນດາທ້ອງ​ຖິ່ນ​ຂອງ​ລາວ
​ເພີ່ມພື້ນທີ່​ເພື່ອນັກຮຽນ ​ໄທ ຊອກຮູ້ວັດທະນະທຳ ​ຫວຽດນາມ ​ເພີ່ມພື້ນທີ່​ເພື່ອນັກຮຽນ ​ໄທ ຊອກຮູ້ວັດທະນະທຳ ​ຫວຽດນາມ

ທ່ານອຸປະທູດ​ຊົ່ວຄາວ​ ນາງ ບຸ່ຍ​ທິ​ເຫ້ວ ໄດ້ອວຍພອນ​ທ່ານ​ເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ ​ໄທ ຄຳ​ພັນ ອັ່ນ​ລາ​ວັນ ແລະ ​ພະນັກງານ, ພາລະ​ກອນ​ສະຖານທູດ​ ລາວ ເນື່ອງໃນ​ໂອກາດ​ກະກຽມ​ຕ້ອນຮັບ​ບຸນປີ​ໃໝ່​ປະເພນີ, ​ຢືນຢັນ​ວ່າ ໂດຍ​ການ​ນຳພາ​ອັນສະຫຼາດສ່ອງໃສ ແລະ ຖືກຕ້ອງຂອງ​ພັກ​ປະຊາຊົນ​ປະຕິວັດ​ ລາວ, ​ປະຊາຊົນບັນດາເຜົ່າ ລາວ ໃນປະຈຸບັນ ມີຊີວິດການເປັນຢູ່ທີ່ອີ່ມໜຳສຳລານ, ມີຄວາມຜາສຸກ, ມີການພັດທະນາເສດຖະກິດຢ່າງໝັ້ນຄົງ, ຍືນຍົງ.

ສະຖານທູດ ຫວຽດນາມ ປະຈໍາ ໄທ ອວຍພອນບຸນເຕັດບຸນປີໃໝ່ຂອງ ລາວ

ທ່ານອຸປະທູດ​ຊົ່ວຄາວ​ ນາງ ບຸ່ຍ​ທິ​ເຫ້ວ ອວຍພອນ​ທ່ານ​ເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ ​ໄທ ຄຳ​ພັນ ອັ່ນ​ລາ​ວັນ ແລະ ​ພະນັກງານ, ພາລະ​ກອນ​ສະຖານທູດ​ ລາວ ເນື່ອງໃນ​ໂອກາດບຸນປີໃໝ່ລາວ. ພາບ: TTXVN

ທ່ານອຸປະທູດ​ຊົ່ວຄາວ ນາງ ​ບຸ່ຍ​ທິ​ເຫ້ວ ໃຫ້​ຮູ້​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​ຈະສະໜັບສະໜູນ, ໜູນຊ່ວຍ ເພື່ອນ ລາວ ປະຕິບັດສຳເລັດພາລະກິດສຳຄັນບົນຖານະເປັນປະທານ​ ອາ​ຊຽນ ເທື່ອທີ 3 ​ໃນ​ປີ 2024 ​ແລະ ​ເຊື່ອ​ໝັ້ນ​ວ່າ ລາວ ຈະ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ປີນີ້ຢ່າງ​ປະສົບ​ຜົນສຳ​ເລັດ; ຂໍອວຍພອນໃຫ້​ສາຍ​ພົວພັນ​ມິດຕະພາບແບບພິເສດ, ຄວາມ​ສາມັກຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ ​ຫວຽດນາມ - ລາວ ​ໃຫ້​ນັບ​ມື້​ນັບ​ພັດທະນາ.

ເນື່ອງໃນໂອກາດບຸນປີໃໝ່ລາວ, ທ່ານອຸປະທູດ​ຊົ່ວຄາວ ນາງ ​ບຸ່ຍ​ທິ​ເຫ້ວ ໄດ້ມອບກະເຊົ້າຂອງຂວັນໃຫ້ແກ່ທ່ານ ເອກອັກຄະລັດຖະທູດລາວ ຄຳພັນ ອັ່ນລາວັນ ພ້ອມດ້ວຍພະນັກງານ-ລັດຖະກອນ​ຂອງສະຖານທູດ ລາວ ປະຈໍາ ໄທ ທັງໝົດພ້ອມກັບປະຊາຊົນລາວ ບັນດາເຜົ່າ ຂໍໃຫ້ປີເປັນທີ່ມີຄວາມສຸກ, ສະຫງົບສຸກ ແລະ ຈະເລີນຮຸ່ງເຮືອງ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ລາວ ​ປະ​ຈຳ ​ໄທ ຄຳ​ພັນ ອັ່ນ​ລາ​ວັນ ໄດ້ສະແດງຄວາມຂອບອົກຂອບ​ໃຈບັນດາຄຳອວຍພອນອັນດີງາມຂອງທ່ານອຸປະທູດ​ຊົ່ວຄາວ ນາງ ​ບຸ່ຍ​ທິ​ເຫ້ວ, ໃຫ້ຮູ້ວ່າ ​ການທີ່ບັນ​ດາ​ພະ​ນັກ​ງານ-ລັດຖະກອນ​​ຂອງສະ​ຖານ​ທູດ​ ລາວ ແລະ ສະ​ຖານ​ທູດ ​ຫວຽດ​ນາມ ປະ​ຈຳ ​ໄທ ໄດ້​ມີ​ກາ​ລະ​ໂອ​ກາດ​ພົບ​ປະ, ແລກ​ປ່ຽນ​ເປັນປະຈຳ ກໍ່ຈະເພີ່ມທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ ແລະ​ ກັນ​ໃນ​ຊີ​ວິດ ກໍ່ຄືໃນການປະຕິບັດງານຢູ່ ໄທ.

​ໃນ​ບັນຍາກາດ​ອັນສະໜິດສະໜົມ, ມ່ວນຊື່ນ​ໃນ​ການ​ສະ​ເຫຼີ​ມສະຫຼອງ​ບຸນປີໃໝ່ລາວ, ບັນດາ​ພະ​ນັກ​ງານ-ລັດຖະກອນສະຖານທູດ​ສອງ​ປະ​ເທດ​ ກໍໄດ້ຈັດ​ຕັ້ງ​ການພົບປະ​ແລກປ່ຽນ​ກິລາ ດ້ວຍບັນດາກິລາບານເຕະ, ຕີດອກປີກໄກ່ ​ແລະ ຕີບຸ່ນ. ບັນດາການເຄື່ອນໄຫວ​ພົບ​ປະ, ​ແລກປ່ຽນຢ້ຽມຢາມຖາມຂ່າວລະຫວ່າງ​ສອງ​ສະຖານທູດ ຫວຽດນາມ ​ແລະ ລາວ ປະຈຳ ​ໄທ ​ໃນ​ໂອກາດງານບຸນ, ບຸນປີໃໝ່ປະເພນີ ຫຼື ບັນດາ​ເຫດການທີ່​ສຳຄັນ​ຢູ່ບໍລິເວນ ໄທ ໄດ້ຢືນຢັນ​ສາຍ​ພົວພັນອັນ​ບໍລິສຸດ, ສັດ​ຊື່, ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ຫວຽດນາມ - ລາວ ນັບ​ມື້​ນັບ​ພັດທະນາ, ແຕກດອກອອກຜົນ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.