ອົດສະຕຣາລີ ຊຸກຍູ້ການຕ່າງປະເທດວິ​ທະ​ຍາ​ສາດ​ໃນ​ອາ​ຊີ​-ປາ​ຊີ​ຟິກ

17:35 | 18/04/2024

ຍສໝ - ອົດສະຕຣາລີ ເປີດຕົວກອງ​ທຶນ​ການຕ່າງປະເທດວິ​ທະ​ຍາ​ສາດຮອບທຳອິດ ທີ່ມີມູນຄ່າ 40 ລ້ານ​ໂດ​ລາ ອົດສະຕຣາລີ. ຂໍ້​ລິ​ເລີ່ມ​ນີ້ ເພື່ອເພີ່ມທະວີກຳລັງແຮງອ່ອນ​ຂອງ​ປະ​ເທດນີ້​ໃນ​ອາ​ຊີ-ປາ​ຊີ​ຟິກ.

ອົດສະຕຣາລີ ໜູນຊ່ວຍວັກຊີນ “5 ໃນ 1” ຈຳນວນ 490.600 ໂດສ ໃຫ້ຫວຽດນາມ ອົດສະຕຣາລີ ໜູນຊ່ວຍວັກຊີນ “5 ໃນ 1” ຈຳນວນ 490.600 ໂດສ ໃຫ້ຫວຽດນາມ
ເງະອ່ານ ຈັດ​ກອງ​ປະ​ຊຸມວິ​ທະ​ຍາ​ສາດ​ກ່ຽວ​ກັບ​ວຽກງານການ​ທູດ​ປະ​ຊາ​ຊົນ ເງະອ່ານ ຈັດ​ກອງ​ປະ​ຊຸມວິ​ທະ​ຍາ​ສາດ​ກ່ຽວ​ກັບ​ວຽກງານການ​ທູດ​ປະ​ຊາ​ຊົນ

ສຳລັບ ອົດສະຕຣາລີ, ການຕ່າງປະເທດດ້ານວິທະຍາສາດ ນັບມື້ນັບກາຍເປັນສຳຄັນໃນການວາງແຜນກຳນົດນະໂຍບາຍ ແລະ ການຕ່າງປະເທດສາກົນ. ບໍ່ດົນມານີ້, ການໂອ້ລົມທາງດ້ານການເມືອງລະດັບສູງ ໄດ້ຮັບການໜຸ່ມຊ່ວຍຈາກບັນດານັກວິທະຍາສາດ ແລະ ນັກຮຽນຮູ້ແຖວໜ້າ, ຍົກໃຫ້ເຫັນບົດບາດສຳຄັນຂອງວິທະຍາສາດໃນການແກ້ໄຂສິ່ງທ້າທາຍທົ່ວໂລກ ເຊັ່ນ ຄວາມທຸກຍາກ, ການປ່ຽນແປງຂອງດິນຟ້າອາກາດ, ສະພາບການ​ໂດຍດ່ວນກ່ຽວກັບສຸຂະພາບຊຸມຊົນ ແລະ ຊ່ອງຫວ່າງດິຈິຕອນ.

ອົດສະຕຣາລີ ຊຸກຍູ້ການຕ່າງປະເທດວິ​ທະ​ຍາ​ສາດ​ໃນ​ອາ​ຊີ​-ປາ​ຊີ​ຟິກ

Aus4Innovation ໜຸມຊ່ວຍການຄົ້ນຄວ້າວິທະຍາສາດຢູ່ ຫວຽດນາມ

ລັດຖະບານ ອົດສະຕຣາລີ ໄດ້ເປີດກອງ​ທຶນ​ການຕ່າງປະເທດວິ​ທະ​ຍາ​ສາດຮອບທຳອິດ ທີ່ມີມູນຄ່າ 40 ລ້ານ​ໂດ​ລາ ອົດສະຕຣາລີ ເພື່ອເພີ່ມທະວີອິດທິພົນໃນການພັດທະນາວິທະຍາສາດ ແລະ ເຕັກໂນໂລຢີ ອາຊີ - ປາຊີຟິກ. ກອງ​ທຶນ​ການຕ່າງປະເທດວິ​ທະ​ຍາ​ສາດ​ ແລະ ເຕັກໂນໂລຢີທົ່ວ​ໂລກ​ຂອງ​ລັດ​ຖະ​ບານ ອົດສະຕຣາລີ ໄດ້ເປີດປັດໄຈຍຸດ​ທະ​ສາດ​ຮອບອຸປະຖຳໃນ​ວັນ​ທີ 20 ມີ​ນາ. ຍອດ​ມູນ​ຄ່າ​ທັງ​ໝົດ 6 ລ້ານ​ໂດ​ລາ ອົດສະຕຣາລີ ກັບ​ບັນດາ​ນັກ​ຄົ້ນ​ຄ້ວາ ອາຊີ-ປາຊີ​ຟິກ. ໃບລົງທະບຽນສຳລັບຮອບທຳອິດ ຈະປິດລົງໃນວັນທີ 31 ພຶດສະພາ.

ໃນ​ຖະ​ແຫຼ​ງການປະກາດໜຶ່ງ, ທ່ານ ລັດຖະມົນຕີການຕ່າງປະເທດ Penny Wong ໃຫ້ຮູ້ວ່າ ລັດຖະບານ​ພວມ "ຜັນ​ຂະຫຍາຍ​ບັນດາ​ປັດໄຈກຳລັງແຮງ​ແຫ່ງ​ຊາດທັງໝົດ ເພື່ອ​ເຮັດ​ໃຫ້​ ອົດສະຕຣາລີ ສະຖຽນ​ລະ​ພາບກ່ວາ, ມີ​ຄວາມ​ໝັ້ນ​ໃຈ ​ແລະ ປອດໄພກ່ວາຢູ່​ພາຍ​ໃນ​ປະ​ເທດ ກໍຄືມີ​ອິດ​ທິພົນຫຼາຍຢ່າງ​ໃນ​ໂລກ.

ຍັງທ່ານ ລັດຖະມົນຕີວິທະຍາສາດ Ed Husic ໃຫ້ຮູ້ວ່າ ກອງທຶນດັ່ງກ່າວ "ປັບປຸງຄໍາຫມັ້ນສັນຍາຂອງ ອົດສະຕຣາລີ ໃນການສວມບົດບາດສ້າງສາໃນພາກພື້ນ". ພ້ອມກັນນັ້ນ, ທ່ານ ກ່າວຕື່ມວ່າ ກອງ​ທຶນ​ນີ້​ທີ່ໄດ້ຮັບການກໍ່ສ້າງອີງຕາມ​ຄຳ​ໝັ້ນ​ສັນຍາ​ຫຼາຍ​ກວ່າ 10 ລ້ານ​ໂດ​ລາ ອົດສະຕຣາລີ ​ໃນ​ປີ 2022 ​ເພື່ອໜຸ່ມຊ່ວຍຫ້ອງການ​ສະພາ​ວິທະຍາສາດ​ສາກົນ​ໃນ​ພາກ​ພື້ນ​ ອາຊີ-ປາຊີ​ຟິກ.

ເງິນທຶນການຕ່າງປະເທດ ໄດ້ສະໜອງ​ໃຫ້​ບັນດາ​ໂຄງການ​ທີ່​ກ່ຽວຂ້ອງ​ກັບອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ສິງກະ​ໂປ, ​ໄທ, ຫວຽດນາມ, ນິວຊີ​ແລນ, ຍີ່ປຸ່ນ, ສ.​ເກົາຫຼີ ​ແລະ ບຣາຊິນ. 5 ບູລິມະສິດການຄົ້ນຄວ້າ ທີ່ໄດ້ກຳນົດແມ່ນ: ການຜະລິດທີ່ກ້າວໜ້າ, ຈັກໄລ່ເລກເອເລັກຕຼົງກວນເຕີມ, ປັນຍາປະດິດ, ການຜະລິດ hydro ແລະ ການຄົ້ນຄວ້າ RNA. ບ້ວງອຸປະຖຳນີ້ ຈະຄຸ້ມຄອງຮ່ວມໂດຍສະຖາບັນສະພາມະຫາບັນດິດວິທະຍາສາດ ອົດສະຕຣາລີ ແລະ ສະຖາບັນສະພາມະຫາບັນດິດວິທະຍາສາດເຕັກໂນໂລຢີ ແລະ ເຕັກນິກ ອົດສະຕຣາລີ.

ນອກຈາກນັ້ນ, ອົດສະຕຣາລີ ພວມຮ່ວມມືກັບບັນດາຄູ່ຮ່ວມມືໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເພື່ອເພີ່ມທະວີການຄຸ້ມຄອງຊັບພະຍາກອນທຳມະຊາດ ເພື່ອປົກປ້ອງສຸຂະພາບຂອງມະນຸດ, ສັດ ແລະ ພືດ. ຜ່ານນັ້ນ, ຍົກສູງຄວາມສາມາດໃນການຟື້ນຟູ, ການ​ນໍາ​ໃຊ້​ແບບ​ຍືນ​ຍົງ​ ​ແລະ ​ຄຸນ​ຄ່າ​ຂອງສິ່ງ​ແວດ​ລ້ອມທໍາ​ມະ​ຊາດ​ ແລະ ປະດິດ.

ພາລະກິດຢຸດການຂີ້ເຫຍື້ອຢາງຂອງ ອົດສະຕຣາລີ ເພື່ອເປົ້າໝາຍຫຼຸດຜ່ອນຂີ້ເຫຍື້ອຢາງເຂົ້າໄປໃນສິ່ງແວດລ້ອມຂອງປະເທດນີ້ໂດຍ 80% ໃນປີ 2030. ໂດຍຜ່ານເຄືອຂ່າຍນະວັດຕະກໍາຢາງຂອງ ອິນໂດ - ປາຊີຟິກ, ອົດສະຕຣາລີ ເຊື່ອມຕໍ່ກັບບັນດານັກຄົ້ນຄ້ວາ, ນັກປ່ຽນແປງໃໝ່ ແລະ ນັກລົງທຶນ ເພື່ອກຳນົດວົງຈອນຊີວິດຂອງຢາງ ແລະ ຫຼຸດຜ່ອນສິ່ງເສດເຫຼືອອອກສິ່ງແວດລ້ອມ. ເຄືອຂ່າຍນີ້ ມີບັນດາສູນກາງປ່ຽນແປງໃໝ່ຢູ່ ອິນໂດເນເຊຍ, ຫວຽດນາມ, ໄທ, ລາວ ແລະ ກຳປູເຈຍ. ອົດສະຕຣາລີ ຍັງ​ໄດ້​ໜຸ່ມຊ່ວຍບັນດານັກທຸລະກິດ ດ້ວຍບັນດາໂຄງການ ປູກລ້ຽງສ້າງ ແລະ ເພີ່ມຄວາມໄວໄດ້ອອກແບບ ເພື່ອຫັນບັນຫາກ່ຽວກັບຢາງເປັນການແກ້ໄຂທີ່ຍືນຍົງ ແລະ ມີກຳໄລ.

ການພົວພັນຄູ​ຮ່ວມ​ມື ອົດສະຕຣາລີ - ຫວຽດນາມ

ອົດສະຕຣາລີ ພວມຊຸກຍູ້ລາຍການ​ຄູ່​ຮ່ວມນະວັດຕະກຳ ອົດສະຕຣາລີ - ຫວຽດນາມ (Aus4Innovation) ຢູ່ ຫວຽດນາມ, ​ເຊິ່ງມີ​ອັດຕາ​ການ​ເລີ່ມ​ຕົ້ນ​ສູງ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ທ່ານ ທີ່​ປຶກສາ​ວິ​ທະ​ຍາ​ສາດ Kim Wimbush ​ໃຫ້​ຮູ້​ວ່າ ກຸ່ມ​ຄົ້ນ​ຄ້ວາ​ຂອງ​ມະຫາວິທະຍາ​ໄລ ອົດສະຕຣາລີ 15 ກຸ່ມ​ໄດ້​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ ຫວຽດນາມ. Aus4Innovation ພວມຄວາມ​ມານະພະຍາຍາມເຊື່ອມຕໍ່ບັນດາກຸ່ມ ອົດສະຕຣາລີ ແລະ ຫວຽດນາມ ພ້ອມກັນຄົ້ນຫາບັນດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ ​ແລະ ການ​ຫັນປ່ຽນ​ດີ​ຈີ​ຕອນ​ທີ່​ພົ້ນ​ເດັ່ນ.

ໂດຍຜ່ານ​ການ​ສະໜອງບັນດາບ້ວງອຸປະຖຳ​ໃຫ້​ແກ່​ການ​ຮ່ວມ​ມື​ກ່ຽວກັບການຫັນ​ເຕັກ​ໂນ​ໂລ​ຢີເປັນການຄ້າ, Aus4Innovation ຈະ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ກະກຽມ​ໃຫ້​ແກ່​ອະນາຄົດ​ດີ​ຈີ​ຕອນ, ຊຸກຍູ້​ບັນດາ​ຮູບ​ແບບ​ການ​ຖ່າຍທອດ​ຄົ້ນ​ຄ້ວາ ​ແລະ ​ເຕັກ​ໂນ​ໂລ​ຢີທີ່​ເໝາະ​ສົມ​ກັບ​ອາຊີບ. ຄຽງ​ຄູ່​ກັນ​ນັ້ນ, ມັນ​ຊ່ວຍຍົກສູງ​ແນວ​ຄິດ​ສ້າງ​ສັນ​ ແລະ ບັນດາທັກສະອ່ອນ ໂດຍຜ່ານ​ການ​ສ້າງ​ຄວາມ​ສາ​ມາດ​​ເພື່ອ​ຊຸກ​ຍູ້​ພື້ນຖານ​ເສດ​ຖະ​ກິດ​ເລີ່ມ​ຕົ້ນ. ອົດສະຕຣາລີ ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ເພີ່ມ​ທະວີ​ຄວາມ​ສາມາດ​ຂອງ ຫວຽດນາມ ກ່ຽວກັບໄລຍະເບິ່ງ​ດີ​ຈີ​ຕອນ, ສ້າງວາງ​ແຜນ​ກ່ຽວກັບການຫັນນະ​ໂຍບາຍ​ນະ​ວັດຕະກຳເປັນການຄ້າ. ນັກຄົ້ນຄວ້າ ພວມທົດລອງບັນດາຮູບແບບໃຫມ່ສໍາລັບສາຍຮ່ວມມືລະຫວ່າງບັນດາອົງການຈັດຕັ້ງພາກພື້ນ ແລະ ເອກະຊົນ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.