​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ ​ຫວຽດ​ນາມ ​​ໄປຖະຫວາຍທູບທຽນ, ປູກ​ຕົ້ນດອກ​ຈຳ​ປາ ຢູ່ຫໍເທບທິດາ ໂຢ່ຍຮວ່າ.

07:43 | 14/04/2024

ຍສໝ - ວັນ​ທີ 11 ​ເມສາ, ຄະນະ​ປະຕິບັດງານສະຖານທູດ ລາວ ປະຈຳ ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຫວ້, ​​ໄປຖະຫວາຍທູບທຽນ ​ແລະ ​ປູກ​ຕົ້ນ​ດອກ​ໄມ້​ ຈຳປາ ຢູ່ຫໍເທບທິດາ ໂຢ່ຍຮວ່າ (ບ້ານ​ ໄທ​ເຊີນ, ຕາ​ແສງ ​ເຊີນລາຍ, ​ເມືອງ ຍໍ່ກວານ, ແຂວງ ນິງບິ່ງ). ຄະນະ​ປະຕິບັດງານໂດຍ​ທ່ານ​ນາງ ຄຳເພົາ ເອີນ​ທະ​ວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເປັນຫົວໜ້າຄະນະ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ຢູ່ ອົດ​ສະ​ຕາ​ລີ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ຢູ່ ອົດ​ສະ​ຕາ​ລີ
ຫວຽດ​ນາມ ຕ້ອນ​ຮັບ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ເພີ່ມ​ຂຶ້ນ​ສູງ​ຢູ່ຫຼາຍ​ທ້ອງ​ຖິ່ນ ເນື່ອງໃນໂອກາດ ບຸນ​ເຕັດ​ປະ​ຈຳ​ຊາດ ປີ​ມະ​ໂລງ 2024, ຫວຽດ​ນາມ ຕ້ອນ​ຮັບ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ເພີ່ມ​ຂຶ້ນ​ສູງ​ຢູ່ຫຼາຍ​ທ້ອງ​ຖິ່ນ ເນື່ອງໃນໂອກາດ ບຸນ​ເຕັດ​ປະ​ຈຳ​ຊາດ ປີ​ມະ​ໂລງ 2024,

ໂດຍເລື່ອງເລົ່າສືບທອດກັນມາວ່າ ໃນ​ສະຕະວັດ​ທີ XV, ພາຍໃຕ້ລາຊະວົງ​ຂອງ​ເຈົ້າຊີວິດ ​ເລ​ແທງ​ຕົງ, ປະເທດ ດ້າຍຫວຽດ ຕ້ອງປະເຊີນໜ້າກັບ​ໄພອັນຕະລາຍຈາກ​ສັດຕູຜູ້ຮຸກຮານພາຍນອກ. ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກຄີ, ​ເຈົ້າຊີວິດປະເທດ ອ່າຍລາວ (ປະເທດ ລາວ ​ໃນ​ປະຈຸ​ບັນ) ​ໄດ້​ສັ່ງ​ໃຫ້​ລູກ​ສາວ​ຂອງ​ຕົນ ເຊິ່ງແມ່ນເທບທິດາ ໂຢ່ຍຮວ່າ ຮັບໜ້າທີ່ສຳຄັນໃນການ​ຝຶກ​ຊ້ອມຝູງ​ຊ້າງ​ເສິກ ເພື່ອ​ຊ່ວຍ​ດ້າຍຫວຽດ ຂັບໄລ່ສັດຕູຈາກພາຍນອກ.

ພາຍຫຼັງຫຼາຍວັນທີ່ໄປຜ່ານສາຍນ້ຳ, ປ່າໄມ້, ສິ່ງທ້າທາຍນັບພັນຢ່າງ, ເທບທິດາ ໂຢ່ຍຮວ່າ ໄດ້ມອບຝູງທະຫານຊ້າງ ແລະ ວິທີການບັນຊາຊ້າງ​ເສິກໃຫ້ແກ່ບັນດານາຍທະຫານ ດ້າຍຫວຽດ ຢ່າງທັນການ... ໃນສົງຄາມນັ້ນ, ສະຫງ່າອົງອາດ, ເຂັ້ມແຂງແຮງກ້າຂອງກອງທະຫານຊ້າງ ລາວ ກໍໄດ້ຊ່ວຍ​ໃຫ້ ດ້າຍຫວຽດ ໄດ້ຮັບ​ໄຊຊະນະ​ອັນ​ສະຫງ່າ​ລາສີ...

​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ ​ຫວຽດ​ນາມ ​​ໄປຖະຫວາຍທູບທຽນ, ປູກ​ຕົ້ນດອກ​ຈຳ​ປາ ຢູ່ຫໍເທບທິດາ ໂຢ່ຍຮວ່າ.

​ທ່ານ​ນາງ ຄຳເພົາເອີນ​ທະ​ວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມບັນດາຜູ້ແທນ​​ໄປຖະຫວາຍທູບທຽນຢູ່ຫໍເທບທິດາ ໂຢ່ຍຮວ່າ. (ພາບ: TL)

ຕາມເສັ້ນທາງ​ກັບ​ຄືນ ລາຊະອານາຈັກ ອ່າຍລາວ, ເມື່ອ​ມາ​ຮອດ​ບໍລິເວນຂຶ້ນກັບແຂວງ ນິງບິ່ງ ​ໃນ​ປະຈຸ​ບັນ, ເທບທິດາຖືກເຈັບປ່ວຍ, ​ເສຍ​ຊີວິດ. ເພື່ອຫວນຄືນຄຸນງາມຄວາມດີ, ບຸນຄຸນ ແລະ ຄວາມຜູກພັນຮັກໄຄ່ ຫວຽດນາມ - ລາວ, ​ເຈົ້າຊີວິດ ​ເລ​ແທງ​ຕົງ ໄດ້ສັ່ງໃຫ້ເສນາອາໝາດ ຈັດຕັ້ງພິທີງານສົບ, ສ້າງຫໍ, ກໍ່ສ້າງສຸສານໃຫ້ເທບທິດາ ຢູ່ຊື່ເຂດດິນທີ່ເທບທິດາເສຍຊີວິດ.

ຕາມ​ເອກະສານ​ສະບັບ​ໜຶ່ງ, ປີ 1882, ຊື່ເຂດດິນ​ແຫ່ງ​ນີ້ຂຶ້ນ​ກັບ​ຕາ​ແສງ ໂດກຈ່າງ, ສະຫະຕາແສງ ເລ​ຊາ, ​ເມືອງ ຢ່າວ້ຽນ, ​ແຂວງ ນິງບິ່ງ. ເອກະສານອີກສະບັບໜຶ່ງໃຫ້ຮູ້ວ່າ ປີ 1919 ຊື່ເຂດດິນ​ແຫ່ງ​ນີ້ຂຶ້ນກັບຕາແສງ ໂດກຈ່າງ, ສະຫະຕາແສງ ເລ​ຊາ, ​ເມືອງ ຢ່າວ້ຽນ, ນະຄອນ ຍໍ່ກວານ, ແຂວງ ນິງບິ່ງ. ປະຈຸ​ບັນ, ຮ່ອງຮອຍຫໍ​ບູຊາ​ ​ເທືອງ​ໄທ​ເຊີນ ຂຶ້ນກັບບໍລິເວນບ້ານ ​ໄທ​ເຊີນ, ຕາ​ແສງ ເຊີນ​ລາຍ, ​ເມືອງ ຍໍ່ກວານ, ​ແຂວງ ນິງບິ່ງ.

ຫໍເທບທິດາ ໂຢ່ຍຮວ່າ ແມ່ນຮ່ອງຮອຍວັດ​ທະ​ນະ​ທຳ, ​ຈິດ​ໃຈ​​ຂອງ​ປະ​ຊາ​ຊົນ​ໃນ​ເຂດ ແລະ ໄດ້​ຮັບ​ການຮັບຮອງແມ່ນຮ່ອງຮອຍປະຫວັດສາດ - ວັດ​ທະ​ນະ​ທຳ ລະດັບແຂວງ​ໃນ​ປີ 2007. ແຕ່​ລະ​ປີ, ປະ​ຊາ​ຊົນ​ໃນ​ເຂດ ກໍໄດ້​ຈັດ​ຕັ້ງ​ງານ​ບຸນ​ທີ່ເປັນປະເພນີໃນ​ວັນ​ທີ 3 ມີນາ ຕາມປະຕິທີນຈັນທະຄະຕິ ດ້ວຍບັນດາການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ສິ​ລະ​ປະທີ່ເປັນມູນເຊື້ອ​ຂອງ​ສອງ​ປະ​ເທດ ​ຫວຽດ​ນາມ - ລາວ.

ກ່າວ​ຄຳປາໄສທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ໃຫ້​ຮູ້​ວ່າ ​ເລື່ອງ​ເກົ່າຄວາມຫຼັງໄດ້​ສະ​ແດງ​ໃຫ້​ເຫັນວ່າ ​ຄວາມເປັນມິດຕະພາບ, , ຄວາມ​ສາມັກຄີ, ຄວາມຜູກພັນລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ລາວ ​ໄດ້​ຮັບ​ການສ້າງ​ມາ​ເປັນ​ເວລາ​ຫຼາຍ​ສັດຕະວັດ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຫວັງ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ອົງການ, ນັກປະຫວັດສາດ ຈະ​ມີ​ຄວາມ​ສົນ​ໃຈ, ຄົ້ນ​ຄ້ວາກ່ຽວກັບປະຫວັດສາດ​ຂອງຫໍເທບທິດາ ໂຢ່ຍຮວ່າ; ພັດທະນາ​ສະຖານທີ່​ແຫ່ງ​ນີ້​ໃຫ້​ກາຍ​ເປັນ​ເຂດ​ທ່ອງ​ທ່ຽວ​ວັດທະນະທຳ, ປະຫວັດສາດ​ທີ່​ມີ​ຊື່​ສຽງ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ ຫວຽດນາມ, ລາວ ກໍຄືນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຢ້ຽມ​ຢາມ, ຊອກ​ຮູ້​ວັດທະນະ​ທຳ. ຜ່ານ​ນັ້ນ ​ກໍ່ສ້າງ​ຫໍໃຫ້​ກາຍ​ເປັນ​ສັນຍາ​ລັກ​ແຫ່ງ​ຮີດຄອງ​ປະ​ເພນີ, ສາຍພົວພັນມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ ຫວຽດນາມ - ລາວ.

ກໍ່ໃນ​ວັນ​ດຽວ​ກັນ, ທີ່​ການ​ພົບ​ປະ​ເຮັດວຽກກັບ​ທ່ານນາງ ​ຄຳເພົາ ​ເອີ​ນທະ​ວັນ, ທ່ານ ດວານມິງຕ໋ວນ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ແຂວງ ນິງບິ່ງ ​ໃຫ້​ຮູ້​ວ່າ ​ແຂວງ ນິງບິ່ງ ພວມ​ສ້າງ​ເອກະສານ ເພື່ອ​ຍື່ນ​ສະ​ເໜີ​ໃຫ້​ບັນດາ​ຂັ້ນ​ທີ່​ມີສິດ​ອຳນາດ​ ເພື່ອຮັບຮອງຫໍເທບທິດາ ໂຢ່ຍຮວ່າ ເປັນຮ່ອງຮອຍປະຫວັດສາດລະດັບຊາດ. ໃນໄລຍະຈະມາເຖິງ, ແຂວງ ນິງບິ່ງ ຫວັງວ່າ ຈະໄດ້ຮັບການເອົາໃຈໃສ່, ໜູນຊ່ວຍຈາກ ລາວ ໃນການສະໜອງຂໍ້ມູນຂອງບຸລຸດຜູ້ມີຊື່ສຽງ, ບັບປຸງ​ເອກະສານ ເພື່ອ​ຍື່ນ​ສະ​ເໜີ​ໃຫ້​ບັນດາຂັ້ນທີ່​ມີສິດ​ອຳນາດ​ຢູ່ ຫວຽດນາມ ເພື່ອໄດ້ຮັບການຮັບຮອງເປັນຮ່ອງຮອຍປະຫວັດສາດລະດັບຊາດ; ປະກອບສ່ວນ​ປົກ​ປັກ​ຮັກສາຮ່ອງຮອຍ - ສັນຍາ​ລັກວັດທະນະທຳ​ອັນ​ດີງາມ​ຂອງ​​ນ້ຳ​ໃຈ​ມິດຕະພາບ ​ຫວຽດນາມ - ລາວ ທີ່ບໍລິສຸດ, ສັດຊື່​ໃນ​ຕະຫຼອດ​ປະຫວັດສາດ.

ໂດຍສະແດງຄວາມຊົມເຊີຍເລື່ອງ ນິງບິ່ງ ສ້າງເອກະສານຍື່ນສະເໜີໃຫ້ອຳນາດການປົກຄອງຮັບຮູ້ຫໍເທບທິດາ ໂຢ່ຍຮວ່າ ເປັນຮ່ອງຮອຍປະຫວັດສາດລະດັບຊາດນັ້ນ, ທ່ານ ນາງ ຄຳເພົາ ເອີນທະວັນ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ຝ່າຍລາວ ຈະສົ່ງຄະນະປະຕິບັດງານ ເພື່ອໜຸນຊ່ວຍ, ຮ່ວມເດີນທາງກັບແຂວງ ນິງບິ່ງ ໃນ​ຂະ​ບວນ​ການ​ຂອງ​ການ​ສໍາ​ເລັດ​ເອ​ກະ​ສານ​. ຜ່ານນັ້ນ ກໍ່ປະກອບສ່ວນອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າຂອງເຂດຮ່ອງຮອຍປະຫວັດສາດ, ນຳເອົາເຂດຮ່ອງຮອຍປະຫວັດສາດນີ້ ກາຍເປັນແຫຼ່ງທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວ ລາວ ແລະ ສາກົນ ເມື່ອມາທ່ອງທ່ຽວ ນິງບິ່ງ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.