ຕອນບ່າຍວັນທີ 18 ກັນຍາຕາມເວລາທ້ອງຖິ່ນ (ກົງກັບວັນທີ 19 ກັນຍາ ຕາມເວລາຫວຽດນາມ), ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Noemi Rabaza Fernandezz ຮອງປະທານຜູ້ທີໜຶ່ງຂອງສະຖາບັນມິດຕະພາບກູບາ ກັບປະຊາຊາດ (ICAP), ທ່ານນາງ Maria Yolanda Ferrer Gomez ປະທານສະມາຄົມມິດຕະພາບກູບາ - ຫວຽດນາມ ແລະຜູ້ຕາງໜ້າການນໍາໂຮງຮຽນທີ່ໃຊ້ຊື່ລຸງໂຮ່, ຫງວຽນວັນໂຈ໊ຍ ແລະ ຫວໍທິຖັ໊ງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານປະເທດ.
ຍສໝ - ງານວາງສະແດງອຸດສາຫະກຳໜູນຊ່ວຍຫວຽດນາມ - ຍີ່ປຸ່ນ ຄັ້ງທີ 9 (SIE 2021) ແລະ ງານວາງສະແດງສາກົນກ່ຽວກັບເຕັກໂນໂລຢີການຜະລິດເຄື່ອງອາໄຫຼ່ອຸດສາຫະກຳ (VME 2021) ປະກອບສ່ວນໃຫ້ຄຳປຶກສາ, ໜູນຊ່ວຍວິສາຫະກິດຫວຽດນາມພັດທະນາ…
ວັນທີ 17 ກັນຍາ, ກະຊວງສາທາລະນະສຸກຫວຽດນາມ ໄດ້ອອກຂໍ້ຕົກລົງສະບັບເລກທີ 4471/QĐ-BYT ລົງວັນທີ 17 ກັນຍາ 2021 ວ່າດ້ວຍການອະນຸມັດຜ່ານມີເງື່ອນໄຂວັກຊິນໃຫ້ຄວາມຕ້ອງການຮີບດ່ວນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ວັກຊິນ Abdala ໄດ້ອະນຸມັດຜ່ານອີງໃສ່ຂໍ້ກໍານົດຢູ່ມາດຕາ 67 ດຳລັດເລກທີ 54/2017/NĐ-CP ລົງວັນທີ 8 ພຶດສະພາ 2012 ຂອງລັດຖະບານທີ່ກໍານົດລາຍລະອຽດບາງມາດຕາ ແລະມາດຕະການປະຕິບັດກົດໝາຍວ່າດ້ວຍການຢາ.
ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກວ່າ ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງສາມັກຄີກັນ,ສຸມໃສ່ມານະພະຍາຍາມໃຫ້ແກ່ບັ້ນຕໍ່ສູ້ຕ້ານການກໍ່ການຮ້າຍ, ໂລກລະລາດໂຄວິດ - 19, ໂລກລະບາດ, ໄພທຳມະຊາດ ແລະ ບັນດາຄວາມຫຍຸ້ງຍາກ ກ່ຽວກັບເສດຖະກິດ ສັງຄົມ ກໍ່ຄືບັນດາຄວາມສ່ຽງຕ່າງໆຕໍ່ສັນຕິພາບ ແລະ ການພັດທະນາແບບຍືນຍົງ.
ຍສໝ - ນັ້ນແມ່ນຂໍ້ມູນທີ່ ທ່ານ ເລຮວ່າງຫາຍ - ຮອງຫົວໜ້າກົມສົ່ງເສີມການຄ້າ (ກະຊວງອຸດສາຫະກໍາ ແລະ ການຄ້າ) ກ່າວໃນກອງປະຊຸມການຄ້າອອນໄລ ກ່ຽວກັບຜະລິດຕະພັນກະສິກໍາ ແລະ ອາຫານ ຫວຽດນາມ - ຈີນ (ກວາງຕຸ້ງ) ປີ 2021 ທີ່ໄດ້ຈັດຂຶ້ນວັນທີ 16 ກັນຍາ.
10 ໂມງເຊົ້າວັນທີ 18 ກັນຍາ ຕາມເວລາກູບາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ Jose Marti Habana, ນະຄອນຫຼວງ La Habana, ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີ ສ.ກູບາ ຢ່າງເປັນທາງການ, ຕາມຄຳເຊື້ອເຊີນຂອງທ່ານເລຂາຄົນທີໜຶ່ງຂອງຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດ ສ.ກູບາ Miguel Díaz-Canel.
ເວທີປາໄສດັ່ງກ່າວໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ (CCI) ແຂວງ Saône-et-Loire ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ຝລັ່ງຈັດຂຶ້ນ.
ຍສໝ - ວັນທີ 16 ກັນຍາ, ວັກຊີນ AstraZeneca ຫຼາຍກວ່າ 852.480 ໂດສ ໜູນຊ່ວຍ ຫວຽດນາມ ໂດຍລັດຖະບານເຢຍລະມັນ ໄດ້ມາຮອດຮ່າໂນ້ຍ
ນີ້ແມ່ນການຢ້ຽມຢາມຄັ້ງປະຫວັດສາດ ໂດຍທ່ານປະທານປະເທດ ຫງວຽນຊວັນຟຸກ ແມ່ນປະມຸກລັດຕ່າງປະເທດຄົນທຳອິດໄປຢ້ຽມຢາມ ກູບາ ພາຍຫຼັງປະເທດກູບາ ຈັດຕັ້ງ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກປະສົບຜົນສຳເລັດ ແລະ ຫວຽດນາມກໍ່ປະຕິບັດສຳເລັດກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ.
ຍສໝ - ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ຫາກໍ່ຈັດພິທີສະເຫຼີມສະຫຼອງ 76 ປີແຫ່ງວັນຊາດປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2021) ຕາມຮູບແບບທາງໄກ ໂດຍມີການເຂົ້າຮ່ວມຂອງແຂກຖືກເຊີນກ່ວາ 200 ທ່ານ ຈາກອຳນາດການປົກຄອງ, ສະພາແຫ່ງຊາດ, ຄະນະທູຕານຸທູດ, ວິສາຫະກິດ, ນັກຮຽນຮູ້, ບັນດາອົງການບໍ່ຂຶ້ນກັບລັດຖະບານ ແລະ ປະຊາຄົມ ຊາວຫວຽດນາມ ອາໄສຢູ່ ອາເມລິກາ.
ຍສໝ - ອັດຕາສ່ວນກວມຜະລິດຕະພັນໝາກມ່ວງຫິມະພານຂອງຫວຽດນາມ ໃນການນຳເຂົ້າທັງໝົດຂອງຣັດເຊຍ ໄດ້ເພີ່ມຂຶ້ນຈາກ 50,28% ໃນ 6 ເດືອນ ທຳອິດຂອງປີ 2020 ເປັນ 57,68% ໃນ 6 ເດືອນ ທຳອິດຂອງປີ 2021.
ຍສໝ - ຄຳເຫັນຂ້າງເທິງນີ້ ໄດ້ກ່າວປາໄສໂດຍ ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເລກ໋ວກແຢັງ ໃນ “ກອງປະຊຸມຂັ້ນລັດຖະມົນຕີອາຊຽນ - ຈີນ ຄັ້ງທີ 7 ກ່ຽວກັບການຮ່ວມມື SPS" ໃນຕອນເຊົ້າຂອງວັນທີ 14 ກັນຍາ.
ຕອນບ່າຍວັນທີ 15 ກັນຍາ, ແຂວງຊຽງຂວາງ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ບໍລິສັດໃຫຍ່ຮ່ວມມືເສດຖະກິດ (COECCO) ເພື່ອໜູນຊ່ວຍອໍານາດການປົກຄອງ ແລະປະຊາຊົນນະຄອນໂຮ່ຈີມິນ ຜ່ານຜ່າຄວາມຫຍຸ້ງຍາກ ໂດຍພະຍາດໂຄວິດ-19 ກໍ່ຂຶ້ນ.
ຍສໝ - ຕາມຂໍ້ມູນຂອງກົມໃຫຍ່ພາສີແລ້ວ, ຈີນແມ່ນຄູ່ຮ່ວມມືການຄ້າທຳອິດ ແລະໜຶ່ງ ດຽວຂອງຫວຽດນາມທີ່ບັນລຸວົງເງິນນຳເຂົ້າແລະສົ່ງອອກ 100 ຕື້ USD ໃນ 8 ເດືອນ ຕົ້ນປີນີ້.
ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ຢູ່ ສະຫະພັນ ລັດເຊຍ, ວັນທີ 13 ກັນຍາ, ໄລຍະສຳຄຳທີ່ສຸດຂອງການຊ້ອມຮົບຮ່ວມຍຸດທະສາດ Zapad-2021 ໄດ້ດຳເນີນຢູ່ ສະໜາມຫັດແອບ Mulino, ຂຶ້ນກັບແຂວງ Nizhny Novgorod ຂອງປະເທດນີ້, ໂດຍມີການເຂົ້າຮ່ວມຂອງບັນດາກົມກອງເຂດທະຫານ ທາງພາກຕາເວັນຕົກ ສະຫະພັນລັດເຊຍ, ກອງທັບບັນດາປະເທດ ອາກເມເນຍ, ເບລາຣຸດ, ອິນເດຍ, ກາຊັກສະຖານ, ກຽກກິດສະຖານ ແລະ ມົງໂກນ.
ຍສໝ - ວັນທີ 13 ກັນຍາ, ສະຖານທູດອິດສະຣາແອນ ປະຈໍາ ຫວຽດນາມ ໃຫ້ຮູ້ວ່າ: ໃນທ້າຍອາທິດຜ່ານມາ, ທ່ານເອກອັກຄະລັດຖະທູດອິດສະຣາແອນ ປະຈໍາ ຫວຽດນາມ Nadav Eshcar ໄດ້ມອບຂອງຂວັນທີ່ເປັນສັນຍາລັກ ລວມມີ ເຄື່ອງຊ່ວຍຫາຍໃຈ 10 ເຄື່ອງ, ເຄື່ອງຜະລິດອົກຊີເຈນ, ຜ້າອັດປາກ N95, ຖົງຢາງຂ້າເຊື້ອ ເພື່ອໜູນຊ່ວຍ ຫວຽດນາມ ປ້ອງກັນ COVID-19.
ຍສໝ - ວັນທີ 14 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Toshimitsu Motegi ປະກາດວ່າ ປະເທດນີ້ຈະໜຸນຊ່ວຍວັກຊີນປ້ອງກັນພະຍາດໂຄວິດ -19 ຂອງ AstraZeneca ທັງໝົດ 1,3 ລ້ານໂດຮ ໃຫ້ 4 ປະເທດ/ເຂດແຄ້ວນໃນອາຊີ, ລວມມີ ຫວຽດນາມ, ໄທ, ບຣູໄນ ແລະໄຕ້ຫວັນ (ຈີນ).
ຍສໝ - ວັນທີ 13 ກັນຍາ, ກະຊວງການຕ່າງປະເທດຈີນ ໄດ້ຢືນຢັນອີກຄັ້ງໜຶ່ງເລື່ອງຖືການພົວພັນກັບຫວຽດນາມ ເປັນສຳຄັນເມື່ອເຕື້ອງເຖິງໝາກຜົນການມາຢ້ຽມຢາມຫວຽດນາມ ຂອງທ່ານລັດຖະມົນຕີການຕ່າງປະເທດຈີນ ຫວາງອີ ຫວ່າງແລ້ວນີ້.
ຍສໝ - ຫວ່າງແລ້ວນີ້, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ເກີນເທີ, ສະມາຄົມມິດຕະພາບຫວຽດນາມ-ກໍາປູເຈຍ ໄດ້ສົມທົບກັບສະຫະພັນຊາວໜຸ່ມນະຄອນ ເກີນເທີ ຈັດຕັ້ງພິທີມອບຂອງຂວັນໜູນຊ່ວຍໃຫ້ແກ່ນັກສຶກສາກໍາປູເຈຍ 17 ຄົນຢູ່ໃນບໍລິເວນ ເກິນເທີ ທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນການລະບາດຂອງພະຍາດ COVID-19ຂອງ ນະຄອນ ເກີນເທີ.
ຍສໝ - ການໜູນຊ່ວຍ ຂອງ WVI ໄດ້ປະກອບສ່ວນຢ່າງແທດຈິງເຂົ້າໃນການປ້ອງກັນພະຍາດ ແລະປົກປ້ອງສຸຂະພາບຂອງປະຊາຊົນໃນທ້ອງຖິ່ນ.
ໂດຍຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ເນື່ອງໃນໂອກາດນີ້, ທ່ານ ວູຫ໋າຍຮ່າ ຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດໃຫ້ຮູ້ວ່າ, ລັດຖະສະພາ/ສະພາແຫ່ງຊາດຫຼາຍປະເທດໄດ້ສະໜັບສະໜູນ ແລະ ໃຫ້ຄຳໝັ້ນສັນຍາຈະຖ່າຍທອດເຕັກໂນໂລຢີ ວັກຊິນໃຫ້ແກ່ ຫວຽດນາມ.
ຍສໝ - ວັນທີ 11 ກັນຍາ, ຢູ່ຫໍພັກຂອງມະຫາວິທະຍາໄລກົດໝາຍຮ່າໂນ້ຍ, ນັກສຶກສາລາວ ແລະກໍາປູເຈຍໄດ້ຮັບການສັກວັກຊີນກັນພະຍາດໂຄວິດ -19.
ຍສໝ - ຫວຽດນາມ ແລະຍີ່ປຸ່ນ ໄດ້ປຶກສາຫາລືທິດທາງການຮ່ວມມືດ້ານປ້ອງກັນຊາດໃນໄລຍະພັດທະນາໃໝ່; ຊົມເຊີຍການເຊັນສັນຍາວ່າດ້ວຍການມອບໂອນອຸປະກອນ ແລະເຕັກໂນໂລຍີປ້ອງກັນຊາດຈາກສອງປະເທດ...
ຍສໝ - ທ່ານນາງ ພັນລະຍາຂອງເອກອັກຄະລັດຖະທູດລັດເຊຍ ປະຈໍາຫວຽດນາມ Elena Viktorovna Bezdetko ໄດ້ມອບຂອງຂວັນໂດຍສະຖານທູດລັດເຊຍປະຈໍາຫວຽດນາມ ໃຫ້ທ່ານນາງ ຫງວຽນທິ້ຮວ່າຍລິງ ຫົວໜ້າ ຄະນະສາກົນສູນກາງສະຫະພັນແມ່ຍິງຫວຽດນາມ.
ຍສໝ - ບັນດາຜູ້ແທນໄດ້ປຶກສາຫາລື ແລະປະກອບຄຳຄິດເຫັນເພື່ອສືບຕໍ່ຮັກສາ ແລະຊຸກຍູ້ການແລກປ່ຽນ ແລະການຮ່ວມມືດ້ານການສຶກສາ - ການສຶກສາວິຊາຊີບໃນສະພາບການຜັນແປທີ່ສັບສົນຂອງການລະບາດຂອງພະຍາດໂຄວິດ -19.
ຍສໝ - ຫໍພິພິທະພັນ No Hero ຢູ່ Delden (ໂຮນລັງ) ຫາກໍ່ເປີດງານວາງສະແດງພາບແຕ້ມ ຫວຽດນາມ: ສະຫວັນແຫ່ງຄວາມຝັນ ໂດຍນອນໃນຊຸດສະສົມຂອງນັກທຸລະກິດໂຮນລັງ Geert Steinmeijer.
ໃນໄລຍະຈະມາເຖິງ 2 ຝ່າຍຈົ່ງສືບຕໍ່ເພີ່ມທະວີການພົບປະຂັ້ນສູງ, ປັບປຸງການພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ຝ່າຍ
ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງດີງກູຍ ຖືວ່າ ສະພາຄວາມໝ້້ນຄົງ ຄວນເອົາໃຈໃສ່ ແລະ ຊຸກຍູ້ວິທີແກ້ໄຂບັນດາສິ່ງທ້າທາຍທີ່ຫາກໍ່ພົ້ນເດັ່ນ ບົນພື້ນຖານການປະຕິບັດຕາມກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ.
2 ຝ່າຍເຫັນດີເຊື່ອມຕໍ່ບັນດາຖ້ຽວບິນການຄ້າເມື່ອເງື່ອນໄຂອະນຸຍາດ, ສ້າງເງື່ອນໄຂໃຫ້ແກ່ການໄປມາ, ການຈໍລະຈອນສິນຄ້າ.
ຍສໝ - ວັນທີ 8 ກັນຍາ, ທີ່ Brussels, ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ແບນຊິກ ຫງວຽນວັນຖາວ ໄດ້ຍື່ນໜັງສືມອບສິດຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ຂຶ້ນເຖິງ ເຈົ້າຊີວິດແບນຊິກ Philippe.