ການນໍາເຂົ້າ ແລະສົ່ງອອກ ຂອງຫວຽດນາມກັບຈີນ ບັນລຸ 100 ຕື້ USD

11:43 | 16/09/2021

ຍສໝ - ຕາມຂໍ້ມູນຂອງກົມໃຫຍ່ພາສີແລ້ວ, ຈີນແມ່ນຄູ່ຮ່ວມມືການຄ້າທຳອິດ ແລະໜຶ່ງ ດຽວຂອງຫວຽດນາມທີ່ບັນລຸວົງເງິນນຳເຂົ້າແລະສົ່ງອອກ 100 ຕື້ USD ໃນ 8 ເດືອນ ຕົ້ນປີນີ້.

ລົງ​ທຶນ 30 ຕື້ USD ເພື່ອ​ພັດ​ທະ​ນາ​ໄຟ​ຟ້າແຮງ​ລົມ​​ຢູ່ນອກຝັ່ງ​ທະ​ເລ ຫວຽດ​ນາມ ລົງ​ທຶນ 30 ຕື້ USD ເພື່ອ​ພັດ​ທະ​ນາ​ໄຟ​ຟ້າແຮງ​ລົມ​​ຢູ່ນອກຝັ່ງ​ທະ​ເລ ຫວຽດ​ນາມ
ຍອດເງິນລົງທຶນຈາກຕ່າງປະເທດ ໄດ້ຈົດທະບຽນໃນ 8 ເດືອນ ບັນລຸຫຼາຍກວ່າ 19 ຕື້ USD ຍອດເງິນລົງທຶນຈາກຕ່າງປະເທດ ໄດ້ຈົດທະບຽນໃນ 8 ເດືອນ ບັນລຸຫຼາຍກວ່າ 19 ຕື້ USD
ພາບປະກອບ
ພາບປະກອບ

ລາຍລະອຽດ, ໄລ່ຮອດທ້າຍເດືອນສິງຫາ, ການສົ່ງອອກຂອງຫວຽດນາມໄປຍັງຈີນບັນລຸໄດ້ກວ່າ 33 ຕື້ USD, ເພີ່ມຂຶ້ນຫຼາຍກວ່າ 22% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ ແລະກວມເກືອບ 16% ຍອດວົງເງິນສົ່ງອອກຂອງທົ່ວປະເທດ. ບັນດາກຸ່ມສິນຄ້າສົ່ງອອກຕົ້ນຕໍ ລວມມີ ໂທລະສັບ ແລະເຄື່ອງອາໄຫຼ່ເພີ່ມຂຶ້ນຫຼາຍທີ່ສຸດ; ຖັດມາແມ່ນຄອມພິວເຕີ, ຜະລິດຕະພັນເອເລັກໂທຣນິກ...

ໃນທິດທາງກົງກັນຂ້າມ, ຫວຽດນາມ ໄດ້ນຳເຂົ້າສິນຄ້າຈາກຈີນ ດ້ວຍມູນຄ່າຫຼາຍກວ່າ 72 ຕື້ USD, ເພີ່ມຂຶ້ນຫຼາຍກວ່າ 46% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ. ເປັນທີ່ໜ້າສົນໃຈ, ສະເພາະຕະຫຼາດຈີນກວມເອົາ 33.3% ຂອງມູນຄ່າການນຳເຂົ້າທັງໝົດໃນທົ່ວປະເທດ.

ສິນຄ້າຈີນມີຢູ່ໃນກຸ່ມສິນຄ້ານຳເຂົ້າຫຼັກແຫຼ່ງທັງໝົດຂອງຫວຽດນາມ, ຫຼາຍກຸ່ມສິນຄ້າໄດ້ຢຶດທີ່ຕັ້ງອັນດັບ 1 ເຊັ່ນ: ເຄື່ອງຈັກ, ອຸປະກອນ, ເຄື່ອງມື, ເຄື່ອງອາໄຫຼ່ທີ່ມີມູນຄ່າ 16,73 ຕື້ USD, ເພີ່ມຂຶ້ນຫຼາຍ 71%; ຄອມພິວເຕີ, ຜະລິດຕະພັນເອເລັກໂທຣນິກ ແລະເຄື່ອງອາໄຫຼ່ບັນລຸ 13,49 ຕື້ USD, ເພີ່ມຂຶ້ນ 34%; ໂທລະສັບ ແລະເຄື່ອງອາໄຫຼ່ບັນລຸ 5,83 ຕື້ USD, ເພີ່ມຂຶ້ນ 62%;

ວັດຖຸດິບສໍາລັບຂະແໜງຕ່ຳແຜ່ນຕັດຫຍິບ ແລະເກີບໜັງ (ລວມມີ ຜ້າຝ້າຍຊະນິດຕ່າງໆ, ແຜ່ນແພຊະນິດຕ່າງໆ, ເສັ້ນຝ້າຍ, ໄໝ ສິ່ງທໍທຸກຊະນິດ ແລະວັດຖຸດິບສໍາລັບຕ່ຳແຜ່ນຕັດຫຍິບ ແລະເກີບໜັງ) ບັນລຸໄດ້ 9.2 ຕື້ USD, ເພີ່ມຂຶ້ນ 35%...

ຈີນແມ່ນຄູ່ຮ່ວມມືການຄ້າທຳອິດ ແລະໜຶ່ງດຽວຂອງຫວຽດນາມ ທີ່ປະຈຸບັນບັນລຸວົງເງິນການຄ້າ 100 ຕື້ USD. ແນວໃດກໍ່ຕາມ, ການຂາດດຸນການຄ້າຂອງຫວຽດນາມແມ່ນໃຫຍ່ຫຼວງ ເມື່ອຂາດດຸນນໍາເຂົ້າສູງເຖິງເກືອບ 39 ຕື້ USD.

ໄຊພອນ

302 Found

Found

The document has moved here.