ຫວຽດນາມ ຍົກສູງກົດໝາຍສາກົນ ໃນການແກ້ໄຂສິ່ງທ້າທາຍທົ່ວໂລກ

15:47 | 11/09/2021

ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງດີງກູຍ ຖືວ່າ ສະພາຄວາມໝ້້ນຄົງ ຄວນເອົາໃຈໃສ່ ແລະ ຊຸກຍູ້ວິທີແກ້ໄຂບັນດາສິ່ງທ້າທາຍທີ່ຫາກໍ່ພົ້ນເດັ່ນ ບົນພື້ນຖານການປະຕິບັດຕາມກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ.

ຫວຽດ​ນາມ​ແບ່ງ​ປັນ​ບົດ​ຮຽນ​ຢູ່ ກອງ​ປະ​ຊຸມ ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ ດີ​ຈີ​ຕອນ ຫວຽດ​ນາມ​ແບ່ງ​ປັນ​ບົດ​ຮຽນ​ຢູ່ ກອງ​ປະ​ຊຸມ ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ ດີ​ຈີ​ຕອນ
ຫວຽດ​ນາມ​ມີ​ຄວາມ​ເອົາ​ໃຈ​ໃສ່​ຕິດ​ຕາມ​ບັນ​ດາ​ການ​ຜັນ​ແປ​ຢູ່​ໂຊ​ມາ​ລີ ຫວຽດ​ນາມ​ມີ​ຄວາມ​ເອົາ​ໃຈ​ໃສ່​ຕິດ​ຕາມ​ບັນ​ດາ​ການ​ຜັນ​ແປ​ຢູ່​ໂຊ​ມາ​ລີ

ໃນວັນທີ 7 ກັນຍານີ້ (ຕາມເວລານິວຢອກ), ສະພາຄວາມໝ້້ນຄົງສະຫະປະຊາຊາດ ໄດ້ຈັດຕັ້ງກອງປະຊຸມ ເພື່ອຮັບຟັງບົດລາຍງານຂອງກຸ່ມຜູ້ອາວຸໂສ (“The Elders”) ກ່ຽວກັບການຮັບມືກັບບັນດາສິ່ງທ້າທາຍ ຕໍ່ສັນຕິພາບ ແລະ ຄວາມໝ້້ນຄົງສາກົນ.

ຫວຽດນາມ ຍົກສູງກົດໝາຍສາກົນ ໃນການແກ້ໄຂສິ່ງທ້າທາຍທົ່ວໂລກ
ທ່ານເອກອັກຄະລັດຖະທູດ ດັ້ງດີງກູຍ. ພາບ:TTXVN

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດີງກູຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຢືນຢັນການຍົກສູງລັດທິຫຼາຍຝ່າຍ ບົນພື້ນຖານກົດໝາຍສາກົນ ແລະ ບົດບາດໃຈກາງຂອງສະຫະປະຊາຊາດ ໃນການປ້ອງກັນ ແລະ ແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ; ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສຸມໃສ່ການປ້ອງກັນ ແລະ ແກ້ໄຂການປະທະກັນ ແລະ ສ້າງສາຄວາມສັນຕິພາບ, ແລະ ຊຸກຍູ້ຄວາມເປັນເຫັນດີເຫັນພ້ອມຊຶ່ງກັນແລະກັນ.

ທ່ານເອກອັກຄະລັດຖະທູດ ດັ້ງດີງກູຍ ໄດ້ເນັ້ນໜັກ, ຮຽກຮ້ອງການປັບປຸງສະພາຄວາມໝັ້ນຄົງຕາມທິດຮັບປະກັນຄວາມໂປ່ງໃສ, ປະຊາທິປະໄຕ, ລັກສະນະເປັນຕົວແທນ ແລະ ມີປະສິດທິຜົນ; ສະພາຄວາມໜັ້ນຄົງ ຄວນສະໜັບສະໜູນບົດບາດຂອງອົງການຈັດຕັ້ງພາກພື້ນ ເຊັ່ນ: ສະຫະພາບອາຟຣິກາ (AU) ໃນການຮັກສາສັນຕິພາບ ແລະ ຄວາມໝ້້ນຄົງສາກົນ ແລະ ພາກພື້ນ, ໃນນັ້ນ ອາຊຽນ ໄດ້ ແລະ ພວມມີບົດບາດເປັນໃຈກາງໃນໂຄງປະກອບຄວາມໝັ້ນຄົງຂອງພາກພື້ນ; ເອົາໃຈໃສ່ ແລະ ຊຸກຍູ້ມາດຕະການແກ້ໄຂສິ່ງທ້າທາຍໃໝ່ ບົນພື້ນຖານການປະຕິບັດຕາມກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.