ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ຍີ່ປຸ່ນ ໃນໄລຍະໃໝ່

14:22 | 13/09/2021

ຍສໝ - ຫວຽດນາມ ແລະຍີ່ປຸ່ນ ໄດ້ປຶກສາຫາລືທິດທາງການຮ່ວມມືດ້ານປ້ອງກັນຊາດໃນໄລຍະພັດທະນາໃໝ່; ຊົມເຊີຍການເຊັນສັນຍາວ່າດ້ວຍການມອບໂອນອຸປະກອນ ແລະເຕັກໂນໂລຍີປ້ອງກັນຊາດຈາກສອງປະເທດ...

ຍີ່ປຸ່ນ ປາດຖະໜາວ່າ ຫວຽດນາມ ຈະເສີມຂະຫຍາຍກຳລັງຄວາມສາມາດໃນການສຳຫຼວດກວດກາຊັບພະຍາກອນສິ່ງແວດລ້ອມທະເລ ຍີ່ປຸ່ນ ປາດຖະໜາວ່າ ຫວຽດນາມ ຈະເສີມຂະຫຍາຍກຳລັງຄວາມສາມາດໃນການສຳຫຼວດກວດກາຊັບພະຍາກອນສິ່ງແວດລ້ອມທະເລ
ຫວຽດນາມ ຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນແຖວໜ້າ, ຍາວນານ ຫວຽດນາມ ຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນແຖວໜ້າ, ຍາວນານ

ໂດຍຕອບຄໍາເຊີນຂອງ ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ທ່ານ Kishi Nobuo ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ໄດ້ເດີນທາງມາຢ້ຽມຢາມຫວຽດນາມ ແຕ່ວັນທີ 10 ຫາວັນທີ 12 ກັນຍາ 2021. ຕອນບ່າຍວັນທີ 11 ກັນຍາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຟານວັນຢາງ ໄດ້ເປັນປະທານພິທີຕ້ອນຮັບ ແລະ ດຳເນີນການສົນທະນາກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດຊາດ ຍີ່ປຸ່ນ Kishi Nobuo.

ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ຍີ່ປຸ່ນ ໃນໄລຍະໃໝ່
ບັນຍາກາດທີ່ການສົນທະນາ. ພາບ: qdnd.vn

ໃນການສົນທະນາ, ລັດຖະມົນຕີສອງທ່ານ ໄດ້ຕີລາຄາສູງຕໍ່ການພົວພັນດ້ານປ້ອງກັນຊາດໄລຍະຜ່ານມາ; ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ໃນນັ້ນ ມີຄວາມສຳ ຄັນຂອງຄວາມເສລີໃນການເດີນເຮືອ ແລະການບິນຕໍ່ບັນດາສະພາບການຜັນແປທີ່ສັບສົນທີ່ພວມເກີດຂຶ້ນຢູ່ໃນພາກພື້ນ.

ສອງຝ່າຍໄດ້ຢັ້ງຢືນຄືນຄວາມຈຳເປັນຂອງການເຄົາລົບປະຕິບັດຕາມກົດໝາຍສາກົນ, ລວມມີ ສົນທິສັນຍາສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982) ແລະ ແລກປ່ຽນກ່ຽວກັບບົດຮຽນ, ປະສົບການໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງກອງທັບແຕ່ລະປະເທດ.

ສອງຝ່າຍໄດ້ແລກປ່ຽນກ່ຽວກັບການທິດທາງການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໃນໄລຍະພັດທະນາໃໝ່; ຊົມເຊີຍການເຊັນສັນຍາວ່າດ້ວຍການມອບໂອນອຸປະກອນ ແລະເຕັກໂນໂລຍີປ້ອງກັນຊາດຈາກສອງປະເທດ...

ສອງຝ່າຍເຫັນດີຕັ້ງໜ້າສົມທົບກັນເພື່ອລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດເສນາຮັກ ແລະ ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ; ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ສືບຕໍ່ຮັກສາບັນດາກົນໄກຮ່ວມມືສອງຝ່າຍ… ເປັນຕົ້ນຄື: ການໂອ້ລົມສົນທະນາດ້ານນະໂຍບາຍດ້ານການປ້ອງກັນຊາດຮອງລັດຖະມົນຕີ, ການປຶກສາຫາລືກັບນາຍພົນທະຫານເສນາທິການບັນດາເຫຼົ່າຮົບ, ການຮ່ວມມືໃນການບໍາລຸງສ້າງພະນັກງານ, ອຸດສາຫະກໍາປ້ອງກັນຊາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ.

ສອງຝ່າຍຈະປະສານສົມທົບກັນຢ່າງແໜ້ນແຟ້ນໃນການຈັດຕັ້ງປະຕິບັດບັນດາໂຄງການໃນກົນໄກການຮ່ວມມືຫຼາຍຝ່າຍ, ພາກພື້ນ, ໂດຍສະເພາະແມ່ນເວທີປາໄສພາກພື້ນອາຊຽນ (ARF), ກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ ເປີດກວ້າງ (ADMM+) ແລະການຮ່ວມມືດ້ານຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດລະຫວ່າງບັນດາອົງການປ້ອງກັນຊາດຍີ່ປຸ່ນ ແລະອາຊຽນ ເຊິ່ງ ທ່ານ ລັດຖະມົນຕີ Kishi Nobuo ໄດ້ກ່າວຄຳປາໄສໃນກອງປະຊຸມລັດຖະມົນຕີປ້ອງກັນປະເທດ ຍີ່ປຸ່ນ-ອາຊຽນ ຄັ້ງທີ 6.

ສອງຝ່າຍຈະຕັ້ງໜ້າຊຸກຍູ້ບັນດາການເຄື່ອນໄຫວຮ່ວມມື, ພິເສດແມ່ນບັນດາລາຍການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ການຮ່ວມມືຫຼາຍຝ່າຍ, ແນໃສ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການພັດທະນາຂອງພາກພື້ນ ແລະ ໃນໂລກ.

ໄຊພອນ

ເຫດການ
302 Found

Found

The document has moved here.