ກະຊວງສາທາລະນະສຸກ ອະນຸມັດຜ່ານມີເງື່ອນໄຂວັກຊິນໂຄວິດ-19 Abdala ຂອງກຸຍບາ

20:00 | 19/09/2021

ວັນທີ 17 ກັນຍາ, ກະຊວງສາທາລະນະສຸກຫວຽດນາມ ໄດ້ອອກຂໍ້ຕົກລົງສະບັບເລກທີ 4471/QĐ-BYT ລົງວັນທີ 17 ກັນຍາ 2021 ວ່າດ້ວຍການອະນຸມັດຜ່ານມີເງື່ອນໄຂວັກຊິນໃຫ້ຄວາມຕ້ອງການຮີບດ່ວນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ວັກຊິນ Abdala ໄດ້ອະນຸມັດຜ່ານອີງໃສ່ຂໍ້ກໍານົດຢູ່ມາດຕາ 67 ດຳລັດເລກທີ 54/2017/NĐ-CP ລົງວັນທີ 8 ພຶດສະພາ 2012 ຂອງລັດຖະບານທີ່ກໍານົດລາຍລະອຽດບາງມາດຕາ ແລະມາດຕະການປະຕິບັດກົດໝາຍວ່າດ້ວຍການຢາ.

ກະຊວງສາທາລະນະສຸກ: ສາມາດສັກປະສົມວັກຊີນ Moderna ແລະ Pfizer ໄດ້ ກະຊວງສາທາລະນະສຸກ: ສາມາດສັກປະສົມວັກຊີນ Moderna ແລະ Pfizer ໄດ້
ກະຊວງສາທາລະນະສຸກ: ປະຊາຊົນຫວຽດນາມ ຫລາຍກວ່າ 832,000 ຄົນໄດ້ຮັບການສັກຢາວັກແຊງປ້ອງກັນ COVID-19 ກະຊວງສາທາລະນະສຸກ: ປະຊາຊົນຫວຽດນາມ ຫລາຍກວ່າ 832,000 ຄົນໄດ້ຮັບການສັກຢາວັກແຊງປ້ອງກັນ COVID-19

ທີ່ຫວຽດນາມ, ສູນຄົ້ນຄວ້າ, ຜະລິດວັກຊິນ ແລະຜະລິດຕະພັນຊີວະພາບການແພດ (POLYVAC) ໄດ້ສະເໜີອະນຸມັດຜ່ານວັກຊິນປະເພດນີ້. ກະຊວງສາທາລະນະສຸກ ກໍ່ກໍານົດເງື່ອນໄຂຕິດພ້ອມການອະນຸມັດຜ່ານວັກຊິນ Abdala ໃຫ້ຄວາມຕ້ອງການຮີບດ່ວນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ຕາມນັ້ນແລ້ວ, ກົມຄຸ້ມຄອງການຢາມີຄວາມຮັບຜິດຊອບອອກໃບນໍາເຂົ້າວັກຊິນ Abdala ຕາມກໍານົດເມື່ອຮັບສໍາເນົາເອກະສານຂອງຮາກຖານນໍາເຂົ້າ, ປະຕິບັດຖືກຕາມກຳນົດຂອງກົດໝາຍວ່າດ້ວຍການຄຸ້ມຄອງນໍາເຂົ້າ, ຄຸ້ມຄອງຄຸນນະພາບວັກຊິນນໍາເຂົ້າ.

ກະຊວງສາທາລະນະສຸກ ອະນຸມັດຜ່ານມີເງື່ອນໄຂວັກຊິນໂຄວິດ-19 Abdala ຂອງກຸຍບາ
ກະຊວງສາທາລະນະສຸກ ອະນຸມັດຜ່ານມີເງື່ອນໄຂວັກຊິນໂຄວິດ-19 Abdala ຂອງກຸຍບາ. (ພາບ: AFP)

ກົມວິທະຍາສາດເຕັກໂນໂລຢີ ແລະບໍາລຸງສ້າງ ມີຄວາມຮັບຜິດຊອບເລືອກເຟັ້ນອົງການມີຄົບເງື່ອນໄຂເພື່ອຕີລາຄາຄວາມປອດໄພ, ປະສິດທິຜົນຂອງວັກຊິນບົນພື້ນຖານຄວາມເຫັນຂອງສະພາທີ່ປຶກສານໍາໃຊ້ວັກຊິນ, ຜະລິດຕະພັນຊີວະພາບການແພດຂອງກະຊວງສາທາລະນະສຸກ (ສະພາທີ່ປຶກສາ) ໃນໄລຍະນໍາໃຊ້.

ກົມການແພດສໍາຮອງ ປະຕິບັດຄວາມຮັບຜິດຊອບທີ່ກ່ຽວຂ້ອງເຖິງການສັກວັກຊິນ Abdala ຕາມກໍານົດ. ສະຖາບັນກວດກາຕີລາຄາວັກຊິນ ແລະຜະລິດຕະພັນຊີວະພາບການແພດແຫ່ງຊາດ ມີຄວາມຮັບຜິດຊອບດໍາເນີນການກວດກາຕີລາຄາ ແລະອອກໃບຢັ້ງຢືນໃຫ້ວັກຊິນ Abdala ອອກຈາກໂຮງງານ ກ່ອນທີ່ນໍາໃຊ້.

la.qdnd.vn

ເຫດການ
302 Found

Found

The document has moved here.