ນັກ​ທຸ​ລະ​ກິດ​ໂຮນ​ລັງ ​ແນະ​ນຳ​ພາບ​ແຕ້ມ​ຂອງ​ບັນ​ດາ​ນັກຈິດຕະກອນຫວຽດ​ນາມ

06:38 | 12/09/2021

ຍ​ສ​ໝ - ຫໍ​ພິ​ພິ​ທະ​ພັນ No Hero ຢູ່ Delden (ໂຮນ​ລັງ) ຫາ​ກໍ່​ເປີດ​ງານ​ວາງ​ສະ​ແດງ​ພາບ​ແຕ້ມ ຫວຽດ​ນາມ: ສະ​ຫວັນ​ແຫ່ງ​ຄວາມ​ຝັນ ໂດຍນອນ​ໃນ​ຊຸດ​ສະ​ສົມ​ຂອງ​ນັກ​ທຸ​ລະ​ກິດ​ໂຮນລັງ Geert Steinmeijer.

ຮັບ​ຮູ້​ບົດ​ບາດ​ຂອງ​ບັນ​ດາ​ການ​ນຳ​ໜຸ່ມ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ ຮັບ​ຮູ້​ບົດ​ບາດ​ຂອງ​ບັນ​ດາ​ການ​ນຳ​ໜຸ່ມ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ
ຫວຽດ​ນາມ ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ ເທື່ອ​ລະ​ກ້າວ ຫວຽດ​ນາມ ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ ເທື່ອ​ລະ​ກ້າວ
ນັກ​ທຸ​ລະ​ກິດ​ໂຮນ​ລັງ ​ແນະ​ນຳ​ພາບ​ແຕ້ມ​ຂອງ​ບັນ​ດາ​ນັກຈິດຕະກອນຫວຽດ​ນາມ
ທ່ານ ຟ້າມ​ວຽດ​ແອັງ ເອກ​ອັກ​ຄະ​ລັດ​ດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ໂຮນ​ລັງ ມາ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ

ງານ​ວາງ​ສະ​ແດງ​ລວມ​ມີ 3 ພາກ: ພາກ​ສີ​ສັນ​ຫວຽດ​ນາມ, ແມ່​ຍິງ ຫວຽດ​ນາມ ແລະ ສະ​ຫວັນ​ໃນ​ໜ່ວຍ​ໂລກ. ງານ​ວາງ​ສ​ະ​ແດງ​ໄດ້​ແນະ​ນຳ​ບັນ​ດາ​ພາບ​ແຕ້ມ​ສີ​ຂັດ​ມັນ​ທີ່​ມີ​ຂະ​ໜາດ​ໃຫຍ່ ດ້ວຍ​ຮູບ​ພາບ​ໝູ່​ບ້ານ, ຕະຫຼາດ​​ບ້ານ​, ງານ​ບຸນ… ສີ​ສັນ​​ມູນ​ເຊື້ອ​ຂອງຄວາມສະຫງົບຄືດັ່ງຄວາມໄຝ່ຝັນຂອງ​ຊົນ​ຊາດ​ທີ່ປະ​ຫວັດ​ສາດເຕັມ​ໄປ​ດ້ວຍ​ສົງ​ຄາມ - ຄື​ວິທີເວົ້າ​ຂອງຜູ້ກຳກັບຂອງ​ງານ​ວາງ​ສະ​ແດງ.

ທ່ານ Geert Steinmeijer ໄດ້​ເປີດ​ຫ​ໍ​ພິ​ພິ​ທະ​ພັນ​ເອ​ກະ​ຊົນ​ດ້ວຍ​ງົບ​ປະ​ມານ​ສ່ວນ​ຕົວ​ດ້ວຍ​ທິດ​ນຳ​ທີ່​ວ່າ ເຊື່ອມ​ຕໍ່​ຄວາມ​ຮູ້​ສຶກ​ດ້ານ​ສິ​ລ​ະ​ປະ. ທ່ານ​ໄດ້​ມີ​ໄລ​ຍະ​ໜຶ່ງ ດຳ​ເນີນ​ທຸ​ລ​ະ​ກິດ​ຢູ່ ຫວຽດ​ນາມ, ມາ​ຫວຽດ​ນາມ​ເປັນຫຼາຍ​ຄັງ​ໃນ​ໄລ​ຍະ​ແຕ່​ປີ 1990 – 2010. ທ່ານ​ມີ​ຄວາມ​ຮັກ​ຫອມ​ຕໍ່​ພາບ​ແຕ້ມ​ຫວຽດ​ນາມ ຍ້ອນ​ຫົວ​ຂໍ້, ວາດ​ພາບ ແລະ ແນວ​ຄິດ​ຂອງ​ບັນ​ດາ​ນັກ​ຈິດ​ຕະ​ກອນ. ທ່ານ​ສະສົມ​​ພາບ​ຖ່າຍ ໄດ້ 35 ແຜ່ນ​ຂອງ​ບັນ​ດາ​ນັກ​ຈິດ​ຕະ​ກອນ ຫວຽດ​ນາມ ​ຄື: ເຈິ່ນ​ດິ່ງ​ເທາະ, ຫວູ​ຢາງ​ເຮືອງ, ໂດ​ຊວັນ​ຢ​ວານ, ໂຕ​ງອກ​ແທັງ, ຮ່​ວຽນ​ເຟືອງ​ດົງ, ບຸຍ​ຮຶວ​ຢຸງ, ດັ່ງ​ຊວັນ​ຮ່​ວາ ແລະ ຫງວຽນ​ຈຸງ.

ນີ້​ແມ່ນ​ຄັ້ງ​ທຳ​ອິດທີ່ ທ່ານ Geert Steinmeijer ໄດ້​ວາງ​ສະ​ແດງ​ຊຸດ​ສະ​ສົມ, ດ້ວຍ​ວັດ​ຖຸ​ດິບ​ຕົ້ນ​ຕໍ​ແມ່ນ​ສີ​ຂັດ​ມັນ ແລະ ຜ້າ​ໄໝ. ຄວາມ​ຮັກ​ຫວຽດ​ນາມ ຂອງ ທ່ານ Geert Steinmeijer ໄດ້​ແຜ່​ກະ​ຈາຍ​ໄປ​ຍັງ​ທົ່ວ​ຄອບ​ຄົວ​ຂອງ​ທ່ານ. ລູກ​ສາວ​ຂອງ​ທ່ານ​ຫ​າ​ກໍ່​ມີຖ້ຽວການ​ເດີນ​ທາງ​ໄປ​ທົ່ວ​ຫວຽດ​ນາມ ດ້ວຍ​ລົດ​ຈັກ​ ເປັນ​ເວ​ລາ 6 ອາ​ທິດ ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ຫວຽດ​ນາມ ດ້ວຍ​ອາ​ລົມ​ຈິດ​ຂອງ​ຕົນ, ເພື່ອ​ສຳ​ຜັດຕົວຈິງ​ກັບ ສະ​ຫວັນ​ບົນ​ດິນ ໂດຍ​ພໍ່​ຂອງ​ລາວ ວາດ​ພາບ.

ງານ​ວາ​ງ​ສະ​ແດງ​ຂອງ ທ່ານ Geert Steinmeijer ​ເປີດ​ປະ​ຕູ​ເຖິງ​ເດືອນ​ພຶດ​ສະ​ພາ ປີ 2022 ເພື່ອ​ມີ​ຜູ້ໄດ້ຮັບ​ຊົມເປັນ​ຈຳ​ນວນຫຼາຍ ແລະ ຄາດ​ວ່າ​ຈະ​ເຂົ້າ​ຮ່ວມ​ບັນ​ດາກ​າ​ນ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ໂຮນ​ລັງ - ຫວຽດ​ນາມ.

​ບຸນ​ຄົງ

302 Found

Found

The document has moved here.