ສັກວັກຊີນກັນພະຍາດ ໂຄວິດ -19 ໃຫ້ກັບນັກສຶກສາລາວ ແລະກໍາປູເຈຍ ເກືອບ 40 ຄົນ

15:08 | 13/09/2021

ຍສໝ - ວັນທີ 11 ກັນຍາ, ຢູ່ຫໍພັກຂອງມະຫາວິທະຍາໄລກົດໝາຍຮ່າໂນ້ຍ, ນັກສຶກສາລາວ ແລະກໍາປູເຈຍໄດ້ຮັບການສັກວັກຊີນກັນພະຍາດໂຄວິດ -19.

ຢ້ຽມຢາມ ແລະໃຫ້ກໍາລັງໃຈນັກສຶກສາລາວ ແລະກໍາປູເຈຍ ທີ່ພວມຮໍ່າຮຽນຢູ່ແຂວງດົງນາຍ ຢ້ຽມຢາມ ແລະໃຫ້ກໍາລັງໃຈນັກສຶກສາລາວ ແລະກໍາປູເຈຍ ທີ່ພວມຮໍ່າຮຽນຢູ່ແຂວງດົງນາຍ
ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19  500,000 ໂດສ ໃຫ້ແກ່ຫວຽດນາມ ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19 500,000 ໂດສ ໃຫ້ແກ່ຫວຽດນາມ
ສັກວັກຊີນກັນພະຍາດ ໂຄວິດ -19  ໃຫ້ກັບນັກສຶກສາລາວ ແລະກໍາປູເຈຍ ເກືອບ 40 ຄົນ
ບັນດານັກສຶກສາລາວ ແລະ ກຳປູເຈຍເຕົ້າໂຮມກັນທີ່ເດີ່ນຫໍພັກຂອງມະຫາວິທະຍາໄລກົດໝາຍຮ່າໂນ້ຍກ່ອນການສັກວັກຊີນກັນພະຍາດ ໂຄວິດ -19.

ໃນຄັ້ງນີ້, ມະຫາວິທະຍາໄລກົດໝາຍຮ່າໂນ້ຍໄດ້ປະສານສົມທົບກັບຄະນະກໍາມະການປະຊາຊົນ ຕາແສງຫຼາງຫະ, ເມືອງດົງດາ, ນະຄອນຫຼວງຮ່າໂນ້ຍ ເພື່ອຈັດຕັ້ງການສັກຢາວັກຊີນກັນພະຍາດໂຄວິດ-19 ໃຫ້ກັບນັກສຶກສາລາວ ແລະກໍາປູເຈຍ 39 ຄົນທີ່ດໍາລົງຊີວິດ ແລະສຶກສາຮໍ່າຮຽນຢູ່ໂຮງຮຽນ.

ການຈັດຕັ້ງການສັກຢາວັກຊີນໄດ້ດໍາເນີນພາຍໃຕ້ການຮັບປະກັນບັນດາຂໍ້ກຳນົດ ແລະຂັ້ນຕອນ ລວມມີການສໍາຫຼວດຄວາມຕ້ອງການຂອງນັກສຶກສາ, ການວັດແທກຄວາມດັນ, ກວດສຸຂະພາບ, ສັກວັກຊີນ ແລະຕິດຕາມອາການຫຼັງການສັກຢາ.

ທ້າວ ວິລະຊົນ ວັນສີລາລົມ ເປັນນັກສຶກສາລາວທີ່ມະຫາວິທະຍາໄລກົດໝາຍຮ່າໂນ້ຍ ລໍຖ້າຜຽນທີ່ຈະໄດ້ຮັບການສັກຢາປ້ອງກັນ
ທ້າວ ວິລະຊົນ ວັນສີລາລົມ ເປັນນັກສຶກສາລາວທີ່ມະຫາວິທະຍາໄລກົດໝາຍຮ່າໂນ້ຍ ລໍຖ້າຜຽນທີ່ຈະໄດ້ຮັບການສັກວັກຊີນກັນພະຍາດ ໂຄວິດ -19

ໃນຖານະເປັນນັກສຶກສາຕ່າງປະເທດຜູ້ທຳອິດໃນກຸ່ມທີ່ໄດ້ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19, ທ້າວ ວິລະຊົນ ວັນສີລາລົມ, ຜູ້ທີ່ພວມສຶກສາຮໍ່າຮຽນຫຼັກສູດປະລິນຍາເອກຂະແໜງກົດໝາຍເສດຖະກິດ, ເປັນນັກສຶກສາລາວທີ່ມະຫາວິທະຍາໄລກົດໝາຍຮ່າໂນ້ຍ ໃຫ້ຮູ້ວ່າ: ຂ້າພະເຈົ້າຮູ້ສຶກອຸ່ນໃຈຫຼາຍເມື່ອໄດ້ຮັບການສັກວັກຊີນປ້ອງກັນ ຕ້ານໂຄວິດ -19. ໂດຍຕາງໜ້າ ນັກສຶກສາລາວທຸກຄົນ, ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈໄປຍັງຄະນະອະທິການບໍດີໂຮງຮຽນທີ່ໄດ້ເອົາໃຈໃສ່ ແລະສ້າງເງື່ອນໄຂໃຫ້ນັກສຶກສາລາວມີໂອກາດໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19. ພິເສດ, ຕະຫຼອດໄລຍະຜ່ານມາ, ໂຮງຮຽນຍັງໄດ້ຈັດກິດຈະກໍາຫຼາຍຢ່າງເພື່ອໜູນຊ່ວຍດ້ານເຄື່ອງໃຊ້ທີ່ຈໍາເປັນ ໃຫ້ກັບນັກສຶກສາລາວເພື່ອຜ່ານຜ່າຄວາມຫຍຸ້ງຍາກໃນຊີວິດປະຈໍາວັນ.

ສັກວັກຊີນກັນພະຍາດ ໂຄວິດ -19  ໃຫ້ກັບນັກສຶກສາລາວ ແລະກໍາປູເຈຍ ເກືອບ 40 ຄົນ
ທ່ານນາງ ຮສ. ປອ ຫວູຖີ້ລານແອງ, ຮອງອະທິການບໍດີມະຫາວິທະຍາໄລກົດໝາຍຮ່າໂນ້ຍ ມອບຂອງຂວັນໃຫ້ແກ່ບັນດານັກສຶກສາລາວ ແລະກໍາປູເຈຍ

ໂດຍແບ່ງປັນກັບນັກຂ່າວຂອງວາລະສານ ຍຸກສະໄໝ, ທ່ານນາງ ຮສ. ປອ ຫວູຖີ້ລານແອງ, ຮອງອະທິການບໍດີມະຫາວິທະຍາໄລກົດໝາຍຮ່າໂນ້ຍ ໃຫ້ຮູ້ວ່າ ເພື່ອຮັບປະກັນການປ້ອງກັນ ແລະຄວບຄຸມພະຍາດໂຄວິດ-19 ແລະຄວາມປອດໄພດ້ານສຸຂະພາບສໍາລັບນັກສຶກສາທີ່ພວມດໍາລົງຊີວິດ ແລະສຶກສາຮໍ່າຮຽນ ຢູ່ ໂຮງຮຽນ, ກໍ່ຄືປະຊາຄົມສັງຄົມ, ໂຮງຮຽນໄດ້ສົມທົບກັບຄະນະກໍາມະການປະຊາຊົນ ຕາແສງຫຼາງຫະ, ເມືອງດົງດາ, ນະຄອນຫຼວງຮ່າໂນ້ຍ ເພື່ອອໍານວຍຄວາມສະດວກ ແລະໜູນຊ່ວຍນັກສຶກສາລາວ ແລະກໍາປູເຈຍ ໄດ້ຮັບການສັກວັກຊີນກັນພະຍາດໂຄວິດ-19.

ນອກຈາກນັ້ນ, ເພື່ອໜູນຊ່ວຍນັກສຶກສາຕ່າງປະເທດໃນຊ່ວງເວລາທີ່ແຍກຫ່າງສັງຄົມ, ໂຮງຮຽນຍັງໄດ້ມີແຜນນະໂຍບາຍ ແລະນໍາໃຊ້ການເພີ່ມອັດຕາການໃຊ້ໄຟຟ້າ ແລະນໍ້າປະປາໂດຍບໍ່ເສຍຄ່າ, ພ້ອມກັນນັ້ນ ກໍ່ໄດ້ໜຸນຊ່ວຍ, ມອບຂອງຂວັນຫຼາຍຢ່າງ ລວມມີ: ຜ້າອັດປາກທາງການແພດ, ທັນຍະຫານ, ອາຫານການກິນປະຈໍາວັນ... ໃຫ້ແກ່ນັກສຶກສາລາວ ແລະກໍາປູເຈຍຫຼາຍກວ່າ 40 ຄົນທີ່ພັກຢູ່ໃນຫໍພັກຂອງໂຮງຮຽນ. ໂຮງຮຽນຍັງເຜີຍແຜ່ໂຄສະນາ, ຂົນຂວາຍໃຫ້ພວກເຂົາປະຕິບັດຕາມບັນດາຂໍ້ກຳນົດໃນການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດໃນໄລຍະທີ່ຈະມາເຖິງ. ສາມາດເຫັນໄດ້ວ່າ ຄະນະພັກ ແລະຄະນະອະທິການບໍດີໂຮງຮຽນຍາມໃດກໍ່ໄດ້ເອົາໃຈໃສ່, ຊີ້ນໍາຢ່າງໃກ້ຊິດ ແລະ ຮ່ວມເດີນທາງກັບບັນດານັກສຶກສາລາວ ແລະກໍາປູເຈຍໃນສະພາບການລະບາດຂອງພະຍາດໂຄວິດ-19.

ໄຊພອນ

ເຫດການ
302 Found

Found

The document has moved here.