ແບນຊິກ ແລະ EU ພ້ອມແລ້ວທີ່ຈະເພີ່ມທະວີການພົວພັນກັບຫວຽດນາມ ກ່ວາອີກ

21:00 | 10/09/2021

ຍສໝ - ວັນທີ 8 ກັນຍາ, ທີ່ Brussels, ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ແບນຊິກ ຫງວຽນວັນຖາວ ໄດ້ຍື່ນໜັງສືມອບສິດຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ຂຶ້ນເຖິງ ເຈົ້າຊີວິດແບນຊິກ Philippe.

ໂຄສະນາກາລະໂອກາດການລົງທຶນຢູ່ຫວຽດນາມ ກັບບັນດາວິສາຫະກິດ EU ແລະ ອັງກິດ ໂຄສະນາກາລະໂອກາດການລົງທຶນຢູ່ຫວຽດນາມ ກັບບັນດາວິສາຫະກິດ EU ແລະ ອັງກິດ
ຫວຽດ​ນາມ ສົ່ງ​ເສີມ ກຸ້ງ 160 ໂຕນ​ໄປ​ຍັງ EU, ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ໃນ​ຕົ້ນ​ປີ 2021 ຫວຽດ​ນາມ ສົ່ງ​ເສີມ ກຸ້ງ 160 ໂຕນ​ໄປ​ຍັງ EU, ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ໃນ​ຕົ້ນ​ປີ 2021
ແບນຊິກ ແລະ EU ພ້ອມແລ້ວທີ່ຈະເພີ່ມທະວີການພົວພັນກັບຫວຽດນາມ ກ່ວາອີກ
ແບນຊິກ ແລະ EU ພ້ອມແລ້ວທີ່ຈະເພີ່ມທະວີການພົວພັນກັບຫວຽດນາມ ກ່ວາອີກ. ພາບ: TTXVN

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ພາຍຫຼັງພິທີຍື່ນໜັງສືມອບສິດ, ເຈົ້າຊີວິດ Philippe ໄດ້ສະແດງຄວາມປິຕິຊົມຊື່ນ ກ່ຽວກັບບັນດາການພັດທະນາຢ່າງຕັ້ງໜ້າ ໃນການພົວພັນລະຫວ່າງ ແບນຊິກ ແລະ ຫວຽດນາມ, ພ້ອມທັງຢັ້ງຢຶນຄວາມຕ້ອງການເປີດກວ້າງການຮ່ວມມືກ່ວາອີກ ໂດຍຜ່ານບັນດາຂົງເຂດຄູ່ຮ່ວມມືຍຸດທະສາດກ່ຽວກັບກະສິກຳ ເຊິ່ງໄດ້ຮັບການລົງນານໃນປີ 2018 ແລະ ສັນຍາການຄ້າເສລີ ລະຫວ່າງ EU ແລະ ຫວຽດນາມ (EVFTA) ທີ່ມີຜົນສັກສິດແຕ່ເດືອນສິງຫາ ປີ 2020.

ກ່ຽວກັບການພົວພັນຫຼາຍຝ່າຍ, ເຈົ້າຊີວິດກໍ່ໄດ້ຕີລາຄາສູງການສົມທົບລະຫວ່າງສອງປະເທດ ຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ພາກພື້ນຄື ສປຊ, ເວທີປາໄສຮ່ວມມື ອາຊີ - ເອີລົບ (ASEM) ແລະ ປະຊາຄົມໃຊ້ພາສາຝລັ່ງ Francophonie, ພ້ອມທັງແບ່ງປັນຄວາມສຳຄັນໃນການເພີ່ມທະວີການຮ່ວມມືການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອຢູ່ພາກພື້ນ, ໃນນັ້ນມີທະເລຕາເວັນອອກ.

ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ຢັ້ງຢືນວ່າ ຈະມານະພະຍາຍາມຊຸກຍູ້ ແລະ ເຮັດໃຫ້ການພົວພັນລະຫວ່າງສອງປະເທດເລິກເຊິ່ງກ່ວາອີກໃນທຸກຂົງເຂດ.

ແລະ ກໍ່ໃນວັນດຽກັນ, ຢູ່ສຳນັກງານສະພາເອີລົບ, ທ່ານ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເອີລົບ ຫງວຽນວັນຖາວ ກໍ່ໄດ້ຍື່ນໜັງສືມອບສິດຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ຂຶ້ນເຖິງ ທ່ານປະທານສະພາເອີລົບ Charles Michel.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.