ບັນ​ດາ​ປະ​ເທດ​ເອີ​ລົບ​ສະ​ໜັ​ບ​ສະ​ໜູນ​ການ​ສະ​ໜອງ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ວັກ​ຊິນ​ໃຫ້​ແກ່ ຫວຽດ​ນາມ

16:25 | 13/09/2021

ໂດຍຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ເນື່ອງໃນໂອກາດນີ້, ທ່ານ ວູຫ໋າຍຮ່າ ຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດໃຫ້ຮູ້ວ່າ, ລັດຖະສະພາ/ສະພາແຫ່ງຊາດຫຼາຍປະເທດໄດ້ສະໜັບສະໜູນ ແລະ ໃຫ້ຄຳໝັ້ນສັນຍາຈະຖ່າຍທອດເຕັກໂນໂລຢີ ວັກຊິນໃຫ້ແກ່ ຫວຽດນາມ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ສິ້ນ​ສຸດ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່​ເອີ​ຣົບ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ WCSP5 ຢ່າງ​ຈົບ​ງາມ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ສິ້ນ​ສຸດ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່​ເອີ​ຣົບ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ WCSP5 ຢ່າງ​ຈົບ​ງາມ
ຫວຽດ​ນາມ ສື​ບ​ຕໍ່​ສ້າງ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ສະ​ຖຽນ​ລະ​ພາບ, ປອດ​ໄພໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ຫວຽດ​ນາມ ສື​ບ​ຕໍ່​ສ້າງ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ສະ​ຖຽນ​ລະ​ພາບ, ປອດ​ໄພໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ
ບັນ​ດາ​ປະ​ເທດ​ເອີ​ລົບ​ສະ​ໜັ​ບ​ສະ​ໜູນ​ການ​ສະ​ໜອງ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ວັກ​ຊິນ​ໃຫ້​ແກ່ ຫວຽດ​ນາມ
ທ່ານບຸຍວັນເກື່ອງ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ຕາງໜ້າຄະນະປະຕິບັດງານຮັບງົບປະມານສະໜັບສະໜູນນະຄອນໂຮ່ຈີມິນ ແລະ ກອງທຶນວັກຊິນກັນໂຄວິດ - 19. ພາບ: TTXVN

ທ່ານ​ປະ​ທ​ານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຫາ​ກໍ່​ສິ້ນ​ສຸດ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ບັນ​ດາ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ​ໂລກ​ຄັ້ງ​ທີ 5 (WCPS5) ຢູ່​ໂອ​ຕາ​ລິດ​ຢ່າງ​ເປັນ​ທາງ​ການ, ເຮັດ​ວຽກ​ກັບ​ລັດ​ຖະ​ສະ​ພາ​ເອີ​ລົບ (EP), ລາ​ຊະ​ອາ​ນາ​ຈັກ ແບນ​ຊິກ ແລະ ຢ້ຽມ​ຢາມ​ແຟງ​ລັງ ໃນ​ລະ​ຫວ່າງວັນ​ທີ 5 – 11 ກັນ​ຍາ ຢ່າງ​ເປັນ​ທາງ​ການ. ໂດຍ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ເນື່ອງ​ໃນ​ໂອກ​າດນີ້, ທ່ານ ວູ​ຫ໋າຍ​ຮ່າ ຫົວ​ໜ້າ​ກຳ​ມາ​ທິ​ການ​ການຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ, ລັດ​ຖະ​ສະ​ພາ/ສະ​ພາ​ແຫ່ງ​ຊາດຫຼາຍ​ປະ​ເທດ​ໄດ້​ສະ​ໜັບ​ສະ​ໜູນ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ ວັກ​ຊິນ​ໃຫ້​ແກ່ ຫວຽດ​ນາມ. ທ່ານ​ໃຫ້​ຮູ້​ວ່າ:

ສະ​ພາ​ແຫ່ງ​ຊາດ/ລັດ​ຖະ​ສະ​ພາ​ຈຳ​ນວນ​ຫຼາຍ ລ້ວນ​ແຕ່​ສະ​ໜັບ​ສະ​ໜູນ​ທີ່​ສຸດ​ຕໍ່ການ​ຊຸກ​ຍູ້​ການ​ພົວ​ພັນ, ໃນ​ການ​ທູດ​ວັກ​ຊິນ. ເຖິງ​ຢ່າງ​ໃດ​ກໍ​ຕາມ ສະ​ພາ​ແຫ່ງ​ຊາດ/ລັດ​ຖະ​ສະ​ພາ​ໄດ້​ສະ​ໜັບ​ສະ​ໜູນ​ການ​ສະ​ໜອງ, ແບ່ງ​​ປັນ ແລະ ຍິ່ງ​ໄປ​ກ່​ວາ​ນັ້ນ​ແມ່ນ ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ວັກ​ຊິນ​ໃຫ້​ແກ່ ຫວຽດ​ນາມ ເພື່ອ ໃຫ້ຫວຽດ​ນາມ ຫຼຸດ​ພົ້ນ​ອອກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ໂດຍ​ໄວ, ຟື້ນ​ຟູ​ເສດ​ຖະ​ກິດ​ຢ່າງ​ແຮງ ແລະ ຮັບ​ປະ​ກັນ​ການ​ຮັກ​ສາ​ລະ​ບົບ​ສະ​ໜອງ​ທົ່ວ​ໂລກ, ພິ​ເສດ​ແມ່ນ​ສຳ​ລັບ​ບັນ​ດາ​ວິ​ສາ​ຫາ​ກິດ​ເອີ​ລົບ​ທີ່​ມີ​ການ​ລົງ​ທຶນ​​ຂະ​ໜາດໃຫຍ່​ຢູ່ ຫວຽດ​ນາມ. ຖ້າ​ຫາກວ່າ ຫວຽດ​ນາມ​ຖືກ​ຜົນ​ສະ​ທ້ອນ​ ກໍ່​ມີ​ຜົນ​ສະ​ທ້ອນ​ຕໍ່​ແຫຼ່ງ​ສະ​ໜອງ​ຂອງ ເອີ​ລົບ.

ຕາມ​ທ່ານ ຫວູ​ຫ໋າຍ​ຮ່າ ​ແລ້ວ, ໃນ​​ການ​ເຮັດ​ວຽກຄັ້ງ​ຕ່າ​ງໆ, ບັນ​ດາ​ປະ​ເທດ​ລ້ວນ​ແຕ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ ຫວຽດ​ນາມ ໃນ​ການ​ຊອກ​ຫາ​ແຫຼ່ງ​ສະ​ໜອງວັກ​ຊິນ.

vovworld.vn

ເຫດການ
302 Found

Found

The document has moved here.