ອິດສະຣາແອນ ໜູນຊ່ວຍ ຫວຽດນາມ ໃນການຕ້ານພະຍາດ COVID-19

18:00 | 15/09/2021

ຍສໝ - ວັນທີ 13 ກັນຍາ, ສະຖານທູດອິດສະຣາແອນ ປະຈໍາ ຫວຽດນາມ ໃຫ້ຮູ້ວ່າ: ໃນທ້າຍອາທິດຜ່ານມາ, ທ່ານເອກອັກຄະລັດຖະທູດອິດສະຣາແອນ ປະຈໍາ ຫວຽດນາມ Nadav Eshcar ໄດ້ມອບຂອງຂວັນທີ່ເປັນສັນຍາລັກ ລວມມີ ເຄື່ອງຊ່ວຍຫາຍໃຈ 10 ເຄື່ອງ, ເຄື່ອງຜະລິດອົກຊີເຈນ, ຜ້າອັດປາກ N95, ຖົງຢາງຂ້າເຊື້ອ ເພື່ອໜູນຊ່ວຍ ຫວຽດນາມ ປ້ອງກັນ COVID-19.

ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19  500,000 ໂດສ ໃຫ້ແກ່ຫວຽດນາມ ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19 500,000 ໂດສ ໃຫ້ແກ່ຫວຽດນາມ
USAID ໜູນຊ່ວຍ​ເງິນ​ເກືອບ 10 ລ້ານ USD ເພື່ອຊ່ວຍ ຫວຽດ​ນາມ ຮັບ​ມື​ກັບ​ໂລກ​ລະ​ບາດ ແລະ ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດໂຄວິດ - 19 USAID ໜູນຊ່ວຍ​ເງິນ​ເກືອບ 10 ລ້ານ USD ເພື່ອຊ່ວຍ ຫວຽດ​ນາມ ຮັບ​ມື​ກັບ​ໂລກ​ລະ​ບາດ ແລະ ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດໂຄວິດ - 19
ອິດສະຣາແອນ ໜູນຊ່ວຍ ຫວຽດນາມ ໃນການຕ້ານພະຍາດ COVID-19
ອິດສະຣາແອນ ໜູນຊ່ວຍ ຫວຽດນາມ ໃນການຕ້ານພະຍາດ COVID-19. ພາບ: vov.vn

ກິດຈະກໍາໜູນຊ່ວຍດັ່ງກ່າວແມ່ນຢູ່ໃນຂອບເຂດການຮ່ວມມືເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ -19 ຂອງສອງປະເທດ, ພາຍຫຼັງການໂອ້ລົມທາງໂທລະສັບລະຫວ່າງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານ ນາຍົກລັດຖະມົນຕີ Israel Naftali Bennett ໃນວັນທີ 12 ກໍລະກົດ 2021. ທັງສອງຝ່າຍມຸງໄປສູ່ການປະສານງານໃນຫຼາຍຂົງເຂດເພື່ອການຟື້ນຟູຫຼັງໂລກລະບາດ.

ເຄື່ອງຊ່ວຍຫາຍໃຈ Ventway ຍີ່ຫໍ້ Inovytec (ອິດສະຣາແອນ) ໃນການມອບຄັ້ງນີ້ແມ່ນອຸປະກອນຊ່ວຍຫາຍໃຈທີ່ມີຂະໜາດກະທັດຮັດ ໂດຍໃຊ້ແບັດເຕີຣີທີ່ສາມາດສາກໄດ້. ອຸປະກອນດັ່ງກ່າວໄດ້ຮັບການອະນຸມັດນໍາໃຊ້ ໂດຍ ອົງການຄຸ້ມຄອງອາຫານ ແລະການຢາຂອງສະຫະລັດ ອາເມລິກາ (FDA).

ທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຟ້າມກວາງຫ້ຽວ ແລະ ທ່ານເອກອັກຄະລັດຖະທູດ Nadav Eshcar ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວພັດທະນາອັນຕັ້ງໜ້າໃນການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະອິດສະຣາແອນໃນໄລຍະຜ່ານມາ. ສອງຝ່າຍເຫັນດີສືບຕໍ່ປະຕິບັດບັນດາໝາກຜົນທີ່ບັນລຸໄດ້ໃນການເຈລະຈາທາງໂທລະສັບລະຫວ່າງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະນາຍົກລັດຖະມົນຕີອິດສະຣາແອນ Naftali Bennett ໃນວັນທີ 12 ກໍລະກົດ 2021.

ສອງຝ່າຍຈະຍຸ້ໄວການເຈລະຈາ, ກ້າວໄປສູ່ການເຊັນສັນຍາການຄ້າເສລີຫວຽດນາມ-ອິດສະຣາແອນ ແລະເລີ່ມການເຈລະຈາສັນຍາການຮ່ວມມືດ້ານແຮງງານລະຫວ່າງສອງປະເທດໂດຍໄວ, ເພີ່ມທະວີຊຸກຍຸ້ການລົງທຶນ ແລະການຄ້າ ສອງຝ່າຍ, ການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຊີ. ມຸ່ງໄປສູ່ການຟື້ນຟູທີ່ຍືນຍົງຫຼັງຈາກການລະບາດຂອງພະຍາດ COVID-19.

ໄຊພອນ

ເຫດການ
302 Found

Found

The document has moved here.