ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ຢູ່ ໂຊ​ມາ​ລີ ແກ້​ໄຂ​ບັນ​ດາ​ຄວາມ​ແຕກ​​ຕ່າງ​ກັນ, ຕັ້ງ​ຜົນ​ປະ​ໂຫຍດ​ຂອງ​​ຊາດ​ຢູ່ເໜ​ື​ອ​ກ່​ວາ​ສິ່ງ​ໃດ​ໝົດ

19:00 | 19/09/2021

ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກວ່າ ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງສາມັກຄີກັນ,ສຸມໃສ່ມານະພະຍາຍາມໃຫ້ແກ່ບັ້ນຕໍ່ສູ້ຕ້ານການກໍ່ການຮ້າຍ, ໂລກລະລາດໂຄວິດ - 19, ໂລກລະບາດ, ໄພທຳມະຊາດ ແລະ ບັນດາຄວາມຫຍຸ້ງຍາກ ກ່ຽວກັບເສດຖະກິດ ສັງຄົມ ກໍ່ຄືບັນດາຄວາມສ່ຽງຕ່າງໆຕໍ່ສັນຕິພາບ ແລະ ການພັດທະນາແບບຍືນຍົງ.

ປະ​ທານ​ປະ​ເທດ​ຢ້ຽມຢາມ ສ.ກູ​ບາ​ ຢ່າງ​ເປັນ​ທາງ​ການ: ຢັ້ງ​ຢືນ​ສີ​ສັນ​ການ​ທູດ​ທີ່ຈິງ​ໃຈ, ຊື່ສັດບໍລິສຸດ​ຂອງ​ຫວຽດ​ນາມ ຕໍ່​ບັນ​ດາ​ປະ​ເທດ​ເພື່ອນ​ມິດ, ອ້າຍ​ນ້ອງ ປະ​ທານ​ປະ​ເທດ​ຢ້ຽມຢາມ ສ.ກູ​ບາ​ ຢ່າງ​ເປັນ​ທາງ​ການ: ຢັ້ງ​ຢືນ​ສີ​ສັນ​ການ​ທູດ​ທີ່ຈິງ​ໃຈ, ຊື່ສັດບໍລິສຸດ​ຂອງ​ຫວຽດ​ນາມ ຕໍ່​ບັນ​ດາ​ປະ​ເທດ​ເພື່ອນ​ມິດ, ອ້າຍ​ນ້ອງ
ຫວຽດ​ນາມ ສືບ​ຕໍ່​ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ ແລະ ວິ​ໄສ​ທັດ​ລວມ GMS ຫວຽດ​ນາມ ສືບ​ຕໍ່​ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ ແລະ ວິ​ໄສ​ທັດ​ລວມ GMS

ວັນທີ 17 ກັນຍາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມຮັບຟັງບົດລາຍງານກ່ຽວກັບສະພາບການ ຢູ່ ໂຊມາລີ. ກ່າວຄຳຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ໄດ້ແບ່ງປັນຄວາມສົນໃຈຂອງປະຊາຄົມສາກົນ, ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ ກ່ຽວກັບຄວາມບໍ່ລົງລອຍກັນ ຢູ່ ໂຊມາລີ, ຮັບຮູ້ເລື່ອງບັນດາການນຳ ໂຊມາລີ ໄດ້ສະແດງຄວາມພ້ອມທີ່ຈະເຈລະຈານຳກັນ.

ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ຢູ່ ໂຊ​ມາ​ລີ ແກ້​ໄຂ​ບັນ​ດາ​ຄວາມ​ແຕກ​​ຕ່າງ​ກັນ, ຕັ້ງ​ຜົນ​ປະ​ໂຫຍດ​ຂອງ​​ຊາດ​ຢູ່ເໜ​ື​ອ​ກ່​ວາ​ສິ່ງ​ໃດ​ໝົດ
ກອງປະຊຸມຮັບຟັງບົດລາຍງານກ່ຽວກັບສະພາບການ ຢູ່ ໂຊມາລີ (ພາບ: TTXVN)

ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກວ່າ ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງສາມັກຄີກັນ,ສຸມໃສ່ມານະພະຍາຍາມໃຫ້ແກ່ບັ້ນຕໍ່ສູ້ຕ້ານການກໍ່ການຮ້າຍ, ໂລກລະລາດໂຄວິດ - 19, ໂລກລະບາດ, ໄພທຳມະຊາດ ແລະ ບັນດາຄວາມຫຍຸ້ງຍາກ ກ່ຽວກັບເສດຖະກິດ ສັງຄົມ ກໍ່ຄືບັນດາຄວາມສ່ຽງຕ່າງໆຕໍ່ສັນຕິພາບ ແລະ ການພັດທະນາແບບຍືນຍົງ. ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອງຖືວ່າ ປັດຈຸບັນ, ບັນດາຝ່າຍຕ້ອງຊອກຫາວິທີການແກ້ໄຂບັນດາຄວາມແຕກຕ່າງກັນ,ເຂົ້າຮ່ວມການເຈລະຈາ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ ບົນຈິດໃຈສ້າງສາ ແລະ ມານະພະຍາຍາມກ່ວາອີກ ເພື່ອມຸ່ງໄປເຖິງຄວາມເຫັນດີເຫັນພ້ອມດ້ານການເມືອງ ໃນການຈັດຕັ້ງການເລືອກຕັ້ງບົນພື້ນຖານຂໍ້ຕົກລົງທີ່ບັນລຸໄດ້ໃນວັນທີ 27 ພຶດສະພາທີ່ຜ່ານມາ.

vovworld.vn

ເຫດການ
302 Found

Found

The document has moved here.