ຈີນ ຕ້ອງມີໄຫວພິບຫຼາຍຂຶ້ນໃນການຕີລາຄາຜະລິດຕະພັນກະເສດຂອງຫວຽດນາມ

06:30 | 18/09/2021

ຍສໝ - ຄຳເຫັນຂ້າງເທິງນີ້ ໄດ້ກ່າວປາໄສໂດຍ ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເລກ໋ວກແຢັງ ໃນ “ກອງປະຊຸມຂັ້ນລັດຖະມົນຕີອາຊຽນ - ຈີນ ຄັ້ງທີ 7 ກ່ຽວກັບການຮ່ວມມື SPS" ໃນຕອນເຊົ້າຂອງວັນທີ 14 ກັນຍາ.

ແກ້ໄຂສິ່ງກີດຂວາງໃນດ້ານການຄ້າຜະລິດຕະພັນກະເສດລະຫວ່າງຫວຽດນາມ ແລະຈີນ ແກ້ໄຂສິ່ງກີດຂວາງໃນດ້ານການຄ້າຜະລິດຕະພັນກະເສດລະຫວ່າງຫວຽດນາມ ແລະຈີນ
ຄວາມປະທັບໃຈຂອງໝາກລິ້ນຈີ່ແກ່ນນ້ອຍ ແທັງຮ່າ ຫວຽດນາມ ໃນປະເທດແບນຊິກ ຄວາມປະທັບໃຈຂອງໝາກລິ້ນຈີ່ແກ່ນນ້ອຍ ແທັງຮ່າ ຫວຽດນາມ ໃນປະເທດແບນຊິກ

ທ່ານຮອງລັດຖະມົນຕີ ເລກ໋ວກແຢັງ ໄດ້ເນັ້ນໜັກເຖິງບົດບາດຂອງການເພີ່ມທະວີການສົມທົບກັນຊຸກຍູ້ລະບົບການເຕືອນໄພໂດຍໃວ ລະຫວ່າງຈີນ ແລະ ອາຊຽນ ເພື່ອໃຫ້ມີການແລກປ່ຽນຂໍ້ມູນຂ່າວສານໄວຂຶ້ນ, ແຈ້ງບັນດາບັນຫາທີ່ເກີດຂຶ້ນໃໝ່ສໍາລັບບັນດາງວດສິນຄ້າສົ່ງອອກຢ່າງທັນການ, ແກ້ໄຂຂໍ້ຕິດຄັດໃນວິວັດການແລກປ່ຽນການຄ້າຢ່າງທັນທີ.

ຈີນ ຕ້ອງມີໄຫວພິບຫຼາຍຂຶ້ນໃນການຕີລາຄາຜະລິດຕະພັນກະເສດຂອງຫວຽດນາມ
ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເລກ໋ວກແຢັງ. ພາບ:nongnghiep.vn

ຈີນ ໄດ້ສ້າງເງື່ອນໄຂສະດວກຫຼາຍຢ່າງເພື່ອໃຫ້ຜະລິດຕະພັນກະເສດຂອງຫວຽດນາມ ສົ່ງອອກ ຢູ່ບັນດາດ່ານຊາຍແດນ. ແນວໃດກໍ່ຕາມ, ເນື່ອງຈາກການຜັນແປທີ່ສັບສົນຂອງການແຜ່ລະບາດຂອງພະຍາດໂຄວິດ -19, ສະເໜີໃຫ້ຈີນ ພິຈາລະນາການນຳໃຊ້ການກວດກາທາງອອນລາຍ ຫຼື ວິດີໂອທີ່ມີໄຫວພິບຫຼາຍຂຶ້ນ ເພື່ອເປີດຕະຫຼາດຜະລິດຕະພັນກະເສດຂອງຫວຽດນາມ ທີ່ສົ່ງອອກໄປຈີນຢ່າງເປັນທາງການ ໃນເວລາອັນສັ້ນທີ່ສຸດ. ພ້ອມກັນນັ້ນ, ທ່ານຮອງລັດຖະມົນຕີ ເລກ໋ວກແຢັງ ຍັງໄດ້ຕີລາຄາສູງຕໍ່ຈີນ ທີ່ໄດ້ປະຕິບັດສໍາເລັດການສ້າງເວັບໄຊ ກ່ຽວກັບການຮ່ວມມື SPS ເພື່ອໃຫ້ບັນດາປະເທດອາຊຽນ ສາມາດຊອກຫາຂໍ້ມູນໄດ້ຢ່າງງ່າຍດາຍ.

ໃນຕອນທ້າຍຂອງກອງປະຊຸມ, ບັນດາຝ່າຍໄດ້ເຮັດສໍາເລັດບົດບັນທຶກຊ່ວຍຈຳສະບັບໃໝ່ລະຫວ່າງອາຊຽນ ແລະ ຈີນກ່ຽວກັບການຮ່ວມມື SPS, ຜ່ານນັ້ນ ກໍ່ເພີ່ມທະວີການຮ່ວມມືໃນການນໍາໃຊ້ມາດຕະການ SPS ແລະ ຮັບປະກັນການຄ້າດ້ານອາຫານ ແລະ ຜະລິດຕະພັນກະເສດ ອາຊຽນ-ຈີນ ປະຕິບັດຕາມຄວາມຕ້ອງການ ແລະ ສອດຄ່ອງກັບສັນຍາ SPS ຂອງ WTO. ພ້ອມທັງກໍ່ປາດຖະໜາວ່າ ບົດບັນທຶກຊ່ວຍຈຳສະບັບນີ້ ຈະໄດ້ຮັບການລົງນາມໃນປີ 2021, ປະກອບສ່ວນເຂົ້າໃນການປະຕິບັດສັນຍາການຄ້າເສລີ ອາຊຽນ-ຈີນ ໃຫ້ປະສົບຜົນສຳເລັດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.