ຊ່ວຍເຫຼືອນັກສຶກສາກຳປູເຈຍ ທີ່ຖືກຜົນກະທົບຈາກການລະບາດຂອງພະຍາດ COVID-19

06:35 | 15/09/2021

ຍສໝ - ຫວ່າງແລ້ວນີ້, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ເກີນເທີ, ສະມາຄົມມິດຕະພາບຫວຽດນາມ-ກໍາປູເຈຍ ໄດ້ສົມທົບກັບສະຫະພັນຊາວໜຸ່ມນະຄອນ ເກີນເທີ ຈັດຕັ້ງພິທີມອບຂອງຂວັນໜູນຊ່ວຍໃຫ້ແກ່ນັກສຶກສາກໍາປູເຈຍ 17 ຄົນຢູ່ໃນບໍລິເວນ ເກິນເທີ ທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນການລະບາດຂອງພະຍາດ COVID-19ຂອງ ນະຄອນ ເກີນເທີ.

ເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນຫວຽດນາມ - ກຳປູເຈຍ - ລາວ ເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນຫວຽດນາມ - ກຳປູເຈຍ - ລາວ
ໄຕນີງ ໄດ້ຮັບນັກສຶກສາກຳປູເຈຍເກືອບ 500 ຄົນ ກັບຄືນມາຮໍ່າຮຽນ ໄຕນີງ ໄດ້ຮັບນັກສຶກສາກຳປູເຈຍເກືອບ 500 ຄົນ ກັບຄືນມາຮໍ່າຮຽນ

ຂອງຂວັນແຕ່ລະພູດ ມີມູນຄ່າກວ່າ 1 ລ້ານດົ່ງ, ລວມມີ ເງິນສົດ ແລະ ເຄື່ອງໃຊ້ທີ່ຈຳເປັນ ເຊັ່ນ: ໝີ່, ເຂົ້າສານ, ໄຂ່, ນ້ຳສະອິວ, ຜັກ... ທີ່ອຸປະຖຳໂດຍໂດຍຜູ້ມີໃຈສັດທາ.

ຊ່ວຍເຫຼືອນັກສຶກສາກຳປູເຈຍ ທີ່ຖືກຜົນກະທົບຈາກການລະບາດຂອງພະຍາດ COVID-19
ຊ່ວຍເຫຼືອນັກສຶກສາກຳປູເຈຍ ທີ່ຖືກຜົນກະທົບຈາກການລະບາດຂອງພະຍາດ COVID-19.

ຕາມທ່ານນາງ ເລຖິແທັງຢ່າງ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ເກີນເທີ ແລ້ວ, ແຕ່ລະປີ, ສະຫະພັນ ໄດ້ຈັດຕັ້ງການພົບປະກັບນັກຮຽນ, ນັກສຶກສາກໍາປູເຈຍ ເພື່ອມອບຂອງຂວັນໃນໂອກາດບຸນເຕັດ. ປີນີ້, ເນື່ອງຈາກໂລກລະບາດ COVID-19, ບັນດາກິດຈະກຳຖືກຈຳກັດ ແລະ ແທນທີ່ນັ້ນ ກໍ່ມີແຜນການໜູນຊ່ວຍນັກສຶກສາຕ່າງປະເທດ ດ້ວຍຂອງຂວັນທີ່ຈຳເປັນ.

Leung Ylang - ນັກສຶກສາກຳປູເຈຍທີ່ຮຽນຢູ່ມະຫາວິທະຍາໄລແພດການຢາຂອງ ເກີນເທີ ໄດ້ແບ່ງປັນວ່າ: “ຂ້າພະເຈົ້າສະແດງຄວາມຂອບໃຈຫຼາຍໆ ສຳລັບຂອງຂວັນຊ່ວຍເຫຼືອ ໂດຍສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ເກີນເທີ. ເນື່ອງຈາກການລະບາດ, ຂ້າພະເຈົ້າບໍ່ສາມາດກັບບ້ານໄດ້ກວ່າ 2 ປີແລ້ວ. ຂ້າພະເຈົ້າ ຮູ້ສຶກດີໃຈຫຼາຍທີ່ໄດ້ຮັບຄວາມສົນໃຈຈາກອຳນາດການປົກຄອງທ້ອງຖິ່ນຂອງປະເທດຫວຽດນາມ. ໃນຊ່ວງໄລຍະທີ່ນະຄອນ ເກີນເທີ ກໍາລັງປະຕິບັດການແຍກຫ່າງສັງຄົມ ເພື່ອປ້ອງກັນການລະບາດຂອງພະຍາດ, ການເດີນທາງໄປຊື້ສິ່ງຂອງທີ່ຈຳເປັນຕ່າງໆ ກໍ່ປະສົບກັບຄວາມຫຍຸ້ງຍາກ. ດ້ວຍຂອງຂວັນນີ້, ຂ້າພະເຈົ້າຄິດວ່າ ຈະສາມາດມີອາຫານພຽງພໍໃນເວລາ 3 ອາທິດ”.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.