ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຮ່ວມ​ຍຸດ​ທະ​ສາດ Zapad-2021 ໃນ​ຖາ​ນະ​ເປັນ​ຜູ້​ສັງ​ເກດ​ການ

10:00 | 16/09/2021

ຍ​ສ​ໝ - ຕາມ​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ ຢູ່ ສະ​ຫະ​ພັນ ລັດ​ເຊຍ, ວັນທີ 13 ກັນຍາ, ໄລຍະສຳຄຳ​ທີ່ສຸດຂອງການຊ້ອມຮົບຮ່ວມຍຸດທະສາດ Zapad-2021 ໄດ້ດຳເນີນຢູ່ ສະໜາມຫັດແອບ Mulino, ຂຶ້ນກັບແຂວງ Nizhny Novgorod ຂອງປະເທດນີ້, ໂດຍມີການເຂົ້າຮ່ວມຂອງບັນດາກົມກອງເຂດທະຫານ ທາງພາກຕາເວັນຕົກ ສະຫະພັນລັດເຊຍ, ກອງທັບບັນດາປະເທດ ອາກເມເນຍ, ເບລາຣຸດ, ອິນເດຍ, ກາຊັກສະຖານ, ກຽກກິດສະຖານ ແລະ ມົງໂກນ.

ການ​ແຂ່ງ​ຂັນ eSports ລັດ​ເຊຍ - ຫວຽດ​ນາມ 2021 ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບ​ປຸງ​ການ​ຮ່ວມ​ມື​ມະ​ນຸດ​ສະ​ທຳ​ລະ​ຫວ່າງ ສອງ​ປະ​ເທດ ການ​ແຂ່ງ​ຂັນ eSports ລັດ​ເຊຍ - ຫວຽດ​ນາມ 2021 ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບ​ປຸງ​ການ​ຮ່ວມ​ມື​ມະ​ນຸດ​ສະ​ທຳ​ລະ​ຫວ່າງ ສອງ​ປະ​ເທດ
ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ຂຸດ​ຄົ້ນ​ໄປ​ສະ​ນີໂລກ ອາ​ຍຸ​ການ 2022 – 2025: ຮູບ​ການ​ໃນ​ການ​ສົມ​ທົບ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ພົວພັນຕ່າງປະເທດ ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ຂຸດ​ຄົ້ນ​ໄປ​ສະ​ນີໂລກ ອາ​ຍຸ​ການ 2022 – 2025: ຮູບ​ການ​ໃນ​ການ​ສົມ​ທົບ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ພົວພັນຕ່າງປະເທດ
ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຮ່ວມ​ຍຸດ​ທະ​ສາດ Zapad-2021 ໃນ​ຖາ​ນະ​ເປັນ​ຜູ້​ສັງ​ເກດ​ການ
ພາບ​ປະ​ກອບ: TTXVN

ບັນດາກຸ່ມນາຍທະຫານຮ່ວມສູ້ຮົບ ອຸດເບກິດສະຖານ, ປາກິດສະຖານ ແລະ ສີລັງກາ ເຂົ້າຮ່ວມໃນພາກສ່ວນກອງບັນຊາການການຊ້ອນຮົບຮ່ວມ, ໃນຂະນະທີ່ຜູ້ຕາງໜ້າກອງທັບຫວຽດນາມ, ຈີນ ແລະ ມຽນມາເຂົ້າຮ່ວມໃນຖານະເປັນຜູ້ສັງເກດການ.

ມີ​ທີ່ປຶກສາຝ່າຍ​ການ​ທະ​ຫານປະມານ 120 ທ່ານ ຂອງ​ບັນ​ດາ​ປະ​ເທດ​ຂຶ້ນ​ກັບ​ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ເອ​ກະ​ລາດ (CIS), ເອີ​ລົບ, ອາ​ຊີ, ອາບ​ຟ​ຼິກ​ກາ ແລະ ອາ​ເມ​ລິ​ກາ​ລາ​ຕິ​ນ ໄດ້ເຂົ້າຮ່ວມ​ຕິດ​ຕາມ​ການ​ຊ້ອນ​ຮົບ​ຮ່ວມ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ພ້ອມ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ Sergei Shoigu ແລະ ທ່ານ Valery Gerasimov ເສ​ນາ​ທິ​ກາ​ນ​ໃຫຍ່ ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ ລັດ​ເຊຍ ກໍ່​ມາ​ເຂົ້າ​ຊົມ​ເຫດ​ການນີ້.

ການ​ຊ້ອນ​ຮົບ​ຮ່ວມ​ຍຸດ​ທະ​ສາດ Zapad-2021 ໄດ້​ແບ່ງ​ເປັນ 3 ໄລ​ຍະ. ຢູ່​ໄລ​ຍະ​ທຳ​ອິດ, ທະຫານປະສົມ​ຮ່ວມ​ສູ້​ຮົບ​ເພື່ອ​ສະ​ກັດ​ກັ້​ນ​ການ​ບຸກ​ໂຈມ​ຕີ ທາງ​ອາ​ກາດ​ຂອງ​ສັດ​ຕູ, ຮັກ​ສາ​ແນວ​ປ້ອງ​ກັນຫຼັກ​ຂ​ອງ​ຕົນ​ຢ່າງ​ໝັ້ນ​ແກ່ນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.