ຜະລິດຕະພັນກະເສດຂອງຫວຽດນາມ ໄດ້ຮັບຄວາມນິຍົມ ຢູ່ ຈີນ

17:38 | 19/09/2021

ຍສໝ - ນັ້ນແມ່ນຂໍ້ມູນທີ່ ທ່ານ ເລຮວ່າງຫາຍ - ຮອງຫົວໜ້າກົມສົ່ງເສີມການຄ້າ (ກະຊວງອຸດສາຫະກໍາ ແລະ ການຄ້າ) ກ່າວໃນກອງປະຊຸມການຄ້າອອນໄລ ກ່ຽວກັບຜະລິດຕະພັນກະສິກໍາ ແລະ ອາຫານ ຫວຽດນາມ - ຈີນ (ກວາງຕຸ້ງ) ປີ 2021 ທີ່ໄດ້ຈັດຂຶ້ນວັນທີ 16 ກັນຍາ.

ສົ່ງ​ເສີມ​ວິ​ສາ​ຫະ​ກິດ ອາ​ຊຽນ ແລະ ຈີນ ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ ສົ່ງ​ເສີມ​ວິ​ສາ​ຫະ​ກິດ ອາ​ຊຽນ ແລະ ຈີນ ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ
ຈີນ ເພີ່ມທະວີການກະທຳຜິດພາດ “ບໍ່ເຄີຍມີມາກອ່ນ” ຢູ່ ທະເລຕາເວັນອອກ ຈີນ ເພີ່ມທະວີການກະທຳຜິດພາດ “ບໍ່ເຄີຍມີມາກອ່ນ” ຢູ່ ທະເລຕາເວັນອອກ
ພາບປະກອບ
ພາບປະກອບ

ໃນກອງປະຊຸມ, ຜູ້ແທນຫຼາຍຄົນກ່າວວ່າ ຜະລິດຕະພັນກະສິກຳ ແລະ ອາຫານການກິນຂອງຫວຽດນາມໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກຈີນ ຍ້ອນຄຸນນະພາບ ແລະ ຄວາມສາມາດໃນການສະໜອງນັບມື້ນັບໄດ້ຮັບການປັບປຸງດີຂຶ້ນ.

ຕາມທ່ານ ຫງວຽນຢີວຟູ - ທີ່ປຶກສາຝ່າຍການຄ້າຂອງກົງສູນໃຫຍ່ຫວຽດນາມປະຈຳ ກວາງໂຈ ແລ້ວ, ແຂວງກວາງຕຸ້ງມີປະຊາກອນປະມານ 120 ລ້ານຄົນ, GDP ໃນປີ 2020 ບັນລຸປະມານ 1,600 ຕື້ ໂດລາສະຫະລັດ, ການນຳເຂົ້າ ແລະ ສົ່ງອອກ ບັນລຸປະມານ 1,100 ຕື້ ໂດລາສະຫະລັດ. ຄວາມສາມາດບົ່ມຊ້ອນຂອງຕະຫຼາດນີ້ທີ່ມີຕໍ່ກັບສິນຄ້າຂອງຫວຽດນາມແມ່ນໃຫຍ່ຫຼວງຫຼາຍ.

ປີ 2020, ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະ ກວາງຕຸ້ງ ບັນລຸ 41 ຕື້ ໂດລາສະຫະລັດ, ກວມ 20-21% ຍອດວົງເງິນການຄ້າລະຫວ່າງຫວຽດນາມ-ຈີນ, ໃນນັ້ນ ຫວຽດນາມສົ່ງອອກ 21 ຕື້ ໂດລາສະຫະລັດ ແລະ ນໍາເຂົ້າ 19 ຕື້ ໂດລາສະຫະລັດ.

ໃນ 7 ເດືອນ ຕົ້ນປີ 2021, ເຖິງວ່າໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ -19 ກໍ່ຕາມ, ແຕ່ວົງເງິນການນໍາເຂົ້າ-ສົ່ງອອກສິນຄ້າຂອງຫວຽດນາມໄປຍັງຈີນ ຍັງບັນລຸ 28,8 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 24,6% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2020.

ໃນບັນດາໝວດສິນຄ້າສົ່ງອອກຂອງຫວຽດນາມໄປຍັງກວາງຕຸ້ງ, ອາຫານທະເລກວມເອົາ 300 ລ້ານ ໂດລາສະຫະລັດ, ໝາກໄມ້ (ຕົ້ນຕໍແມ່ນໝາກມັງກອນ) ບັນລຸ183 ລ້ານ ໂດລາສະຫະລັດ, ແລະ ເຂົ້າສານບັນລຸ 160 ລ້ານ ໂດລາສະຫະລັດ.

ໃນ 6 ເດືອນຕົ້ນປີ 2021, ມູນຄ່າການສົ່ງອອກກາເຟຫວຽດນາມໄປຍັງກວາງຕຸ້ງບັນລຸ 450,000 ໂດລາສະຫະລັດ, ຊາ ບັນລຸ 30,000 ໂດລາສະຫະລັດ, ພິກໄທ ແລະ ໝາກເຜັດບັນລຸ 1,4 ລ້ານ ໂດລາສະຫະລັດ, ອາຫານປຸງແຕ່ງ ບັນລຸ 60 ລ້ານ ໂດລາສະຫະລັດ...

ໂຄງປະກອບສິນຄ້າສົ່ງອອກຂອງຫວຽດນາມໄປຍັງກວາງຕຸ້ງມີຫຼາຍຮູບຫຼາຍແບບກວ່າໃນໄລຍະຜ່ານມາ. ນອກຈາກຜະລິດຕະພັນກະສິກຳ ແລະ ສິນໃນນ້ຳແລ້ວ, ຍັງມີເຄື່ອງຈັກ ແລະ ອຸປະກອນ, ໄຟຟ້າ, ເອເລັກໂຕຣນິກຫຼາຍປະເພດໂດຍການປະກອບສ່ວນຂອງວິສາຫະກິດ FDI.

ຕາມກະຊວງກະສິກໍາ ແລະ ພັດທະນາຊົນນະບົດຈີນແລ້ວ, ໃນ 8 ເດືອນຕົ້ນປີ 2021, ຈີນສືບຕໍ່ເປັນຕະຫຼາດສົ່ງອອກສິນຄ້າກະສິກໍາຂະໜາດໃຫຍ່ຂອງຫວຽດນາມ, ມີມູນຄ່າຫຼາຍກວ່າ 6 ຕື້ ໂດລາສະຫະລັດ, ກວມເອົາ 18,6% (ເພີ່ມຂຶ້ນ 21,7% ຖ້າທຽບໃສ່ກັບໄລຍະດຽວກັນຂອງປີ 2020).

ປະຈຸບັນຫວຽດນາມມີໝາກໄມ້ສົດ 9 ຊະນິດທີ່ສົ່ງອອກໄປຈີນ, ລວມມີ ໝາກມ່ວງ, ໝາກມັງກອນ, ໝາກກ້ວຍ, ໝາກລຳໄຍ, ໝາກລີ້ນຈີ່, ໝາກໂມ, ໝາກເງາະ, ໝາກໝີ້, ແລະ ມັງຄຸດ.

ໄຊພອນ

ເຫດການ
302 Found

Found

The document has moved here.