ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບບັນດາອົງການມິດຕະພາບກູບາ-ຫວຽດນາມ

07:07 | 20/09/2021

ຕອນບ່າຍວັນທີ 18 ກັນຍາຕາມເວລາທ້ອງຖິ່ນ (ກົງກັບວັນທີ 19 ກັນຍາ ຕາມເວລາຫວຽດນາມ), ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Noemi Rabaza Fernandezz ຮອງປະທານຜູ້ທີໜຶ່ງຂອງສະຖາບັນມິດຕະພາບກູບາ ກັບປະຊາຊາດ (ICAP), ທ່ານນາງ Maria Yolanda Ferrer Gomez ປະທານສະມາຄົມມິດຕະພາບກູບາ - ຫວຽດນາມ ແລະຜູ້ຕາງໜ້າການນໍາໂຮງຮຽນທີ່ໃຊ້ຊື່ລຸງໂຮ່, ຫງວຽນວັນໂຈ໊ຍ ແລະ ຫວໍທິຖັ໊ງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານປະເທດ.

ການຢ້ຽມຢາມ ​ຂອງທ່ານ ຫງວຽນຊວນຟຸກ ປະທານປະເທດ ຫວຽດນາມ ມີຄວາມໝາຍສຳຄັນໃນການພົວພັນລະຫ່າງສອງປະເທດ ຫວຽດນາມ - ລາວ ການຢ້ຽມຢາມ ​ຂອງທ່ານ ຫງວຽນຊວນຟຸກ ປະທານປະເທດ ຫວຽດນາມ ມີຄວາມໝາຍສຳຄັນໃນການພົວພັນລະຫ່າງສອງປະເທດ ຫວຽດນາມ - ລາວ
ທ່ານປະທານປະເທດ ຫງວຽນຊວນຟຸກ ຈະຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ ແຕ່ວັນທີ 9 ຫາ 10 ສິງຫາ 2021 ທ່ານປະທານປະເທດ ຫງວຽນຊວນຟຸກ ຈະຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ ແຕ່ວັນທີ 9 ຫາ 10 ສິງຫາ 2021
ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບບັນດາອົງການມິດຕະພາບກູບາ-ຫວຽດນາມ
ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບບັນດາອົງການມິດຕະພາບກູບາ-ຫວຽດນາມ. ພາບ: TTXVN

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວນຟຸກ ຊີ້ແຈ້ງວ່າ: ເຖິງວ່າສອງປະເທດຕັ້ງຢູ່ຫ່າງໄກກໍ່ຕາມ, ແຕ່ປະຊາຊົນຫວຽດນາມ ຍາມໃດກໍ່ຢູ່ຄຽງຂ້າງປະຊາຊົນກູບາ; ປະກອບສ່ວນເຂົ້າໃນການພົວພັນອັນດີງາມລະຫວ່າງສອງປະເທດ.

ທ່ານນາງ Fernandez ໃຫ້ຮູ້ວ່າ ກູບາ ມານະພະຍາຍາມສຶກສາອົບຮົມຄົນຮຸ່ນໜຸ່ມກ່ຽວກັບນໍ້າໃຈພິເສດຂອງປະຊາຊົນສອງຊາດ. ສອງປະເທດຕ້ອງມານະພະຍາຍາມເພີ່ມພູນຄູນສ້າງໃຫ້ສາຍພົວພັນມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດ. ທ່ານນາງ ຢືນຢັນວ່າ: “ມື້ນີ້, ມື້ອື່ນ ແລະຕະຫຼອດໄປປະຊາຊົນກູບາ ຈະສະໜັບສະໜູນຫວຽດນາມ ໃນທຸກສະພາບການ”.

ສະແດງຄວາມເປັນກຽດທີ່ໄດ້ພົບປະກັບທ່ານປະທານປະເທດ ຫງວຽນຊວນຟຸກ, ທ່ານນາງປະທານສະມາຄົມມິດຕະພາບກູບາ-ຫວຽດນາມ Maria Yolanda Ferrer Gomez ຢືນຢັນວ່າ ສະມາຊິກທັງໝົດຂອງສະມາຄົມມິດຕະພາບກູບາ-ຫວຽດນາມ ມີຄວາມເອກອ້າງທະນົງໃຈຕໍ່ຄວາມຮັບຜິດຊອບອັນໃຫຍ່ຫຼວງຂອງຕົນທີ່ໄດ້ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ.

ຕາງໜ້າໄວໜຸ່ມຂອງກູບາ, ທ່ານ Suniel Sosa Cordero - ຫົວໜ້າພະແນກພົວພັນສາກົນຂອງສູນກາງຊາວໜຸ່ມກອມມູນິດກູບາ ຢືນຢັນວ່າ ກູບາ ຈະສືບທອດມູນເຊື້ອຂອງຄົນຮຸ່ນກ່ອນ.

ທ່ານປະທານປະເທດຢືນຢັນວ່າ ການເຄື່ອນໄຫວສາມັກຄີຂອງກູບາ ກັບຫວຽດນາມ ແມ່ນແຫຼ່ງກໍາລັງໃຈອັນໃຫຍ່ຫຼວງໃຫ້ແກ່ປະຊາຊົນຫວຽດນາມ ໃນເມື່ອກ່ອນ ກໍ່ຄືໃນປະຈຸບັນ. ກົງກັນຂ້າມ, ປະຊາຊົນຫວຽດນາມ ຍາມໃດກໍ່ແບ່ງປັນ, ສະຫງວນນໍ້າໃຈອັນອົບອຸ່ນໃຫ້ປະຊາຊົນກູບາ, ເປັນຕົ້ນແມ່ນຍາມທີ່ກູບາ ປະສົບຄວາມຫຍຸ້ງຍາກທີ່ສຸດ.

la.qdnd.vn

ເຫດການ
302 Found

Found

The document has moved here.