ຍສໝ - ທ່ານພົນຈັດຕະວາ, ປອ ຫງວຽນວັນຈິ໊ງ, ຮອງຫົວໜ້າຫ້ອງການຄະນະພັກການທະຫານສູນກາງ, ຫ້ອງວ່າການກະຊວງປ້ອງກັນປະເທດ ເນັ້ນໜັກວ່າ: ຊຸດຝຶກອົບຮົມແນໃສ່ຊ່ວຍໃຫ້ພະນັກງານກະຊວງປ້ອງກັນປະເທດ ລາວ ກໍາແໜ້ນຄວາມຮູ້, ທັກສະພື້ນຖານກ່ຽວກັບວຽກງານຂາເຂົ້າ-ຂາອອກ, ສໍາເນົາເອກະສານ ແລະ ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນວຽກງານ ຫ້ອງການ.
ຍສໝ - ທ່ານພັນຕີ ບົວໄທ ມິ່ງເມືອງອາດ, ຫົວໜ້າຄະນະພະນັກງານກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດລາວ ຢັ້ງຢືນວ່າ ບັນດາ ນັກສໍາມະນາກອນ ຕັດສິນໃຈແກ້ໄຂທຸກຄວາມຫຍຸ້ງຍາກ, ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນການຮໍ່າຮຽນ...
ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ, ໃນຊຸມເດືອນປີທີ່ຫຍຸ້ງຍາກ, ລຳບາກ, ດຸເດືອດທີ່ສຸດນັ້ນ, ກອງທັບ ແລະ ປະຊາຊົນ 2 ປະເທດໄດ້ສະຫງວນການແບ່ງປັນດ້ານວັດຖຸຢ່າງໃຫຍ່ຫຼວງ, ເລິກເຊິ່ງໃຫ້ກັນ.
ຕອນເຊົ້າວັນທີ 13 ກັນຍາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ James Crabtree ຜູ້ອໍານວຍການບໍລິຫານ ສະຖາບັນຄົ້ນຄວ້າຍຸດທະສາດສາກົນ (IISS) ພາກພື້ນອາຊີ.
ຕອນຄ່ຳວັນທີ 5 ກໍລະກົດ, ທ່ານພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ຈັດຕັ້ງການພົບປະ, ຕ້ອນຮັບທ່ານ ຫວໍຈ້ອງຫາຍ ປະທານຄະນະກໍາມະການປະຊາຊົນແຂວງຮ່າຕິ້ງ ແລະຄະນະປະຕິບັດງານແຂວງຮ່າຕິ້ງ ທີ່ໄປຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ.
ຕອນບ່າຍວັນທີ 21 ມິຖຸນາ, ຢູ່ນະຄອນຫຼວງພະນົມເປັນ, ກໍາປູເຈຍ, ໃນຂອບເຂດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 16 (ADMM-16), ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດລາວ.
ຍສໝ - ຫວ່າງແລ້ວນີ້, ກົມຮັກສາສັນຕິພາບຫວຽດນາມ (ກະຊວງປ້ອງກັນປະເທດ) ໄດ້ຈັດພິທີສົ່ງ ຄະນະ 156 ຄົນໃນຈຳນວນ 184 ຄົນຂອງກອງທະຫານແສງ ເລກ 1 ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ອອກເດີນທາງໄປຍັງ ຄະນະຜູ້ແທນຄວາມປ້ອງກັນຄວາມສະຫງົບ ຂອງສະຫະປະຊາຊາດຢູ່ Abyei (UNISFA).
ໃນຂອບເຂດການເຄື່ອນໄຫວຢູ່ນອກການເຈລະຈາ Shangri-La ຄັ້ງທີ 19, ຕອນບ່າຍວັນທີ 11 ມິຖຸນາ, ທ່ານ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະສອງ ຝ່າຍກັບທ່ານ Saikhanbayar Gursed ລັດຖະມົນຕີກະຊວງປ້ອງກັນປະເທດມົງໂກນ.
ຍສໝ - ການຢ້ຽມຢາມຫວຽດນາມ ຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ ດໍາເນີນໃນປີທີ່ສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງ ຕັ້ງການພົວພັນທາງການທູດ (1972 - 2022) ແລະ 75 ປີແຫ່ງວັນ ອິນເດຍ ຍາດໄດ້ເອກະລາດ (1947 - 2022).
ເນື່ອງໃນໂອກາດຮ່ວມເດີນທາງພ້ອມກັບ ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ອາເມລິກາ ສະໄໝພິເສດ, ຢ້ຽມຢາມ ແລະເຮັດວຽກ ຢູ່ ອາເມລິກາ ແລະສະຫະປະຊາຊາດ, ຄະນະຜູ້ແທນຂັ້ນສູງຂອງກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນໂທ ຟ້າມຮວ່າຍນາມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມີການເຄື່ອນໄຫວສອງຝ່າຍກັບບັນດາຄູ່ຮ່ວມມື ຢູ່ ອາເມລິກາ ແລະສະຫະປະຊາຊາດ (ສປຊ).
ຍສໝ - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ (ADSOM) ແລະ ກອງປະຊຸມເຈົ້າໜ້າອາວຸໂສປ້ອງກັນປະເທດ ອາຊຽນເປີດກວ້າງ (ADSOM+) ໄດ້ໄຂຂຶ້ນຢູ່ກຳປູເຈຍ, ຕອນບ່າຍວັນທີ 16 ພຶດສະພາ ທີ່ນະຄອນຫຼວງ ພະນົມເປັນ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນໂທ ຮ່ວາງຊວນຈ໋ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນຳໜ້າ, ໄດ້ມີການພົບປະສອງຝ່າຍກັບຫົວໜ້າຄະນະຂອງປະເທດ ກຳປູເຈຍ ແລະ ສິງກະໂປ.
ຍສໝ - ຕອນເຊົ້າວັນທີ 17 ມີນາ, ທີ່ສໍານັກງານກະຊວງປ້ອງກັນ ປະເທດ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບ ທ່ານ Orlando Nicolás Hernández Guillén ເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ.
ຕອນເຊົ້າວັນທີ 28 ຕຸລາ, ຢູ່ແຂວງອັດຕະປື (ລາວ), ຄະນະເສດຖະກິດ-ປ້ອງກັນຊາດ 385, ແມ່ທັບ 15 ໄດ້ມອບ-ຮັບ 5 ກິດຈະການສ້ອມແປງກຸ່ມບ້ານວັງຕັດ, ເມືອງຊານໄຊ, ແຂວງອັດຕະປື); ສ້ອມແປງໂຮງຮຽນກິນນອນຊົນເຜົ່າ ແລະປະຕູໂຂງ, ຝາຜະໜັງ, ເຮືອນຢູ່, ຫ້ອງກິນໃຫ້ນັກຮຽນໂຮງຮຽນກິນນອນຊົນເຜົ່າກຸ່ມບ້ານວັງຕັດດ້ວຍຍອດມູນຄ່າກວ່າ 4,1 ຕື້ດົ່ງ ໂດຍກະຊວງປ້ອງກັນປະເທດຫວຽດນາມ ຊ່ວຍເຫຼືອປະເທດເພື່ອນລາວ.
ຍສໝ - ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ, ທ່ານພົນໂທ ຮວ່າງຊວນຈຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບ ທ່ານພັນເອກ Eugene Vincent Jeoffrey Dudley ທີ່ປຶກສາທູດປ້ອງກັນຊາດອາຟະລິກາໃຕ້ ປະຈໍາ ຫວຽດນາມ.
ວັນທີ 18 ຕຸລາ, ທີ່ສໍານັກງານກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບບັນດາຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈໍາຕ່າງປະເທດ ທີ່ໄດ້ຮັບການແຕ່ງຕັ້ງໃນປີ 2021 ກ່ອນທີ່ຈະເດີນທາງໄປປະຕິບັດໜ້າທີ່ຢູ່ຕ່າງປະເທດ.
ວັນທີ 26 ກັນຍາ, ຢູ່ກອງບັນຊາການທະຫານແຂວງໄຕນິງ, ທ່ານພົນຈັດຕະວາ ເລຮົ່ງຢູງ, ຮອງຫົວໜ້າກົມໃຫຍ່ພະລາທິການ ໄດ້ມອບເຂົ້າສານຈຳນວນ 100 ໂຕນ (ມູນຄ່າ 1,2 ຕື້ດົ່ງ) ຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໃຫ້ແກ່ແຂວງໄຕນິງ ເພື່ອໜູນຊ່ວຍປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ-19.
ຍສໝ - ທ່ານນາຍົກລັດຖະມົນຕີ ຊີ້ນຳກະຊວງປ້ອງກັນປະເທດ ແລະ 10 ແຂວງ/ນະຄອນທາງພາກເໜືອ ກຽມພ້ອມໜູນຊ່ວຍນະຄອນຫຼວງຮ່າໂນ້ຍ ໃນການຕ້ານກັບພະຍາດໂຄວິດ -19...
ຍສໝ - ຕອນເຊົ້າວັນທີ 29 ສິງຫາ, ຢູ່ທ່າກຳປັ່ນທະຫານຂອງກອງທັບເຮືອປາຊີຟິກ (ກອງທັບເຮືອສະຫະພັນລັດເຊຍ) ໄດ້ຈັດຕັ້ງພິທີປິດການແຂ່ງຂັນຊິງ "ຂັນທະເລ” ແລະ ການແຂ່ງຂັນ “ຍົກພົນຂຶ້ນບົກທາງທະເລ” ພາຍໃນຂອບຂອງ Army Games 2021 ເຊິ່ງໄດ້ຈັດຂຶ້ນພາຍໃຕ້ການເປັນປະທານໂດຍ ພົນຕີ Evkurov Unus-Bek Bamatgireevich, ຮອງລັດຖະມົນຕີກະຊວງປ້ອງກັນປະເທດສະຫະພັນລັດເຊຍ. ທີມຫວຽດນາມ ຄວ້າໄດ້ຫຼຽນເງິນ.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດທ່ານພົນເອກ ຫວໍງວຽນຢາບ ຄົບຮອບ 110 ປີ (25-8-1911 / 25-8-2021), ຕອນເຊົ້າວັນທີ 22 ສິງຫາ, ຄະນະຜູ້ແທນການນໍາພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ນຳໂດຍທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໄປຖະຫວາຍທູບທຽນ, ວາງພວງມາລາອາໄລຫາທ່ານພົນເອກ ຫວໍງວຽນຢາບ ທີ່ເຮືອນເລກທີ 30 ຮວ່າງຢ້ຽວ, ເມືອງ ບາດີ່ງ, ນະຄອນ ຮ່າໂນ້ຍ.
ຍສໝ - ເນື່ອງໃນໂອກາດການຢ້ຽມຢາມລາວຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ, ຕອນບ່າຍວັນທີ 9 ສິງຫາ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການເຈລະຈາກັບທ່ານ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ.