ການນໍາກະຊວງປ້ອງກັນປະເທດ ພົບປະສອງຝ່າຍຢູ່ ອາເມລິກາ ແລະ ສປຊ

14:00 | 19/05/2022

ເນື່ອງໃນໂອກາດຮ່ວມເດີນທາງພ້ອມກັບ ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ອາເມລິກາ ສະໄໝພິເສດ, ຢ້ຽມຢາມ ແລະເຮັດວຽກ ຢູ່ ອາເມລິກາ ແລະສະຫະປະຊາຊາດ, ຄະນະຜູ້ແທນຂັ້ນສູງຂອງກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນໂທ ຟ້າມຮວ່າຍນາມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມີການເຄື່ອນໄຫວສອງຝ່າຍກັບບັນດາຄູ່ຮ່ວມມື ຢູ່ ອາເມລິກາ ແລະສະຫະປະຊາຊາດ (ສປຊ).

ການບິນ ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການຮ່ວມມື ການບິນ ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການຮ່ວມມື
ຂະບວນການປະເມີນຂອງ ອົງການ ສປຊ ແລະ ຄວາມຄືບໜ້າຂອງ ສປປ ລາວ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂະບວນການປະເມີນຂອງ ອົງການ ສປຊ ແລະ ຄວາມຄືບໜ້າຂອງ ສປປ ລາວ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ

ຕອນເຊົ້າວັນທີ 16 ພຶດສະພາ, ຕາມເວລາທ້ອງຖິ່ນ, ທີ່ສໍານັກງານ ສປຊ ຢູ່ນະຄອນນິວຢອກ, ທ່ານພົນໂທ ຟ້າມຮວ່າຍນາມ ໄດ້ມີການພົບປະ ແລະເຮັດວຽກກັບທ່ານພົນເອກ Birame Diop ທີ່ປຶກສາດ້ານການທະຫານ, ຜູ້ຊ່ວຍວຽກ ເລຂາທິການໃຫຍ່ ສປຊ.

ການນໍາກະຊວງປ້ອງກັນປະເທດ ພົບປະສອງຝ່າຍຢູ່ ອາເມລິກາ ແລະ ສປຊ
ທ່ານພົນໂທ ຟ້າມຮວ່າຍນາມ ແລະທ່ານພົນເອກ Birame Diop. ພາບ: qdnd.vn

ທີ່ການພົບປະ, ທ່ານພົນໂທ ຟ້າມຮວ່າຍນາມ ຂອບໃຈ ສປຊ ທີ່ໄດ້ເລືອກເຟັ້ນ ແລະໜູນຊ່ວຍຫວຽດນາມ ຜັນຂະຫຍາຍໂຮງໝໍສະໜາມຂັ້ນ 2 ເລກ 4 ແລະກອງຊ່າງແສງເລກ 1 ຢູ່ ຊູດັງໃຕ້, ພ້ອມທັງຫວັງວ່າ ໃນໄລຍະຈະມາເຖິງ ສປຊ ຈະສືບຕໍ່ເອົາໃຈໃສ່, ສະໜັບສະໜູນຫວຽດນາມ ຜັນຂະຫຍາຍກໍາລັງແພດທະຫານ ແລະຊ່າງແສງ ຢູ່ບັນດາຄະນະປະຕິບັດງານຮັກສາສັນຕິພາບທີ່ເໝາະສົມຂອງ ສປຊ, ກໍ່ຄືອອກສະໝັກເລືອກຕັ້ງໃຫ້ດຳລົງຕໍາແໜ່ງສູງຢູ່ບັນດາຄະນະປະຕິບັດງານ ແລະສໍານັກງານ ສປຊ. ທ່ານພົນໂທ ຟ້າມຮວ່າຍນາມ ຍັງສະເໜີ ສປຊ ເພີ່ມທະວີເປີດກວ້າງການຮ່ວມມືໃນບັນດາຂົງເຂດອື່ນ, ໃນນັ້ນບູລິມະສິດການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໜູນຊ່ວຍມະນຸດສະທໍາ ແລະກູ້ຊ່ວຍໄພພິບັດ; ທ່ານ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງອາຊຽນ ແລະ ສປຊ.

ສ່ວນທ່ານພົນເອກ Birame Diop ຕີລາຄາສູງເລື່ອງຫວຽດນາມ ເຂົ້າຮ່ວມຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບໃນການເຄື່ອນໄຫວຮັກສາສັນຕິພາບ ສປຊ. ພົນທະຫານ ໂດຍຫວຽດນາມ ສົ່ງໄປປະຕິບັດໜ້າທີ່ຂອງ ສປຊ ລ້ວນແຕ່ມີລະດັບຄວາມຮູ້, ມີວິຊາອາຊີບສູງ, ຕອບສະໜອງບັນດາມາດຖານ ເຊິ່ງ ສປຊ ວາງອອກ. ໃນໄລຍະຈະມາເຖິງ, ທ່ານພົນເອກ Birame Diop ຮັບຮູ້ ແລະສະໜັບສະໜູນບັນດາຂໍ້ສະເໜີຂອງຫວຽດນາມ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ກໍາລັງຮັກສາສັນຕິພາບຂອງຫວຽດນາມ ຈະສືບຕໍ່ປະຕິບັດສໍາເລັດບັນດາໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ.

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 12 ພຶດສະພາ, ຕາມເວລາທ້ອງຖິ່ນ, ຢູ່ ທໍານຽບຫ້າແຈ, ທ່ານພົນໂທ ຟ້າມຮວ່າຍນາມ ໄດ້ມີການພົບປະ ແລະເຮັດວຽກກັບທ່ານ ປອ Ely Ratner, ຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ກ່ຽວກັບບັນດາບັນຫາຄວາມໝັ້ນຄົງພາກພື້ນ ມະຫາສະໝຸດອິນເດຍ-ປາຊີຟິກ.

ການນໍາກະຊວງປ້ອງກັນປະເທດ ພົບປະສອງຝ່າຍຢູ່ ອາເມລິກາ ແລະ ສປຊ
ທ່ານພົນໂທ ຟ້າມຮວ່າຍນາມ ແລະທ່ານ ປອ Ely Ratner. ພາບ: qdnd.vn

ທີ່ການພົບປະ, ທ່ານ ປອ Ely Ratner ສືບຕໍ່ຢັ້ງຢືນນະໂຍບາຍສະໜັບສະໜູນຫວຽດນາມ ທີ່ເຂັ້ມແຂງ, ເອກະລາດ ແລະວັດທະນາຖາວອນ, ກໍ່ຄືເຄົາລົບລະບອບການເມືອງຂອງຫວຽດນາມ; ປາດຖະໜາຢາກຊຸກຍູ້ການຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດ, ໃນນັ້ນມີການປ້ອງກັນຊາດ. ສອງຝ່າຍຕີລາຄາສູງຜົນການພົວພັນຮ່ວມມືດ້ານປ້ອງກັນຊາດ ໃນໄລຍະຜ່ານມາ ໂດຍບໍ່ຫົວຊາຕໍ່ຜົນສະທ້ອນຂອງພະຍາດໂຄວິດ-19, ສອດຄ່ອງກັບບັນດາເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມ ແລະບັນດາເນື້ອໃນເຊິ່ງການນໍາສອງປະເທດ, ສອງກະຊວງປ້ອງກັນປະເທດ ໄດ້ເຫັນດີເປັນເອກະພາບ. ສອງຝ່າຍແລກປ່ຽນ ແລະກໍານົດທິດການພົວພັນຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນສຸມໃສ່ເຂົ້າໃນບັນດາຂົງເຂດ ຄື ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ, ຮັກສາສັນຕິພາບ ສປຊ, ເສນາຮັກ, ໜູນຊ່ວຍມະນຸດສະທໍາ, ກູ້ຊ່ວຍໄພພິບັດ, ຄວາມໝັ້ນຄົງທາງທະເລ...

ທ່ານພົນໂທ ຟ້າມຮວ່າຍນາມ ຕີລາຄາສູງຕໍ່ການສົມທົບຂອງອາເມລິກາ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໜູນຊ່ວຍສະກັດກັ້ນ ແລະຕ້ານພະຍາດໂຄວິດ-19 ໃນໄລຍະຜ່ານມາ ແລະຖືນີ້ເປັນພື້ນຖານເພື່ອຊຸກຍູ້ການພົວພັນຮ່ວມມືໃນໄລຍະຈະມາເຖິງ.

la.qdnd.vn

ເຫດການ
302 Found

Found

The document has moved here.