ຫວຽດນາມ - ກູບາ ສືບຕໍ່ຜັນຈະຫຍາຍການຮ່ວມມືດ້ານປ້ອງກັນຊາດຢ່າງມີປະສິດທິຜົນ

19:00 | 21/03/2022

ຍສໝ - ຕອນເຊົ້າວັນທີ 17 ມີນາ, ທີ່ສໍານັກງານກະຊວງປ້ອງກັນ ປະເທດ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບ ທ່ານ Orlando Nicolás Hernández Guillén ເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ.

ສະມາຄົມນັກສຶກສາຫວຽດນາມປະຈຳປະເທດໂປແລນ ແລະ ໂຣມານີ ຊ່ວຍເຫຼືອພີ່ນ້ອງຊາວຫວຽດນາມຢູ່ປະເທດຢູເຄຣນ ສະມາຄົມນັກສຶກສາຫວຽດນາມປະຈຳປະເທດໂປແລນ ແລະ ໂຣມານີ ຊ່ວຍເຫຼືອພີ່ນ້ອງຊາວຫວຽດນາມຢູ່ປະເທດຢູເຄຣນ
ສະຖານທູດ​ຫວຽດນາມ ປະຈຳ ອີ​ຕາ​ລີ ໜູນ​ຊ່ວຍແກ້ໄຂກໍລະນີ​ຄອນເທນເນີບັນທຸກແກ່ນ​ໝາກມ່ວງ​ຫິມະ​ພານ 100 ຕູ້ ​ເຊິ່ງສ່ຽງ​ທີ່​ຈະ​ຖືກ​ຫຼອກ​ລວງ ສະຖານທູດ​ຫວຽດນາມ ປະຈຳ ອີ​ຕາ​ລີ ໜູນ​ຊ່ວຍແກ້ໄຂກໍລະນີ​ຄອນເທນເນີບັນທຸກແກ່ນ​ໝາກມ່ວງ​ຫິມະ​ພານ 100 ຕູ້ ​ເຊິ່ງສ່ຽງ​ທີ່​ຈະ​ຖືກ​ຫຼອກ​ລວງ

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຈົດຈໍາການສະໜັບສະໜູນ ແລະຊ່ວຍເຫຼືອທີ່ເຕັມໄປດ້ວຍອາລົມຈິດ ຂອງພັກ, ລັດ, ປະຊາຊົນ ແລະກໍາລັງປະກອບອາວຸດປະຕິວັດກູບາ ທີ່ມີຕໍ່ກັບພາລະກິດການປະຕິວັດ, ພາລະກິດແຫ່ງການສ້າງສາປະເທດຂອງຫວຽດນາມ, ພ້ອມທັງຍາມໃດກໍ່ສຶກສາໃຫ້ຄົນລຸ້ນຕ່າງໆໃນປະຈຸບັນ ແລະອະນາຄົດຮັກສາ, ເສີມຂະຫຍາຍການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມນີ້.

ຫວຽດນາມ - ກູບາ ສືບຕໍ່ຜັນຈະຫຍາຍການຮ່ວມມືດ້ານປ້ອງກັນຊາດຢ່າງມີປະສິດທິຜົນ

ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບ ທ່ານ Orlando Nicolás Hernández Guillén ເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ. ພາບ: ກະຊວງປ້ອງກັນປະເທດ

ທ່ານພົນເອກ ຟານວັນຢາງ ໃຫ້ຮູ້ວ່າ ກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ໄດ້ເຫັນດີເປັນ ເອກະພາບໃນໄລຍະຈະມາເຖິງ ຈະສືບຕໍ່ຜັນຂະຫຍາຍບັນດາເນື້ອໃນການຮ່ວມມື ໃຫ້ມີປະສິດທິຜົນບົນພື້ນຖານບັນດາເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມ, ສຸມໃສ່ເຂົ້າບາງຂົງເຂດຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ປະຕິບັດສໍາເລັດ ຊຸດສໍານວນເອກະສານກ່ຽວກັບ 60 ປີແຫ່ງປີປະຫວັດສາດດ້ານປ້ອງກັນຊາດ ຫວຽດນາມ-ກູບາ; ສ້າງ ແລະລົງນາມເອກະສານ, ຂໍ້ຕົກລົງການຮ່ວມມື ສະບັບໃໝ່ຄື ແຜນການຮ່ວມມືໄລຍະ 2023-2025, ບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືວຽກງານພັກ, ວຽກງານການເມືອງໃນ ກອງທັບ, ຂໍ້ຕົກລົງການຮ່ວມມືໄລຍະ 5 ປີລະຫວ່າງເສນາຮັກສອງປະເທດ...

ສ່ວນທ່ານ Orlando Nicolás Hernández Guillén ໄດ້ຂອບໃຈທ່ານລັດຖະມົນຕີ ຟານວັນຢາງ ທີ່ໄດ້ສະຫຼະເວລາຕ້ອນຮັບ ແລະຢັ້ງຢືນວ່າ ໃນຖານະຕໍາແໜ່ງປະຕິບັດວຽກງານໃໝ່ ຈະມານະພະຍາຍາມ ປະກອບສ່ວນເຂົ້າໃນການພັດທະນາຂອງການພົວພັນມິດຕະພາບທີ່ເປັນ ມູນເຊື້ອພິເສດລະຫວ່າງສອງປະເທດ, ສອງກອງທັບ.

ບູນມີ

ເຫດການ
302 Found

Found

The document has moved here.