ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທີ່ປຶກສາທູດປ້ອງກັນຊາດອາຟະລິກາໃຕ້

14:07 | 23/01/2022

ຍສໝ - ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ, ທ່ານພົນໂທ ຮວ່າງຊວນຈຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບ ທ່ານພັນເອກ Eugene Vincent Jeoffrey Dudley ທີ່ປຶກສາທູດປ້ອງກັນຊາດອາຟະລິກາໃຕ້ ປະຈໍາ ຫວຽດນາມ.

ສະຖານທູດຫວຽດນາມປະຈຳອາຟະລິກາໃຕ້ໜູນຊ່ວຍອຸ​ປະ​ກອນ​ການ​ແພດ​ໃຫ້​ແກ່ປະຊາຊົນປະເທດປະຈຳຖິ່ນ ສະຖານທູດຫວຽດນາມປະຈຳອາຟະລິກາໃຕ້ໜູນຊ່ວຍອຸ​ປະ​ກອນ​ການ​ແພດ​ໃຫ້​ແກ່ປະຊາຊົນປະເທດປະຈຳຖິ່ນ
ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄປຢ້ຽມຢາມ ສ.ອາຟະລິກາໃຕ້ ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄປຢ້ຽມຢາມ ສ.ອາຟະລິກາໃຕ້

ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈຽນ ເຊື່ອໝັ້ນວ່າ ທ່ານພັນເອກ Eugene Vincent Jeoffrey Dudley ຈະປະສົບຜົນສຳເລັດໃນອາຍຸການຂອງຕົນ, ປະກອບສ່ວນປັບປຸງ, ຊຸກຍູ້ການພົວພັນຄູ່ຮ່ວມມື, ພັດທະນາ ແລະການ ພົວພັນຄູ່ຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດຫວຽດນາມ-ອາຟະລິກາໃຕ້.

ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທີ່ປຶກສາທູດປ້ອງກັນຊາດອາຟະລິກາໃຕ້
ທ່ານພົນໂທ ຮວ່າງຊວນຈຽນ ຕ້ອນຮັບ ທ່ານພັນເອກ Eugene Vincent Jeoffrey Dudley. ພາບ: TTXVN

ທ່ານພົນໂທ ຮວ່າງຊວນຈຽນ ເນັ້ນໜັກວ່າໃນຂົງເຂດປ້ອງກັນຊາດ, ອາຟະລິກາໃຕ້ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ມີປະສິດທິຜົນຂອງຫວຽດນາມ. ບົນພື້ນຖານຂໍ້ຕົກລົງກ່ຽວກັບການພົວພັນໃນຂົງເຂດປ້ອງກັນຊາດທີ່ກະຊວງປ້ອງກັນປະເທດສອງປະເທດໄດ້ເຊັນເມື່ອປີ 2006, ສອງຝ່າຍໄດ້ຕັ້ງໜ້າຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດ, ໂດຍສະເພາະ ແມ່ນໃນບັນດາຂົງເຂດ: ແລກປ່ຽນຄະນະຜູ້ແທນ, ປຶກສາຫາລື-ສົນທະນາ, ອຸດສາຫະກໍາປ້ອງກັນຊາດ, ບໍາລຸງສ້າງ, ປົກປັກຮັກສາຄວາມໝັ້ນຄົງ, ພະລາທິການ ແລະເສນາຮັກ, ຄວາມໝັ້ນຄົງແບບໃໝ່...

ສ່ວນທ່ານພັນເອກ Eugene Vincent Jeoffrey Dudley ປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ໃນນັ້ນອາຟະລິກາໃຕ້ກຽມພ້ອມໃຫ້ການຮ່ວມມືໃນຂົງເຂດບໍາລຸງສ້າງພະນັກງານ, ໂດຍສະເພາະແມ່ນ ບໍາລຸງສ້າງພາສາອັງກິດ, ຮ່ວມມືດ້ານພະລາທິການ, ເສນາຮັກ...

ບູນມີ

ເຫດການ
302 Found

Found

The document has moved here.