ກະຊວງປ້ອງກັນປະເທດ ລາວ ຈັດພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ - ຫວຽດນາມ 2022

07:38 | 16/09/2022

ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ, ໃນຊຸມເດືອນປີທີ່ຫຍຸ້ງຍາກ, ລຳບາກ, ດຸເດືອດທີ່ສຸດນັ້ນ, ກອງທັບ ແລະ ປະຊາຊົນ 2 ປະເທດໄດ້ສະຫງວນການແບ່ງປັນດ້ານວັດຖຸຢ່າງໃຫຍ່ຫຼວງ, ເລິກເຊິ່ງໃຫ້ກັນ.

EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022 EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022
ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໜູນຊ່ວຍເຂົ້າສານຈຳນວນ 100 ໂຕນໃຫ້ແກ່ປະຊາຊົນແຂວງໄຕນິງ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໜູນຊ່ວຍເຂົ້າສານຈຳນວນ 100 ໂຕນໃຫ້ແກ່ປະຊາຊົນແຂວງໄຕນິງ
ຫຼາຍການສະແດງສິລະປະທີ່ພິທີສະເຫຼີມສະຫຼອງ
ຫຼາຍການສະແດງສິລະປະທີ່ພິທີສະເຫຼີມສະຫຼອງ

ຕອນບ່າຍວັນທີ 14 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ 2022 ໂດຍກະຊວງປ້ອງກັນປະເທດ ລາວ ຈັດຂຶ້ນ. ເຂົ້າຮ່ວມພິທີມີທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ; ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ, ໃນຊຸມເດືອນປີທີ່ຫຍຸ້ງຍາກ, ລຳບາກ, ດຸເດືອດທີ່ສຸດນັ້ນ, ກອງທັບ ແລະ ປະຊາຊົນ 2 ປະເທດໄດ້ສະຫງວນການແບ່ງປັນດ້ານວັດຖຸຢ່າງໃຫຍ່ຫຼວງ, ເລິກເຊິ່ງໃຫ້ກັນເພື່ອຂຽນເປັນບົດເພງອຳມະຕະກ່ຽວກັບນ້ຳໃຈສາມັກຄີຮ່ວມສຳພັນສູ້ຮົບລະຫວ່າງ 2 ຊາດ, ເຊິ່ງໄດ້ຮັບການຮັບຮູ້ຈາກໂລກ ແລະ ເປັນແບບຢ່າງໃນການພົວພັນສາກົນ.

ເນື່ອງໃນໂອກາດນີ້, ທ່ານພົນເອກ ຟານວັນຢາງ ໄດ້ສະແດງຄຳຂອບໃຈຕໍ່ພັກ, ປະຊາຊົນ ແລະ ກອງທັບ ລາວ ທີ່ໄດ້ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ແກ່ວຽກງານ ຊອກຫາ, ທ້ອນໂຮມ ແລະ ສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ກັບຄືນເມືອປະເທດ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.