ພົນເອກ ຟານວັນຢາງ ພົບປະສອງຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດມົງໂກນ

09:00 | 14/06/2022

ໃນຂອບເຂດການເຄື່ອນໄຫວຢູ່ນອກການເຈລະຈາ Shangri-La ຄັ້ງທີ 19, ຕອນບ່າຍວັນທີ 11 ມິຖຸນາ, ທ່ານ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະສອງ ຝ່າຍກັບທ່ານ Saikhanbayar Gursed ລັດຖະມົນຕີກະຊວງປ້ອງກັນປະເທດມົງໂກນ.

ພົນເອກ ຟານວັນຢາງ ຕ້ອນຮັບທ່ານເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ ພົນເອກ ຟານວັນຢາງ ຕ້ອນຮັບທ່ານເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ
ທ່ານພົນເອກ ຟານວັນຢາງ ສົນທະນາທາງໄກກັບລັດຖະມົນຕີປ້ອງກັນປະເທດອົດສະຕາລີ ທ່ານພົນເອກ ຟານວັນຢາງ ສົນທະນາທາງໄກກັບລັດຖະມົນຕີປ້ອງກັນປະເທດອົດສະຕາລີ
ພົນເອກ ຟານວັນຢາງ ພົບປະສອງຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດມົງໂກນ
ທ່ານ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພົບປະສອງຝ່າຍກັບທ່ານ Saikhanbayar Gursed ລັດຖະມົນຕີກະຊວງປ້ອງກັນປະເທດມົງໂກນ. ພາບ: ງອັກຮ່າ.

ທີ່ການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດມົງໂກນ Saikhanbayar Gursed, ລັດຖະມົນຕີກະຊວງປ້ອງກັນປະເທດສອງທ່ານຖືວ່າ ບົນພື້ນຖານບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍທີ່ໄດ້ລົງນາມໃນປີ 2013 ແລະຂໍ້ຕົກລົງລະຫວ່າງສອງລັດຖະບານວ່າດ້ວຍການຮ່ວມມືໃນຂົງເຂດການປ້ອງກັນຊາດ (ປີ 2019), ເນື້ອໃນຮ່ວມມືລະຫວ່າງສອງປະເທດໄດ້ນຳມາເຊິ່ງໝາກຜົນແທດຈິງ.

ເພື່ອເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍເໝາະສົມກັບຄວາມສາມາດບົ່ມຊ້ອນ ແລະການພົວພັນຂອງສອງປະເທດ, ໄປຄຽງຄູ່ກັບການຕັ້ງໜ້າຜັນຂະຫຍາຍບັນດາຂົງເຂດຮ່ວມມືຕາມຂອບບົດບັນທຶກຊ່ວຍຈຳ ປີ 2013 ແລະຂໍ້ຕົກລົງປີ 2019 ແລ້ວ, ລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືກ່ຽວກັບການແລກປ່ຽນຄະນະຜູ້ແທນ, ບຳລຸງສ້າງ, ຜັນຂະຫຍາຍການຮ່ວມມືບັນດາຂົງເຂດວັດທະນະທຳສິລະປະ, ກິລາການທະຫານ, ແລກປ່ຽນບົດຮຽນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ກໍ່ຄືຊອກຫາຄວາມສາມາດຮ່ວມມືໃນຂົງເຂດທີ່ເໝາະສົມກັບຄວາມຕ້ອງການຂອງສອງຝ່າຍ, ຄື: ອຸດສາຫະກຳການປ້ອງກັນຊາດ, ພາລະທິການ...

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.