ກະຊວງປ້ອງກັນປະເທດ ແລະ 10 ທ້ອງຖິ່ນ ໜູນຊ່ວຍຮ່າໂນ້ຍ ໃນການຕ້ານພະຍາດໂຄວິດ -19

17:35 | 09/09/2021

ຍສໝ - ທ່ານນາຍົກລັດຖະມົນຕີ ຊີ້ນຳກະຊວງປ້ອງກັນປະເທດ ແລະ 10 ແຂວງ/ນະຄອນທາງພາກເໜືອ ກຽມພ້ອມໜູນຊ່ວຍນະຄອນຫຼວງຮ່າໂນ້ຍ ໃນການຕ້ານກັບພະຍາດໂຄວິດ -19...

USAID ໜູນຊ່ວຍ​ເງິນ​ເກືອບ 10 ລ້ານ USD ເພື່ອຊ່ວຍ ຫວຽດ​ນາມ ຮັບ​ມື​ກັບ​ໂລກ​ລະ​ບາດ ແລະ ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດໂຄວິດ - 19 USAID ໜູນຊ່ວຍ​ເງິນ​ເກືອບ 10 ລ້ານ USD ເພື່ອຊ່ວຍ ຫວຽດ​ນາມ ຮັບ​ມື​ກັບ​ໂລກ​ລະ​ບາດ ແລະ ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດໂຄວິດ - 19
ຮ່າ​ໂນ້ຍ: ​ບໍ່​ເຕົ້າໂຮມ​ກັນກ່​ວາ 10 ຄົນ​ຢູ່​ເຂດ​ສາ​ທາ​ລະ​ນະເພື່ອ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຮ່າ​ໂນ້ຍ: ​ບໍ່​ເຕົ້າໂຮມ​ກັນກ່​ວາ 10 ຄົນ​ຢູ່​ເຂດ​ສາ​ທາ​ລະ​ນະເພື່ອ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

ຕາມນັ້ນແລ້ວ, ກະຊວງປ້ອງກັນປະເທດ ແລະ ບັນດາແຂວງ/ນະຄອນ ຄື: ບັກຢາງ, ວິ້ງຟຸກ, ບັກນິງ, ຫາຍເຢືອງ, ຮືງອຽນ, ຫາຍຟອງ, ຮ່ານາມ, ນາມດິງ, ໄທບິ່ງ ແລະ ຮວ່າບິ່ງ ຕ້ອງກະກຽມຢ່າງຕັ້ງໜ້າເພື່ອໜູນຊ່ວຍຮ່າໂນ້ຍ ໃນການປະຕິບັດການວິເຄາະໄວ, ການຈັດແບ່ງປະເພດກໍລະນີ F0 ເພື່ອເບິ່ງແຍງ ແລະ ປິ່ນປົວຢ່າງເໝາະສົມ, ການຕິດຕາມຊອກຫາ F1 ເພື່ອຄຸ້ມຄອງ ແລະ ການຈັດຕັ້ງການສັກຢາປ້ອງກັນພະຍາດ COVID-19.

ກະຊວງປ້ອງກັນປະເທດ ແລະ 10 ທ້ອງຖິ່ນ ໜູນຊ່ວຍຮ່າໂນ້ຍ ໃນການຕ້ານພະຍາດໂຄວິດ -19
ນາຍົກລັດຖະມົນຕີລົງ ກວດກາການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ ຢູ່ເມືອງແທັງຊວນ, ຮ່າໂນ້ຍ

ຕາມພະແນກສາທາລະນະສຸກຮ່າໂນ້ຍແລ້ວ, ແຕ່ວັນທີ 29 ເມສາຫາ 7 ກັນຍາ 2021, ນະຄອນຫຼວງຮ່າໂນ້ຍ ໄດ້ບັນທຶກກໍລະນີຕິດເຊື້ອໄວຣັດ SARS-CoV-2 ທັງໝົດ 3,614 ກໍລະນີ, ໃນນັ້ນມີ 1,569 ກໍລະນີຢູ່ໃນຊຸມຊົນ, 2,045 ຄົນຢູ່ໃນເຂດແຍກປ່ຽວ. ຄາດວ່ານະຄອນຫຼວງຮ່າໂນ້ຍ ຈະປະຕິບັດການວິເຄາະ 100% ໃຫ້ປະຊາຊົນໃນບໍລິເວນ ຮອດວັນທີ 12 ກັນຍາ ຕາມຫຼັກການ: ເອົາຕົວຢ່າງທຸກຄົນທີ່ຢູ່ໃນເຂດປິດການເຂົ້າອອກ, ເຂດແຍກປ່ຽວ, ເຂດທີ່ມີຄວາມສ່ຽງສູງຫຼາຍ ໄປວິເຄາະ 2-3 ມື້/ຄັ້ງ; ສໍາລັບທຸກຄົນຢູ່ໃນເຂດທີ່ມີຄວາມສ່ຽງສູງ 5-7 ມື້/ຄັ້ງ;

ເປົ້າໝາຍຂອງນະຄອນຫຼວງຮ່າໂນ້ຍແມ່ນ ເພື່ອຄວບຄຸມສະຖານະການການລະບາດຂອງພະຍາດ ໂດຍໄວ ກ່ອນວັນທີ 15 ກັນຍາ, ເພື່ອຈັດເຂົ້າຢູ່ໃນກຸ່ມຄວບຄຸມພະຍາດໄດ້ດີ ຕາມມາດຖານຄວບຄຸມພະຍາດຂອງກະຊວງສາທາລະນະສຸກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.