ລັດຖະມົນຕີ ຟານວັນຢາງ ພົບປະສອງຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດລາວ

16:30 | 23/06/2022

ຕອນບ່າຍວັນທີ 21 ມິຖຸນາ, ຢູ່ນະຄອນຫຼວງພະນົມເປັນ, ກໍາປູເຈຍ, ໃນຂອບເຂດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 16 (ADMM-16), ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດລາວ.

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທງເຊີນ ​​ເຂົ້າ​ຮ່ວມ​ກອງ​ປະຊຸມສະໄໝພິເສດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ - ອິນ​ເດຍ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທງເຊີນ ​​ເຂົ້າ​ຮ່ວມ​ກອງ​ປະຊຸມສະໄໝພິເສດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ - ອິນ​ເດຍ
ພົນເອກ ຟານວັນຢາງ ພົບປະສອງຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດມົງໂກນ ພົນເອກ ຟານວັນຢາງ ພົບປະສອງຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດມົງໂກນ

ທີ່ການພົບປະ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ລັດຖະບານ, ກະຊວງປ້ອງກັນປະເທດຫວຽດນາມ, ເປັນຕົ້ນແມ່ນທະຫານເຂດ, ກົມກອງຂອງກອງທັບທີ່ມີຊາຍແດນຕິດກັບລາວ ຍາມໃດກໍ່ໜູນຊ່ວຍລັດຖະບານ, ປະຊາຊົນລາວ ຢ່າງສຸດໃຈ ແລະພິເສດແມ່ນໃນໄລຍະທີ່ລາວ ປະສົບກັບຄວາມຫຍຸ້ງຍາກ.

ລັດຖະມົນຕີ ຟານວັນຢາງ ພົບປະສອງຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດລາວ
ພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ. ພາບ: qdnd.vn

ສໍາລັບການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ສອງລັດຖະມົນຕີ ໄດ້ເຫັນດີເປັນເອກະພາບໂດຍຖືວ່າໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ, ພິເສດແມ່ນໃນການຮ່ວມມືລະຫວ່າງທະຫານເຂດ ແລະກຳລັງປ້ອງກັນຊາຍແດນຂອງສອງປະເທດ; ເພີ່ມທະວີການຮ່ວມມືໃນວຽກງານພັກ, ວຽກງານການເມືອງ, ການຝຶກອົບຮົມ ແລະກໍ່ສ້າງພະນັກງານ...

ປີ 2022, ກະຊວງປ້ອງກັນປະເທດສອງປະເທດ ຈະມີການເຄື່ອນໄຫວສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ”. ສອງລັດຖະມົນຕີ ໄດ້ເຫັນດີເປັນເອກະພາບນຳກັນວ່າ ກອງທັບສອງປະເທດຈະສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍການຮ່ວມມືທີ່ໄດ້ກຳນົດໄວ້ໃນແຜນຮ່າງສະເຫຼີມສະຫຼອງ ແລະແຜນການຮ່ວມມືປີ 2022 ລະຫວ່າງກະຊວງປ້ອງກັນປະເທດສອງປະເທດຢ່າງຮອບດ້ານ.

ທ່ານລັດຖະມົນຕີ ຟານວັນຢາງ ສະແດງຄວາມຂອບອົກຂອບໃຈຕໍ່ການຮ່ວມມືຢ່າງແໜ້ນແຟ້ນຂອງບັນດາກົມກອງຂອງກອງທັບລາວ ໃນວຽກງານຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ລາວ ກັບຄືນປະເທດ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.