ພິທີໄຂຊຸດຝຶກອົບຮົມການຄົ້ນຄວ້າຍຸດທະສາດການທະຫານຊຸດທີ 5 ໃຫ້ແກ່ກອງທັບລາວ

17:23 | 17/09/2022

ຍສໝ - ທ່ານພັນຕີ ບົວໄທ ມິ່ງເມືອງອາດ, ຫົວໜ້າຄະນະພະນັກງານກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດລາວ ຢັ້ງຢືນວ່າ ບັນດາ ນັກສໍາມະນາກອນ ຕັດສິນໃຈແກ້ໄຂທຸກຄວາມຫຍຸ້ງຍາກ, ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນການຮໍ່າຮຽນ...

ພິທີຕ້ອນຮັບໃບຢັ້ງຢືນ “ສິລະປະຂັບແທນ ຂອງຊາວເຜົ່າໄຕ່, ນຸ່ງ, ໄທ” ແມ່ນມໍລະດົກບໍ່ເປັນວັດຖຸເປັນຕົວແທນໃຫ້ມວນມະນຸດ ພິທີຕ້ອນຮັບໃບຢັ້ງຢືນ “ສິລະປະຂັບແທນ ຂອງຊາວເຜົ່າໄຕ່, ນຸ່ງ, ໄທ” ແມ່ນມໍລະດົກບໍ່ເປັນວັດຖຸເປັນຕົວແທນໃຫ້ມວນມະນຸດ
ພິທີສູດອະນິດຈາເຖິງດວງວິນຍານວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ - ລາວ: ຂໍຈົ່ງຮັບເອົານ້ຳໃຈຈິງໃຈ ແລະ ຄວາມສາມັກຄີ ພິທີສູດອະນິດຈາເຖິງດວງວິນຍານວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ - ລາວ: ຂໍຈົ່ງຮັບເອົານ້ຳໃຈຈິງໃຈ ແລະ ຄວາມສາມັກຄີ

ຕອນບ່າຍວັນທີ 14 ກັນຍາ, ທີ່ກອງ 871 (ກົມໃຫຍ່ການເມືອງ), ສະຖາບັນຍຸດທະສາດປ້ອງກັນຊາດ ໄດ້ຈັດພິທີເປີດຊຸດຝຶກອົບຮົມການຄົ້ນຄວ້າ ຍຸດທະສາດການທະຫານໃຫ້ແກ່ກອງທັບລາວ, ຊຸດທີ 5.

ພິທີໄຂຊຸດຝຶກອົບຮົມການຄົ້ນຄວ້າຍຸດທະສາດການທະຫານຊຸດທີ 5 ໃຫ້ແກ່ກອງທັບລາວ
ທ່ານພັນຕີ ບົວໄທ ມິ່ງເມືອງອາດ, ຫົວໜ້າຄະນະພະນັກງານກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດລາວ. ພາບ: thoidai.com.vn

ກ່າວຄໍາເຫັນທີ່ພິທີໄຂ, ທ່ານພົນຈັດຕະວາ ຫງວຽນວັນເທິນ, ຮອງຫົວໜ້າ ສະຖາບັນຍຸດທະສາດປ້ອງກັນຊາດ ໃຫ້ຮູ້ວ່າ: ຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນ ເປັນເວລາ 1 ເດືອນແນໃສ່ບໍາລຸງສ້າງ, ຍົກສູງລະດັບ ຄວາມຮູ້ ແລະວິທີການ ຄົ້ນຄວ້າຍຸດທະສາດປ້ອງກັນຊາດ, ຍຸດທະສາດ ການທະຫານໃຫ້ພະນັກງານ ກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງ ປ້ອງກັນປະເທດລາວ. ຜ່ານ​ຊຸດຝຶກອົບຮົມ, ບັນດານັກສໍາມະນາກອນ​ມີ​ໂອກາດ​ຄົ້ນຄວ້າ, ຮໍ່າຮຽນ, ​ແລກປ່ຽນ​ບົດຮຽນ​ກັບ​ພະນັກງານ, ຄູ​ອາຈານ​ຂອງ​ສະຖາບັນ ຍຸດທະສາດປ້ອງກັນຊາດ ຫວຽດນາມ, ພ້ອມ​ທັງໄປຄົ້ນຄວ້າຕົວຈິງ​ຢູ່ບາງກົມກອງ.

ທ່ານພັນຕີ ບົວໄທ ມິ່ງເມືອງອາດ, ຫົວໜ້າຄະນະພະນັກງານກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດລາວ ຢັ້ງຢືນວ່າບັນດານັກສໍາມະນາກອນຕັດສິນໃຈແກ້ໄຂທຸກຄວາມຫຍຸ້ງຍາກ, ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນການຮໍ່າຮຽນ, ກຳ​ແໜ້ນເນື້ອໃນ​ທີ່ໄດ້​ຮັບ​ການ​ຝຶກ​ອົບຮົມ​ເພື່ອ​​ນຳ​ເອົາ​ຄວາມ​ຮູ້​ມາ​ຮັບ​ໃຊ້​ກອງທັບ ​ແລະປະ​ເທດ​ຊາດ, ພ້ອມທັງສືບ​ຕໍ່​ເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ​ມິດຕະພາບ​ແບບພິເສດລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ສອງ​ກອງທັບ​ຫວຽດນາມ-ລາວ.

ບູນມີ

ເຫດການ
302 Found

Found

The document has moved here.