ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບຫົວໜ້າຄະນະຂອງປະເທດ ກຳປູເຈຍ ແລະ ສິງກະໂປ

08:07 | 19/05/2022

ຍສໝ - ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່ອາວຸໂສ​ປ້ອງ​ກັນ​ປະ​ເທດ​ ອາ​ຊຽນ (ADSOM) ​ແລະ ກອງ​ປະຊຸມ​ເຈົ້າ​ໜ້າ​ອາ​ວຸ​ໂສ​​ປ້ອງ​ກັນ​ປະ​ເທດ ​ອາ​ຊຽນເປີດກວ້າງ (ADSOM+) ​ໄດ້​ໄຂ​ຂຶ້ນ​ຢູ່​ກຳປູ​ເຈຍ, ຕອນ​ບ່າຍ​ວັນ​ທີ 16 ພຶດສະພາ ທີ່ນະຄອນຫຼວງ ພະນົມ​ເປັນ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ໂດຍ​ທ່ານ​ພົນ​ໂທ ຮ່​ວາງ​ຊວນ​ຈ໋ຽນ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ນຳ​ໜ້າ, ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ຫົວ​ໜ້າ​ຄະ​ນະ​ຂອງປະເທດ ​ກຳ​ປູ​ເຈຍ ແລະ ສິງ​ກະ​ໂປ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ອວຍພອນບຸນປີໃໝ່ຂອງລາວ ແລະ ກຳປູເຈຍ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ອວຍພອນບຸນປີໃໝ່ຂອງລາວ ແລະ ກຳປູເຈຍ
ການນຳຂັ້ນສູງຫວຽດນາມ ອວຍພອນບຸນປີໃໝ່ຂອງລາວ ແລະ ກຳປູເຈຍ ການນຳຂັ້ນສູງຫວຽດນາມ ອວຍພອນບຸນປີໃໝ່ຂອງລາວ ແລະ ກຳປູເຈຍ
ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບຫົວໜ້າຄະນະຂອງປະເທດ ກຳປູເຈຍ ແລະ ສິງກະໂປ

ທ່ານພົນໂທ ຮ່ວາງຊວນຈ໋ຽນ ແລະ ທ່ານພົນ​ເອກ Nem Sowat, ຫົວໜ້າ​ກົມ​ໃຫຍ່ນະ​ໂຍບາຍ ​ແລະ ການ​ຕ່າງປະ​ເທດ, ກະຊວງ​ປ້ອງ​ກັນ​ປະ​ເທດ ລາຊະອານາຈັກ ກຳປູ​ເຈຍ (ພາບ: VOV)

ທີ່​ການ​ພົບ​ປະ​ກັບພົນ​ເອກ Nem Sowat, ຫົວໜ້າ​ກົມ​ໃຫຍ່ນະ​ໂຍບາຍ ​ແລະ ການ​ຕ່າງປະ​ເທດ, ກະຊວງ​ປ້ອງ​ກັນ​ປະ​ເທດ ລາຊະອານາຈັກ ກຳປູ​ເຈຍ, ສອງຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຜັນ​ຂະຫຍາຍບັນດາ​ເນື້ອ​ໃນ​ຂອງ​ແຜນການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ ປີ 2022 ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ, ໂດຍສະເພາະແມ່ນບັນດາເນື້ອໃນທີ່ລັດຖະມົນຕີ 2 ທ່ານ ໄດ້ພົບປະເຈລະຈາ ແລະ ເຫັນດີເປັນເອກະພາບໃນການພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນຄັ້ງທຳອິດເມື່ອບໍ່ດົນມານີ້. ທ່ານພົນໂທ ຮ່ວາງຊວນຈ໋ຽນ ຢືນຢັນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ໃຫ້​ກຳປູ​ເຈຍ​ດໍາລົງ​ຕຳ​ແໜ່​ງ​ເປັນ​ປະທານ​ອາ​ຊຽນ​ໃນ​ປີ 2022 ຢ່າງ​ສຳ​ເລັດ​ຜົນ.

ທີ່ການພົບປະກັບ ທ່ານ Chan Heng Kee, ເລຂາປະຈໍາກະຊວງປ້ອງກັນປະເທດ ສິງກະໂປ, ທັງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບອັນດີງາມລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ຫວຽດນາມ ແລະ ສິງກະໂປ, ໂດຍສະເພາະແມ່ນໃນສະພາບການທີ່ລັດຖະມົນຕີ 2 ທ່ານຂອງກະຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ເຊັນສັນຍາ​ກ່ຽວກັບການຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ​ສອງ​ຝ່າຍ ​ໃນ​ເດືອນ​ກຸມພາ ​ປີ 2022. ກໍທີ່​ການ​ພົບ​ປະ, ທ່ານພົນໂທ ຮ່ວາງຊວນຈ໋ຽນ ສະເໜີວ່າ 2 ຝ່າຍ​ສືບ​ຕໍ່​ຮັກສາ​ການ​ປຶກສາ​ຫາລືກັນ, ສະໜັບສະໜູນ​ເຊິ່ງກັນ ​ແລະກັນ ​ທີ່ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ເຊິ່ງ 2 ຝ່າຍ​ເປັນ​ສະມາຊິກ.

ຫອມມາລາ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.