ຊຸກຍູ້ການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະສະຖາບັນຄົ້ນຄວ້າຍຸດທະສາດສາກົນ

19:00 | 15/09/2022

ຕອນເຊົ້າວັນທີ 13 ກັນຍາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ James Crabtree ຜູ້ອໍານວຍການບໍລິຫານ ສະຖາບັນຄົ້ນຄວ້າຍຸດທະສາດສາກົນ (IISS) ພາກພື້ນອາຊີ.

ເປີດກວ້າງຫຼາຍເນື້ອໃນ ແລະຂົງເຂດຮ່ວມມືຊາວໜຸ່ມ ຫວຽດນາມ - ລາວ ເປີດກວ້າງຫຼາຍເນື້ອໃນ ແລະຂົງເຂດຮ່ວມມືຊາວໜຸ່ມ ຫວຽດນາມ - ລາວ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ນິວ​ຊີ​ແລນ​ຖ​ື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ຫວຽດ​ນາມ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ນິວ​ຊີ​ແລນ​ຖ​ື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ຫວຽດ​ນາມ
ທ່ານພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທ່ານ James Crabtree ຜູ້ອໍານວຍການບໍລິຫານ ສະຖາບັນຄົ້ນຄວ້າຍຸດທະສາດສາກົນ (IISS) ພາກພື້ນອາຊີ. ພາບ: ເຟືອງລິງ.
ທ່ານພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທ່ານ James Crabtree ຜູ້ອໍານວຍການບໍລິຫານ ສະຖາບັນຄົ້ນຄວ້າຍຸດທະສາດສາກົນ (IISS) ພາກພື້ນອາຊີ. ພາບ: ເຟືອງລິງ.

ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຢັ້ງຢືນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍເຄົາລົບບົດບາດຂອງ IISS ເວົ້າລວມ ກໍຄື ຖານະທີ່ຕັ້ງ, ບົດບາດຂອງການເຈລະຈາ Shangri-La ໂດຍ IISS ພາກພື້ນອາຊີ ຈັດຕັ້ງ ເວົ້າສະເພາະ. ໃນໄລຍະ 20 ປີຜ່ານມາ, ນັບແຕ່ ການເຈລະຈາ Shangri-La ຈັດຕັ້ງຄັ້ງທໍາອິດ ໃນປີ 2002, ກະຊວງປ້ອງກັນປະເທດຫວຽດນາມ ລ້ວນແຕ່ໄດ້ຈັດຄະນະໄປເຂົ້າຮ່ວມ, ຄັ້ງຫຼ້າສຸດແມ່ນຄະນະລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມການເຈລະຈາ Shangri-La ຄັ້ງທີ 19 ເມື່ອເດືອນມິຖຸນາ ຜ່ານມາ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາສູງຕໍ່ຖານະທີ່ຕັ້ງ ແລະບັນດາໂຄງການຄົ້ນຄວ້າຂອງ IISS, ພ້ອມທັງເນັ້ນໜັກວ່າ ກະຊວງປ້ອງກັນປະເທດຫວຽດນາມ ຫວັງວ່າຈະໄດ້ຕ້ອນຮັບການນໍາ, ນັກຊ່ຽວຊານຂອງ IISS ມາຢ້ຽມຢາມຫວຽດນາມ, ແລກປ່ຽນທັດສະນະ ແລະແບ່ງປັນບົດຮຽນກັບບັນດາອົງການຄົ້ນຄວ້າປ້ອງກັນຊາດຂອງຫວຽດນາມ.

ສ່ວນທ່ານ James Crabtree ກໍ່ເນັ້ນໜັກເຖິງບົດບາດ ແລະການເຂົ້າຮ່ວມຂອງຫວຽດນາມ ທີ່ບັນດາເວທີ, ການເຈລະຈາ ໂດຍ IISS ພາກພື້ນອາຊີ ຈັດຕັ້ງ, ໃນນັ້ນມີການເຈລະຈາ Shangri-La. ທ່ານ James Crabtree ຕີລາຄາສູງຕໍ່ບົດກ່າວປາໄສຂອງທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ທີ່ການເຈລະຈາ Shangri-La ຄັ້ງທີ 19 ຜ່ານມາ, ທ່ານ ຢັ້ງຢືນວ່າ ບົດກ່າວປາໄສໄດ້ເຮັດໃຫ້ບັນຫາຕ່າງໆ, ທັດສະນະໃນປື້ມປົກຂາວປ້ອງກັນຊາດ ປີ 2019 ຂອງຫວຽດນາມ ຈະແຈ້ງກວ່າ.

ທີ່ການຕ້ອນຮັບ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ສືບຕໍ່ຊຸກຍູ້ ການພົວພັນສອງຝ່າຍ ໃນໄລຍະຈະມາເຖິງ. ທ່ານພົນໂທ ຮວ່າງຊວນຈ໊ຽນ ຢັ້ງຢືນວ່າ ຈະສືບຕໍ່ຊຸກຍູ້ການຮ່ວມມືກັບ IISS ແລະຕັ້ງໜ້າສົ່ງຄະນະເຂົ້າຮ່ວມການເຄື່ອນໄຫວ ໂດຍ IISS ພາກພື້ນອາຊີ ຈັດຕັ້ງ ໃນໄລຍະຈະມາເຖິງບົນພື້ນຖານການເຊື້ອເຊີນຂອງ IISS.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.