ສະມາຊິກ 156 ຄົນ ຂອງກອງທະຫານຊ່າງແສງ ເລກ 1 ໄດ້ອອກເດີນທາງໄປປະຕິບັດໜ້າທີ່ຢູ່ Abyei

16:30 | 18/06/2022

ຍສໝ - ຫວ່າງແລ້ວນີ້, ກົມ​ຮັກສາ​ສັນຕິພາບ​ຫວຽດນາມ (​ກະຊວງ​ປ້ອງ​ກັນ​ປະ​ເທດ) ​ໄດ້​ຈັດ​ພິທີ​ສົ່ງ ​ຄະນະ 156 ຄົນ​ໃນ​ຈຳນວນ 184 ຄົນ​ຂອງກອງທະຫານແສງ ເລກ 1 ​ຫວຽດນາມ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ ອອກເດີນທາງໄປຍັງ ​ຄະນະຜູ້ແທນຄວາມ​ປ້ອງກັນຄວາມສະຫງົບ ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ຢູ່​ Abyei (UNISFA).

ທະຫານຊ່າງແສງຫວຽດນາມ ເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ ທະຫານຊ່າງແສງຫວຽດນາມ ເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ
Army Games 2021: ທິມທະຫານຊ່າງແສງຫວຽດນາມ ລອດເຂົ້າຮອບຊີງຊະນະເລີດຂອງການແຂ່ງຂັນ “ແຜນ​ການປອດໄພ” Army Games 2021: ທິມທະຫານຊ່າງແສງຫວຽດນາມ ລອດເຂົ້າຮອບຊີງຊະນະເລີດຂອງການແຂ່ງຂັນ “ແຜນ​ການປອດໄພ”

ກ່າວ​ຄຳ​ເຫັນ​ທີ່​ການ​ມອບ​ໝາຍ​ໜ້າ​ທີ່ ​ແລະ ລະດົມໃຈ​ບັນດາ​ຄະນະ​ກອງທະຫານແສງ ເລກ 1, ຜູ້ຕາງໜ້າ​ກົມ​ຮັກສາ​ສັນຕິພາບ​ຫວຽດນາມ ​ໄດ້ສະເໜີ​ໃຫ້​ພະນັກງານ, ລັດຖະກອນ​ຂອງ​ຄະນະ​ປະຕິບັດ​ງານ ​ປະຕິບັດ​ວິ​ໄນ, ລະບຽບ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ໃນ​ການບິນ, ລະບຽບ​ການ​ໃນ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ພະຍາດ​ໂຄ​ວິດ-19 ຢ່າງ​ເຂັ້ມ​ງວດ, ຮັບປະກັນຄວາມ​ປອດ​ໄພ​ໃນ​ລະ​ຫວ່າງ​ການເຄື່ອນທັບໃນ​ພື້ນ​ທີ່​.

ສະມາຊິກ 156 ຄົນ ຂອງກອງທະຫານຊ່າງແສງ ເລກ 1 ໄດ້ອອກເດີນທາງໄປປະຕິບັດໜ້າທີ່ຢູ່ Abyei
ສະມາຊິກ 156 ຄົນ ຂອງກອງທະຫານຊ່າງແສງ ເລກ 1 ໄດ້ອອກເດີນທາງໄປປະຕິບັດໜ້າທີ່ຢູ່ Abyei. (ພາບ: vietnamplus)

ບັນດາສະມາຊິກ​ຄະນະກອງທະຫານຊ່າງ​ແສງ ເລກ 1 ຍາມ​ໃດ​ກໍ່​ຕ້ອງ​ເຊີດ​ຊູ​ນ້ຳ​ໃຈ​ສາມັກຄີ, ຮັກ​ແພງ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ເສີມຂະຫຍາຍທາດແທ້ ​ແລະ ຄຸນ​ນະພາ​ບຂອງ​ກອງທັບ​ລຸງ​ໂຮ່, ​ແຂ່ງຂັນຍາດເອົາ​ບັນດາ​ຜົນງານ, ປະຕິບັດສຳ​ເລັດ​ທຸກ​ໜ້າ​ທີ່ ​ທີ່​ໄດ້​ຮັບ​ການມອບ​ໝາຍ​ໃນ​ພາລະກິດ.

ກອງທະຫານຊ່າງແສງ ເລກ 1 ໄດ້ເປີດຕົວຢ່າງເປັນທາງການໃນວັນທີ 17 ພະຈິກ 2021. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ ຫວຽດນາມ ມີ​ຄະນະກອງທະຫານຊ່າງແສງ ເລກ 1 ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ ສປຊ, ທັງ​ແມ່ນຂັ້ນກົມກອງ​ໃຫຍ່​ທີ່​ສຸດ​ຂອງ ຫວຽດນາມ ​ທີ່ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ (184 ຄົນ).

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.