Army Games 2021: ທີມກອງທັບເຮືອຫວຽດນາມ ຄວ້າໄດ້ຫຼຽນເງິນໃນການແຂ່ງຂັນຊິງ "ຂັນທະເລ”

10:00 | 01/09/2021

ຍສໝ - ຕອນເຊົ້າວັນທີ 29 ສິງຫາ, ຢູ່ທ່າກຳປັ່ນທະຫານຂອງກອງທັບເຮືອປາຊີຟິກ (ກອງທັບເຮືອສະຫະພັນລັດເຊຍ) ໄດ້ຈັດຕັ້ງພິທີປິດການແຂ່ງຂັນຊິງ "ຂັນທະເລ” ແລະ ການແຂ່ງຂັນ “ຍົກພົນຂຶ້ນບົກທາງທະເລ” ພາຍໃນຂອບຂອງ Army Games 2021 ເຊິ່ງໄດ້ຈັດຂຶ້ນພາຍໃຕ້ການເປັນປະທານໂດຍ ພົນຕີ Evkurov Unus-Bek Bamatgireevich, ຮອງລັດຖະມົນຕີກະຊວງປ້ອງກັນປະເທດສະຫະພັນລັດເຊຍ. ທີມຫວຽດນາມ ຄວ້າໄດ້ຫຼຽນເງິນ.

Army Games 2021: ທິມທະຫານຊ່າງແສງຫວຽດນາມ ລອດເຂົ້າຮອບຊີງຊະນະເລີດຂອງການແຂ່ງຂັນ “ແຜນ​ການປອດໄພ” Army Games 2021: ທິມທະຫານຊ່າງແສງຫວຽດນາມ ລອດເຂົ້າຮອບຊີງຊະນະເລີດຂອງການແຂ່ງຂັນ “ແຜນ​ການປອດໄພ”
Army Games 2021: ທີມທະຫານເຮືອປະຊາຊົນຫວຽດນາມ ໄດ້ອັນດັບທີໜຶ່ງໃນລາຍການຍິງປຶນໃຫຍ່ AK 176 Army Games 2021: ທີມທະຫານເຮືອປະຊາຊົນຫວຽດນາມ ໄດ້ອັນດັບທີໜຶ່ງໃນລາຍການຍິງປຶນໃຫຍ່ AK 176

ພິທີມອບລາງວັນ, ຫຼຽນ ແລະ ໃບຍ້ອງຍໍໃຫ້ແກ່ບັນດາຄະນະ ແລະ ສ່ວນບຸກຄົນແມ່ນໄດ້ຈັດຂຶ້ນຕາມພິທີຢ່າງສົມກຽດ, ເຊີດຊູຜົນສໍາເລັດ ແລະ ນໍ້າໃຈແຂ່ງຂັນຂອງບັນດາທີມ.

ຜົນສຳເລັດຄວ້າໄດ້ຫຼຽນເງິນຂອງທັງທີມຫວຽດນາມທີ່ບັນລຸໄດ້ ແມ່ນເປັນໜ້າສົ່ງເສີມ, ໃນນັ້ນມີຫຼາຍເນື້ອໃນຂອງການແຂ່ງຂັນທີ່ກອງທັບເຮືອປະຊາຊົນຫວຽດນາມ ຍາດໄດ້ລາງວັນທີໜຶ່ງ ຫຼື ໄດ້ລາງວັນທີໜຶ່ງຮ່ວມກັບປະເທດເຈົ້າພາບລັດເຊຍ.

Army Games 2021: ທີມກອງທັບເຮືອຫວຽດນາມ ຄວ້າໄດ້ຫຼຽນເງິນໃນການແຂ່ງຂັນຊິງ
Army Games 2021: ທີມກອງທັບເຮືອຫວຽດນາມ ຄວ້າໄດ້ຫຼຽນເງິນໃນການແຂ່ງຂັນຊິງ "ຂັນທະເລ”.

ຮ້ອຍໂທ ຫງວຽນຕຽນຢຸຍ, ຫົວໜ້າຂະແໜງການການເດີນທະເລ ກຳປັ່ນ 016 - ກວາງຈູງ ໄດ້ຮັບລາງວັນຫົວໜ້າຂະແໜງການການເດີນທະເລດີເດັ່ນທີ່ສຸດ ໂດຍຄະນະຈັດຕັ້ງມອບໃຫ້. ຮ້ອຍໂທ ຫງວຽນຕຽນຢຸຍ ໄດ້ແບ່ງປັນວ່າ: “ນີ້ແມ່ນຄວາມເປັນກຽດທີ່ສຸດສໍາລັບຂ້າພະເຈົ້າ ເພາະວ່າຂ້າພະເຈົ້າຮູ້ວ່າ "ຂັນທະເລ” ພຽງແຕ່ມອບໃບຢັ້ງຢືນສ່ວນບຸກຄົນ ໃຫ້ກັບຫົວໜ້າຂະແໜງການການເດີນທະເລທີ່ດີທີ່ສຸດ ແລະ ຫົວໜ້າຂະແໜງສາດຕາວຸດທີ່ດີທີ່ສຸດ ໃນບັນດາທີມທີ່ເຂົ້າຮ່ວມ.

ໃນພິທີປິດ, ຕາງໜ້າໃຫ້ຄະນະຜູ້ແທນກອງທັບເຮືອປະຊາຊົນຫວຽດນາມ, ພັນເອກ ຈິງຊ່ວນຕູງ ໄດ້ສະແດງຄວາມຂອບໃຈກະຊວງປ້ອງກັນປະເທດ ແລະ ກອງທັບເຮືອສະຫະພັນລັດເຊຍ ທີ່ໄດ້ລິເລີ່ມເຫດການທີ່ມີຄວາມໝາຍ, ສ້າງໂອກາດໃຫ້ກອງທັບ ແລະ ກອງທັບເຮືອຂອງບັນດາປະເທດໄດ້ແລກປ່ຽນ ແລະ ຮຽນຮູ້ປະສົບການ ໃນດ້ານການຝຶກອົບຊ້ອມ ແລະ ຊຳນານການອຸປະກອນການທະຫານ. ພັນເອກ ຈິງຊ່ວນຕູງ ໄດ້ເນັ້ນໜັກວ່າ: “ກິດຈະກໍາໃນການແຂ່ງຂັນດັ່ງກ່າວ ໄດ້ເປັນຄວາມຊົງຈໍາອັນດີງາມ ແລະ ເລິກເຊິ່ງສໍາລັບພະນັກງານ, ນັກຮົບທະຫານເຮືອຫວຽດນາມທຸກຄົນ”.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.