ການນໍາພັກ, ລັດ, ກະຊວງປ້ອງກັນປະເທດ ຖະຫວາຍທູບທຽນອາໄລຫາທ່ານພົນເອກ ຫວໍງວຽນຢາບ

10:16 | 24/08/2021

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດທ່ານພົນເອກ ຫວໍງວຽນຢາບ ຄົບຮອບ 110 ປີ (25-8-1911 / 25-8-2021), ຕອນເຊົ້າວັນທີ 22 ສິງຫາ, ຄະນະຜູ້ແທນການນໍາພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ນຳໂດຍທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໄປຖະຫວາຍທູບທຽນ, ວາງພວງມາລາອາໄລຫາທ່ານພົນເອກ ຫວໍງວຽນຢາບ ທີ່ເຮືອນເລກທີ 30 ຮວ່າງຢ້ຽວ, ເມືອງ ບາດີ່ງ, ນະຄອນ ຮ່າໂນ້ຍ.

ສືບ​ຕໍ່​ຢັ້ງ​ຢືນ ​ປະ​ຊາ​ຄົມຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແມ່ນພາກ​​ສ່ວນ​ໜຶ່ງ​ທີ່​​ບໍ່ອາດຕັດ​ແຍກ​ອອກ​ຈາກ​ຊາດ ຫວຽດ​ນາມ ໄດ້ ສືບ​ຕໍ່​ຢັ້ງ​ຢືນ ​ປະ​ຊາ​ຄົມຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແມ່ນພາກ​​ສ່ວນ​ໜຶ່ງ​ທີ່​​ບໍ່ອາດຕັດ​ແຍກ​ອອກ​ຈາກ​ຊາດ ຫວຽດ​ນາມ ໄດ້
ການອະໄພຍະໂທດ ສະແດງໃຫ້ເຫັນນະໂຍບາຍມະນຸດສະທຳຂອງພັກ ແລະ ລັດຫວຽດນາມ ການອະໄພຍະໂທດ ສະແດງໃຫ້ເຫັນນະໂຍບາຍມະນຸດສະທຳຂອງພັກ ແລະ ລັດຫວຽດນາມ
undefined
ທ່ານ ຫງວຽນຊວນຟຸກ ປະທານປະເທດ ແລະຜູ້ແທນຖະຫວາຍທູບທຽນ, ວາງພວງມາລາອາໄລຫາທ່ານພົນເອກ ຫວໍງວຽນຢາບ. ພາບ: qdnd.vn

ທີ່ພິທີ, ຄະນະຜູ້ແທນໄດ້ສະແດງຄວາມເຄົາລົບນັບຖືອາໄລຫາ ແລະຮູ້ບູນຄູນຢ່າງເລິກເຊິ່ງຕໍ່ນັກຮົບປະຕິວັດຜູ້ອົງອາດກ້າຫານ, ຈົ່ງຮັກພັກດີ, ລູກສິດທີ່ດີເລີດ ແລະໃກ້ຊິດຂອງປະທານໂຮ່ຈີມິນ; ຜູ້ປີຊາສາມາດດ້ານການທະຫານ, ນັກວັດທະນະທໍາທີ່ໃຫຍ່ ແລະການນໍາທີ່ເປັນແບບຢ່າງກ່ຽວກັບຄຸນສົມບັດການປະຕິວັດ, ຜູ້ມີອິດທິພົນຊື່ສຽງຂອງພັກ, ລັດ, ປະຊາຊົນ, ກອງທັບ ແລະເພື່ອນມິດສາກົນ; ແມ່ນນາຍພົນທີ່ເກັ່ງກ້າສາມາດໄດ້ເພີ່ມພູນຄູນສ້າງ, ກໍ່ສ້າງກອງທັບຫວຽດນາມ ໃຫ້ນັບມື້ນັບເຕີບໃຫຍ່, ເຂັ້ມແຂງ...

ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ຂຽນໃສ່ປື້ມບັນທຶກຄວາມຄິດວ່າ: ທ່ານພົນເອກ ຫວໍງວຽນຢາບ ໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນພາລະກິດປົດປ່ອຍຊາດ, ປົກປັກຮັກສາປະເທດ ແລະກໍ່ສ້າງສັງຄົມນິຍົມຂອງປະເທດເຮົາ. ທ່ານພົນເອກ ແມ່ນລູກຜູ້ທີ່ດີເດັ່ນຂອງປະເທດຫວຽດນາມ ວິລະຊົນ. ພັກ, ລັດ ແລະປະຊາຊົນຍາມໃດກໍ່ຮັບຮູ້ຄຸນງາມຄວາມດີຂອງທ່ານພົນເອກ.

undefined
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຂຽນໃສ່ປຶ້ມບັນທຶກຄວາມຄິດ, ສະແດງຄວາມເຄົາລົບນັບຖື, ຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງທ່ານພົນເອກ ຫວໍງວຽນຢາບ. ພາບ: qdnd.vn.

ຕອນເຊົ້າວັນທີ 23 ສິງຫາ, ຄະນະພັກການທະຫານສູນກາງ-ກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປຖະຫວາຍທູບທຽນ, ວາງພວງມາລາອາໄລຫາທ່ານພົນເອກ ຫວໍງວຽນຢາບ ທີ່ເຮືອນເລກທີ 30 ຮວ່າງຢ້ຽວ, ເມືອງບາດິ່ງ, ນະຄອນຮ່າໂນ້ຍ.

ຂຽນໃສ່ປື້ມບັນທຶກຄວາມຄິດຂອງຄອບຄົວທ່ານພົນເອກ ຫວໍງວຽນຢາບ, ທ່ານພົນເອກ ຟານວັນຢາງ ສະແດງຄວາມສະເທືອນໃຈວ່າ: ຕະຫຼອດຊີວິດກວ່າ 80 ປີແຫ່ງການເຄື່ອນໄຫວການປະຕິວັດ, ທ່ານພົນເອກ ໄດ້ມີຄຸນງາມຄວາມດີອັນໃຫຍ່ຫຼວງ ແລະດີເດັ່ນພິເສດຕໍ່ພາລະກິດການປະຕິວັດຂອງພັກເຮົາ, ຊາດເຮົາ. ຊື່ ແລະນາມສະກູນຂອງທ່ານພົນເອກໄດ້ຕິດພັນກັບການກໍາເນີດ, ການຕໍ່ສູ້, ການເຕີບໃຫຍ່ຂອງກອງທັບປະຊາຊົນຫວຽດນາມ ວິລະຊົນ, ດ້ວຍໄຊຊະນະອັນຍິ່ງໃຫຍ່ຂອງການຕໍ່ສູ້ຕ້ານລ່າເມືອງຂຶ້ນຝະລັ່ງ ແລະຈັກກະພັດອາເມລິກາ ແລະໃນພາລະກິດສ້າງສາ, ປົກປັກຮັກສາປະເທດຊາດ. ຄວາມເກັ່ງກ້າສາມາດ, ບຸກຄະລິກກະພາບຄຸນສົມບັດປະຕິວັດຂອງທ່ານພົນເອກແມ່ນແບບຢ່າງທີ່ດີເດັ່ນເພື່ອໃຫ້ທົ່ວກອງທັບຮໍ່າຮຽນເອົາ, ແນໃສ່ສ້າງກອງທັບປະຊາຊົນປະຕິວັດ, ໃຫ້ເປັນກອງທັບຫຼວງ, ຍອດຢ້ຽມ, ທັນສະໄໝ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມໃຫ້ໝັ້ນຄົງເຂັ້ມແຂງ”.

la.qdnd.vn

ເຫດການ
302 Found

Found

The document has moved here.