ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໜູນຊ່ວຍເຂົ້າສານຈຳນວນ 100 ໂຕນໃຫ້ແກ່ປະຊາຊົນແຂວງໄຕນິງ

11:30 | 28/09/2021

ວັນທີ 26 ກັນຍາ, ຢູ່ກອງບັນຊາການທະຫານແຂວງໄຕນິງ, ທ່ານພົນຈັດຕະວາ ເລຮົ່ງຢູງ, ຮອງຫົວໜ້າກົມໃຫຍ່ພະລາທິການ ໄດ້ມອບເຂົ້າສານຈຳນວນ 100 ໂຕນ (ມູນຄ່າ 1,2 ຕື້ດົ່ງ) ຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໃຫ້ແກ່ແຂວງໄຕນິງ ເພື່ອໜູນຊ່ວຍປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ-19.

ກະຊວງປ້ອງກັນປະເທດ ແລະ 10 ທ້ອງຖິ່ນ ໜູນຊ່ວຍຮ່າໂນ້ຍ ໃນການຕ້ານພະຍາດໂຄວິດ -19 ກະຊວງປ້ອງກັນປະເທດ ແລະ 10 ທ້ອງຖິ່ນ ໜູນຊ່ວຍຮ່າໂນ້ຍ ໃນການຕ້ານພະຍາດໂຄວິດ -19
ການນໍາພັກ, ລັດ, ກະຊວງປ້ອງກັນປະເທດ ຖະຫວາຍທູບທຽນອາໄລຫາທ່ານພົນເອກ ຫວໍງວຽນຢາບ ການນໍາພັກ, ລັດ, ກະຊວງປ້ອງກັນປະເທດ ຖະຫວາຍທູບທຽນອາໄລຫາທ່ານພົນເອກ ຫວໍງວຽນຢາບ
ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໜູນຊ່ວຍເຂົ້າສານຈຳນວນ 100 ໂຕນໃຫ້ແກ່ປະຊາຊົນແຂວງໄຕນິງ
ການນຳແຂວງໄຕນິງ ຮັບເຂົ້າສານຈຳນວນ 100 ໂຕນ ຈາກທ່ານພົນຈັດຕະວາ ເລຮົ່ງຢູງ ມອບໃຫ້. ພາບ: baotayninh.vn.

ທີ່ພິທີມອບ-ຮັບເຂົ້າສານ, ທ່ານພົນຈັດຕະວາ ເລຮົ່ງຢູງ ໄດ້ແບ່ງປັນຄວາມຫຍຸ້ງຍາກ ເຊິ່ງອຳນາດການປົກຄອງ ແລະປະຊາຊົນແຂວງໄຕນິງ ພວມປະເຊີນໜ້າກັບໂລກລະບາດ ແລະເນັ້ນໜັກວ່າ ກອງທັບຍາມໃດກໍ່ຮ່ວມເດີນທາງ, ຄຽງບ່າຄຽງໄຫຼ່ພ້ອມກັບອຳນາດການປົກຄອງ, ປະຊາຊົນບັນດາທ້ອງຖິ່ນໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ເພື່ອໃຫ້ສັງຄົມກັບຄືນສູ່ສະພາບປົກກະຕິໃໝ່.

ຕາງໜ້າການນຳແຂວງ, ທ່ານ ຫວໍດຶກຈອງ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງໄຕນິງ ໄດ້ສະແດງຄວາມຂອບອົກຂອບໃຈຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ທີ່ໄດ້ສະຫງວນນ້ຳໃຈ, ແບ່ງປັນຄວາມຫຍຸ້ງຍາກຂອງປະຊາຊົນແຂວງໄຕນິງ ໃນໄລຍະຜ່ານມາ. ຂອງຂວັນ ແລະເຂົ້າສານໂດຍຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ທີ່ມອບໃນຄັ້ງນີ້ຈະຊ່ວຍໃຫ້ປະຊາຊົນກັບມາມີຊີວິດການເປັນຢູ່ປົກກະຕິ, ເອົາຊະນະພະຍາດໂຄວິດ-19.

ກ່ອນໜ້ານັ້ນ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ກໍ່ໄດ້ໜູນຊ່ວຍແຂວງໄຕນິງຂອງຂວັນຈໍານວນ 20.000 ພູດດ້ວຍມູນຄ່າ 6 ຕື້ດົ່ງ.

la.qdnd.vn

ເຫດການ
302 Found

Found

The document has moved here.