
ເສີມຂະຫຍາຍສິລະປະພື້ນເມືອງໃນຊີວິດຍຸກທັນສະໄໝ
ຍສໝ - ໜຶ່ງໃນບັນດາວິທີການແກ້ໄຂທີ່ສຳຄັນ ເຊິ່ງນັກຊ່ຽວຊານຫຼາຍຄົນໄດ້ເນັ້ນໜັກ ໃນການເສີມຂະຫຍາຍປະເພດສິລະປະພື້ນເມືອງ ໃນຊີວິດຍຸກທັນສະໄໝ ແມ່ນເພີ່ມທະວີບັນດາວິທີການສຶກສາອົບຮົມມູນເຊື້ອ.
ຍສໝ - ໜຶ່ງໃນບັນດາວິທີການແກ້ໄຂທີ່ສຳຄັນ ເຊິ່ງນັກຊ່ຽວຊານຫຼາຍຄົນໄດ້ເນັ້ນໜັກ ໃນການເສີມຂະຫຍາຍປະເພດສິລະປະພື້ນເມືອງ ໃນຊີວິດຍຸກທັນສະໄໝ ແມ່ນເພີ່ມທະວີບັນດາວິທີການສຶກສາອົບຮົມມູນເຊື້ອ.
ຍສໝ - ໃນວັນທີ 21 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງໄປທົ່ວປະເທດ ກ່ຽວກັບການສົ່ງເສີມການຊຸກຍູ້ການຈັດແບ່ງ, ປ່ອຍເງິນລົງທຶນພາກລັດ ໃນປີ 2023 ແລະ ປະຕິບັດໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ.
ວັນທີ 19 ກຸມພາ, ພາຍຫຼັງເຂົ້າຮ່ວມວຽກງານກູ້ໄພກູ້ຊີບບັນດາຜູ້ປະສົບເຄາະຮ້າຍໃນເຫດແຜ່ນດິນໄຫວຢູ່ ຕວກກີ ເປັນເວລາ 10 ວັນ, ຄະນະປະຕິບັດງານຂອງກະຊວງຕຳຫຼວດ ຫວຽດນາມ ໄດ້ກັບມາຮອດ ຮ່າໂນ້ຍ, ສິ້ນສຸດການເຄື່ອນໄຫວປະຕິບັດພັນທະສາກົນຢູ່ປະເທດເພື່ອນມິດ.
ແບ່ງປັນກັບແຂກເຂົ້າຊົມ, ນ້ອງໆນັກສຶກສາ ໄດ້ເຂົ້າຮ່ວມງານວາງສະແດງຊຸດເສື້ອຍາວສະແດງຄວາມເອກອ້າງທະນົງໃຈ ແລະ ປິຕິຊົມຊື່ມ ເມື່ອໄດ້ແນະນຳຊຸດເສື້ອຍາວ ຫວຽດນາມ ກັບສື່ມວນຊົນອົດສະຕາລີ ແລະ ເພື່ອນມິດສາກົນ.
ຄະນະປະຕິບັດງານລວມມີພະນັກງານ, ນັກຮົບກອງທັບ ແລະ ຕຳຫຼວດ ຫວຽດນາມ 100 ຄົນພວມເຂົ້າຮ່ວມການເຄື່ອນໄຫວກູ້ໄພກູ້ຊີບ ພ້ອມກັບກຳລັງສາກົນ ຢູ່ເຂດຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວ ມີ ແຮງສັ່ນສະເທືອນ 7,8 ຣິກເຕີ ຢູ່ຕວັກກີ. ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ໄດ້ຈັດສົ່ງກຳລັງເຂົ້າຮ່ວມການຊອກຮູ້, ກູ້ໄພກູ້ຊີບໃນເຫດໄພພິບັດທຳມະຊາດສາກົນ. ໃນໂອກາດນີ້, ລັດຖະບານ ຫວຽດນາມ ກໍ່ຕັດສິນໃຈໜູນຊ່ວຍເງິນຢ່າງຮີບດ່ວນ ໃຫ້ແກ່ ຕວັກກີ ແລະ ຊີຣີ ປະເທດລະ 100.000 USD. ການກະທຳອັນສູງສົ່ງຂອງ ຫວຽດນາມໄດ້ ສະແດງໃຫ້ເຫັນນະໂຍບາຍການຕ່າງປະເທດທີ່ດີ, ມີຄວາມຮັບຜິດຊອບສູງຕໍ່ປະຊາຄົມສາກົນ ພ້ອມທັງຢັ້ງຢືນກຳລັງຄວາມສາມາດຂອງ ຫວຽດນາມ ໃນຄວາມພ້ອມຮ່ວມແຮງຮ່ວມໃຈເຂົ້າຮ່ວມແກ້ໄຂບັນດາບັນຫາສາກົນ.
Bloomberg ຊີ້ແຈ້ງວ່າ ລັດຖະບານ ຫວຽດນາມ ບັນລຸເປົ້າໝາຍຮອດປີ 2030 ນຳ ນະຄອນໂຮ່ຈີມິນກາຍເປັນ ສະຖານທີ່ດຶງດດເງິນລົງທຶນດ້ານເຕັກໂນໂລຢີ ແລະ ມຸ່ງໄປເຖິງພື້ນຖານເສດຖະກິດດີຈີຕອນເຊິ່ງ ອາດຈະປະກອບສ່ວນ 40% ຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງນະຄອນໂຮ່ຈີມິນ.
ແຜນການໄດ້ວາງອອກບາງໜ້າທີ່, ຄື: ນັບແຕ່ນີ້ຮອດເດືອນ ພຶດສະພາ 2023, ຕ້ອງໃຫ້ສຳເລັດວຽກງານຈົດທະບຽນ, ອອກໃບອະນຸຍາດໃຫ້ຂຸດຄົ້ນສິນໃນນ້ຳ, ຕິດຕັ້ງເຄື່ອງຕິດຕາມກວດກາການເດີນທະເລຂອງກ່ຳປັ່ນຫາປາ (VMS).
ເຖິງວ່າດຳລົງຊີວິດໃນສັງກາດດີຈີຕອນ ແລະ ເຊື່ອມໂຍງເຂົ້າກັບສາກົນດ້ວຍການດຳລົງຊີວິດທຳມາຫາກິນ ຍາມໃດກໍຕ້ອງໄວວາກໍ່ຕາມ ແຕ່ການອະນຸລັກຮັກສາວັດທະນະທຳ ລ້ວນແຕ່ໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ ຫວຽດນາມ ແລະ ປະຊາຊົນ ສືບທອດ, ເສີມຂະຫຍາຍເລື້ອຍໆມາ. ພິເສດແມ່ນບັນດາເພື່ອນໜຸ່ມ - ກະດູກສັນຫຼັງຂອງຊາດ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ - ຂົວຕໍ່, ທູດວັດທະນະທຳຂອງຊາດ, ເຂົາເຈົ້າຍາມໃດກໍມີຄວາມຫວັງ ແລະ ການກະທຳລະອຽດ ເພື່ອບໍ່ພຽງແຕ່ອະນຸລັກຮັກສາ, ເສີມຂະຫຍາຍວັດທະນະທຳເທົ່ານັ້ນ ຫາກຍັງແຜ່ກະຈາຍວັດທະນະທຳຫວຽດ ອອກສູ່ທົ່ວ 5 ທະວີບ ແລະ ເຊື່ອມໂຍງເຂົ້າກັບສາກົນ.
ຍສໝ - ທ່ານຮອງລັດຖະມົນຕີ ໂດະຮຸ່ງຫວຽດ, ຫົວໜ້າຄະນະວຽກງານ ຢືນຢັນວ່າ ຫວຽດນາມ ໄດ້ຮັບເລືອກຕັ້ງເຂົ້າເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023-2025 ແມ່ນຜົນສຳເລັດອັນໃຫຍ່ຫຼວງຂອງວຽກງານການຕ່າງປະເທດຫຼາຍຝ່າຍ, ປະກອບສ່ວນຊຸກຍູ້ການພົວພັນຕ່າງປະເທດ, ນະໂຍບາຍຊຸກຍູ້ ແລະ ຍົກສູງລະດັບການພົວພັນທາງການທູດຫຼາຍຝ່າຍ ຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແລະ ທິດທາງທີ 25 ຂອງຄະນະເລຂາທິການ.
ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ອອກຄຳຮຽກຮ້ອງຈາກ ສຳນັກງານ ສປຊ ຢູ່ ນິວຢອກ, ອາເມລິກາ, ໃນວັນທີ 14 ກຸມພາ, ໃນນັ້ນ ໄດ້ເນັ້ນໜັກວ່າ ບ້ວງເງິນດັ່ງກ່າວ ຈະຊ່ວຍກອບກູ້ເອົາຊີວິດຂອງປະຊາຊົນ ຊີຣີ ເກືອບ 5 ລ້ານຄົນ ໃນເວລາ 3 ເດືອນຂ້າງໜ້ານີ້.
ຍສໝ - ທ່ານນາຍົກລັດຖະມົນຕີສະເໜີຍູ້ແຮງການພັດທະນາເສດຖະກິດເຂດ, ຊຸກຍູ້ການຫັນປ່ຽນໂຄງປະກອບເສດຖະກິດ, ພັດທະນາເສດຖະກິດທະເລ, ພັດທະນາລະບົບຕົວເມືອງ ແລະ ສ້າງໂຄງປະກອບພື້ນຖານໂຄງລ່າງເສດຖະກິດ - ສັງຄົມ, ພັດທະນາເຂດກາຍເປັນສູນວິທະຍາສາດເຕັກໂນໂລຢີ ຕິດພັນກັບການປ່ຽນແປງໃໝ່ປະດິດຄິດສ້າງ, ດີຈີຕອນແຖວໜ້າຂອງທົ່ວປະເທດ.
ຍສໝ -ຕອນເຊົ້າວັນທີ 7 ກຸມພາ 2023, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງພິທີມອບຂໍ້ຕົກລົງຂອງທ່ານປະທານປະເທດໃຫ້ແກ່ບັນດານາຍທະຫານໄປປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ຄະນະປະຕິບັດງານ ສ.ຊູດັງໃຕ້, ສ.ອາບຟຼິກກາກາງ ແລະ ເຂດ Abyei.
ຍສໝ - ເພື່ອແນໃສ່ຮັກສາມໍລະດົກວັດທະນະທຳ ຕີກອງຄ້ອງ ຕໍ່ໜ້າຜົນກະທົບຂອງການດຳລົງຊີວິດໃນສັງຄົມປັດຈຸບັນ, ປີ 2023, ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງ ກອນຕຸມ ໄດ້ຈັດຫ້ອງສອນຕີຄ້ອງ, ກອງໃຫ້ແກ່ ຊາວຊົນເຜົ່າເຊີດັງ 52 ຄົນໃນບໍລິເວນເມືອງ ດັກເງີເລີຍ ແລະ ຕູເມີຣົງ.
ຍສໝ - ຕາມໜັງສືພິມ Telegraph (ອັງກິດ) ແລ້ວ, ປັດຈຸບັນ ແມ່ນຈຸດເວລາເໝາະສົມທີ່ສຸດເພື່ອຄົ້ນຫາອາຊີ. ໃນນັ້ນ, ຫວຽດນາມ ແມ່ນໜຶ່ງໃນບັນດາຈຸດນັດພົບຄວນມາໃນທັນທີ.
ຍສໝ - ພື້ນຖານເສດຖະກິດ ຫວຽດນາມ ພວມຟື້ນຟູ ແລະ ມີການເຕີບໂຕທີ່ດີ. ຄວາມຈິງນີ້ ແມ່ນນັກຊ່ຽວຊານສາກົນໄດ້ໃຫ້ຂໍ້ສັງເກດ ແລະ ຕີລາຄາສູງ.
ປີ 2022, ແລະ 1 ເດືອນຕົ້ນປີ 2023, ວຽກງານປະຕິຮູບການບໍລິຫານໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນງານລວມຂອງທົ່ວປະເທດ. ເລື່ອງຜັນຂະຫຍາຍການປະຕິບັດແຜນການປະຕິຮູບການບໍລິຫານປີນີ້ປະກອບສ່ວນຍູ້ແຮງການຜະລິດ, ດຳເນີນທຸລະກິດ, ຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ, ສັງຄົມ.
ນັກຮຽນ 4 ຄົນນີ້ໄດ້ເຂົ້າຮ່ວມການເສັງດ້ວຍຫົວຂໍ້ “Nanomelanin ມີຕົ້ນກຳເນີດຈາກມຶກ, ປົກປ້ອງຈຸລັງເຄົ້າຢູ່ຜິວໜັງຕ້ານແສງ X”.
ໃນບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ນັ້ນ, ໄດ້ມີການປະກອບສ່ວນອັນປະເສີດ ແລະ ມີຄວາມຮັບຜິດຊອບ ຂອງບັນດາອະດີດພະນັກງານການນຳພັກ, ລັດຖະບານ.
ຍສໝ -ຕາມປະທານຄະນະກຳມະການປະຊາຊົນເມືອງ ຕູເມີຣົງ ຫວໍຈຸງແມັ້ງແລ້ວ, ດ້ວຍການເຊື້ອເຊີນທ່ານພົນຕີ, ນັກວິລະຊົນກຳລັງປະກອບອາວຸດ ຟ້າມຕວັນ ເຂົ້າຮ່ວມພິທີໄຂ, ຄະນະຈັດຕັ້ງມີຄວາຫມວັງຈະນຳມາເຊິ່ງຄວາມກະຕຸກຊຸກຍູ້, ເປັນກຳລັງໃຈໃຫ້ແກ່ພະນັກງານ, ອຳນາດການປົກຄອງ ແລະ ປະຊາຊົນເມືອງ ຕູເມີຣົງໃນປີ 2023.
ຍສໝ - ຕາມທ່ານ ສາດສະດາຈານ ຫງວຽນມ້າຍ - ປະທານສະມາຄົມວິສາຫະກິດລົງທຶນຈາກຕ່າງປະເທດ ແລ້ວ, ສັນຍານທີ່ເປັນໜ້າປະເອີບໃຈໃນການດຶງດູດເງິນລົງທຶນຈາກຕ່າງປະເທດຂອງ ຫວຽດນາມ ສືບຕໍ່ໄດ້ແກ່ຍາວແຕ່ປີ 2022 ໄປຍັງປີ 2023.
ຍສໝ - ໂດຍເຊື່ອມຕົວເຂົ້າກັບບັນຍາກາດ ຊົມເຊີຍພັກ, ຊົມເຊີຍລະດູບານໃໝ່, ຕອນຄ່ຳວັນທີ 4 ກຸມພາ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Sydney (ອົດສະຕາລີ) ໄດ້ຈັດຕັ້ງລາຍການພົບປະປະຊາຄົມ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2023”.
ຍສໝ - ຫວ່າງມໍ່ໆມານີ້, ໜັງສືພິມ NZ Herald News ຂອງ ນິວຊີແລນ ໄດ້ປະກາດ Top 7 ຫາດຊາຍທະເລແຖວໜ້າໂລກ, ໃນນັ້ນ ມີດ່ານັ້ງຂອງ ຫວຽດນາມ. ນີ້ໄດ້ຮັບຖືວ່າແມ່ນສະຖານທີ່ທ່ອງທ່ຽວທີ່ດີເພື່ອອາບແດດໃນໄລຍະຜັກຜ່ອນລະດູຮ້ອນ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ນະຄອນຫຼວງ Ankara, ປະເທດ ຕວກກີ, ຄະນະກຳມະການ ອາຊຽນ ຢູ່ Ankara (AAC) ໄດ້ຈັດພິທີມອບຮັບບົດບາດເປັນປະທານໜູນວຽນ AAC ຈາກທ່ານເອກອັກຄະລັດຖະທູດໄທ ໃຫ້ແກ່ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຕວກກີ ໂດເຊີນຫາຍ.
ຍສໝ - ເມື່ອເຂົ້າຮ່ວມງານບຸນ ລິມ ລະດູບານໃໝ່ປີແມວ 2023, ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ຮັບຟັງລາຍການສະແດງຂັບ ກວານເຫາະ, ພ້ອມກັບບັນດາການເຄື່ອນໄຫວວັດທະນະທຳ, ອາຫານການກິນ, ການລະຫຼິ້ນ ບັນເທີງ...
ດ້ວຍຖານະສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ, ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງນີ້ເພື່ອແນໃສ່ປະກອບສ່ວນເພີ່ມທະວີນ້ຳໃຈສາມັກຄີເປັນເອກະພາບ, ເຫັນດີເຫັນພ້ອມໃນ ອາຊຽນ, ຜ່ານນັ້ນຍົກສູງທີ່ຕັ້ງ, ຖານະບົດບາດຂອງ ຫວຽດນາມ ໃນ ອາຊຽນ ແລະ ເວທີປາໄສສາກົນ.
ພິທີດັ່ງກ່າວໄດ້ວາດພາບຄືນການເຄື່ອນໄຫວອາຊີບຊ່າງໄມ້, ຕ່ຳສາດ, ການສ້ອມແປງ ຕໍ່ເຮືອ, ພ້ອມກັບບັນດາການລະຫຼິ້ນພື້ນເມືອງ…
ຍສໝ - ໃນປີ 2023, ທ່ານນາງ Suiwah Leung ຖືວ່າ ຫວຽດນາມ ອາດຈະປະເຊີນໜ້າກັບບັນດາສິ່ງທ້າທາຍບໍ່ແມ່ນຫນ້ອຍ ເມື່ອ 3 ຄູ່ຮ່ວມມືທາງການຄ້າຫຼັກແມ່ນ ອາເມລິກາ, ສະຫະພາບ ເອີລົບ ແລະ ຈີນ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.
ຍສໝ - ຄາດຄະເນວ່າ ຫວຽດນາມ ຈະສືບຕໍ່ຮັກສາການເຕີບໂຕຢູ່ລະດັບສູງໃນປີນີ້ ເຊິ່ງຢູ່ລະດັບ 6% ຫາ 7,3% - ລະດັບການເຕີບໂຕຂຶ້ນກັບກຸ່ມລະດັບສູງທີ່ສຸດຢູ່ພາກພື້ນ ອາຊີ - ປາຊີຟິກ
ຍສໝ - ຂໍ້ມູນຈາກກົມການເດີນທະເລ ຫວຽດນາມ (ກະຊວງຄົມມະນາຄົມ ແລະ ຂົນສົ່ງ) ໃຫ້ຮູ້ວ່າ ຕາມການສະຖິຕິຂອງສະມາຄົມວິສາຫະກິດ ອາເມລິກາ ສະແດງໃຫ້ເຫັນວ່າ ຈຳນວນຜະລິດຕະພັນສົ່ງອອກນຳເຂົ້າຜ່ານທາງທະເລຂອງ ຫວຽດນາມ ໄປຍັງ ອາເມລິກາ ຢຶນຢູ່ອັນດັບທີ 2 ໃນອາຊີ (ຖັດຈາກຈີນ)
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຊີ້ນຳສືບຕໍ່ໃຫ້ບຸລິມະສິດຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟິ້, ຊຸກຍູ້ການເຕີບໂຕ, ຮັບປະກັນບັນດາດຸ່ນດ່ຽງໃຫຍ່.