ສືບ​ຕໍ່​ໃຫ້​ບຸ​ລິ​ມະ​ສິດ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້

16:41 | 03/02/2023

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຊີ້ນຳສືບຕໍ່ໃຫ້ບຸລິມະສິດຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟິ້, ຊຸກຍູ້ການເຕີບໂຕ, ຮັບປະກັນບັນດາດຸ່ນດ່ຽງໃຫຍ່.

ສະມາຊິກ​ສະພາ​ແຫ່ງ​ຊາດ​ລາວ:ອາດຮ່ຳ​ຮຽນເອົາ​ປະສົບ​ການ​ຂອງ​ຫວຽດນາມ​ໃນ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້ ສະມາຊິກ​ສະພາ​ແຫ່ງ​ຊາດ​ລາວ:ອາດຮ່ຳ​ຮຽນເອົາ​ປະສົບ​ການ​ຂອງ​ຫວຽດນາມ​ໃນ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້
ອົງ​ການ​ຈັດ​ຕັ້ງ KSSA (ສ.ເກົາຫຼີ) ໜູນ​ຊ່ວຍ​ການ​ການ​ເຫຼືອ​ສັງ​ຄົມ​ເງິນ​ເປັນ​ຈຳ​ນວນ​ກ່​ວາ 50 ຕື້​ດົ່ງ​ຢູ່​ແຂວງ ວິງ​ລອງ ອົງ​ການ​ຈັດ​ຕັ້ງ KSSA (ສ.ເກົາຫຼີ) ໜູນ​ຊ່ວຍ​ການ​ການ​ເຫຼືອ​ສັງ​ຄົມ​ເງິນ​ເປັນ​ຈຳ​ນວນ​ກ່​ວາ 50 ຕື້​ດົ່ງ​ຢູ່​ແຂວງ ວິງ​ລອງ

ຕອນເຊົ້າວັນທີ 2 ກຸມພາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ລັດຖະບານໄດ້ດຳເນີນກອງປະຊຸມນັດສາມັນ ເດືອນ ມັງກອນ 2023.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຊີ້ນຳສືບຕໍ່ໃຫ້ບຸລິມະສິດຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟິ້, ຊຸກຍູ້ການເຕີບໂຕ, ຮັບປະກັນບັນດາດຸ່ນດ່ຽງໃຫຍ່. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຕ້ອງຮັບປະກັນການຊຳລະຄວາມສາມາດເງິນ, ຮັບປະກັນຄວາມປອດໄພໃຫ້ບັນດາອົງການຈັດຕັ້ງສິນເຊື່ອ, ຄວາມໝັ້ນຄົງດ້ານເງິນຕາ; ຊຸກຍູ້ການເຕີບໂຕດ້ານສິນເຊື່ອໃຫ້ເໝາະສົມ, ມຸ່ງໄປສູ່ການຜະລິດດຳເນີນທຸລະກິດ, ຂົງເຂດບຸລິມະສິດ ແລະ ກຳລັງໜູນການເຕີບໂຕ; ຍູ້ແຮງການຊຳລະໂດຍບໍ່ນຳໃຊ້ເງິນສົດ; ສືບຕໍ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ຕະຫຼາດອະສັງຫາລິມະຊັບ, ໃຫ້ບຸລິມະສິດເງິນທຶນໃຫ້ແກ່ບັນດາໂຄງການ, ວິສາຫະກິດທີ່ເຄື່ອນໄຫວດຳເນີນງານເປັນຢ່າງ, ໂປ່ງໃສ ແລະ ມີປະສິດທິຜົນ; ປຸກລະດົມ ແລະ ນຳໃຊ້ທຸກແຫຼ່ງກຳລັງໃຫ້ມີປະສິດທິຜົນ, ເພີ່ມທະວີການດຶງດູດການລົງທຶນສັງຄົມ, ວິທີການຮ່ວມມືລະຫວ່າງພາກລັດ - ພາກເອກະຊົນ.

ສືບ​ຕໍ່​ໃຫ້​ບຸ​ລິ​ມະ​ສິດ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນຊີ້ນຳກອງປະຊຸມ. (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຈົ່ງເປັນເຈົ້າການ, ຕັ້ງໜ້າຍູ້ແຮງ 3 ບຸກທະລຸຍຸດທະສາດ, ສຸມແຫຼ່ງກຳລັງໃຫ້ແກ່ 3 ຂົງເຂດທີ່ເປັນກຳລັງໜູນການເຕີບໂຕຄື ການຈຳໜ່າຍ, ການລົງທຶນ ແລະ ການສົ່ງອອກ. ທ່ານຊີ້ແຈ້ງວ່າ:

“ສືບຕໍ່ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຊູ້ການເຕີບໂຕ, ຮັບປະກັນຄວາມດຸ່ນດ່ຽງໃຫຍ່ ແມ່ນເປົ້າໝາຍເຊິ່ງພວກເຮົາຕ້ອງປະຕິບັດໃຫ້ໄດ້, ຢາກປະຕິບັດບັນດາເປົ້າໝາຍນີ້, ຂ້າພະເຈົ້າສະເໜີຕ້ອງມີຄວາມດຸ່ນດ່ຽງ, ກົມກ່ຽວ, ເໝາະສົມ, ມີປະສິດທິຜົນຕໍ່ກັບ 4 ບັນຫາໃຫຍ່, ລະຫວ່າງອັດຕາແລກປ່ຽນ ແລະ ອັດຕາດອກເບ້ຍ, ລະຫວ່າງການເຕີບໂຕ ກັບ ໄພເງິນເຟີ້, ລະຫວ່າງນະໂຍບາຍເງິນຕາກັບນະໂຍບາຍປີການເງິນ, ລະຫວ່າງສະພາບການພາຍໃນປະເທດ ກັບສະພາບການຢູ່ຕ່າງປະເທດ. ກ່ຽວກັບການຄວບຄຸມໄພເງິນເຟີ້ ຕ້ອງເອົາໃຈໃສ່ເຖິງບັນດາໝວດສິນຄ້າທີ່ເຮັດໃຫ້ໄພເງິນເຟີ້ເພິ່ມຂຶ້ນ ເປັນຕົ້ນແມ່ນ ສະບຽງອາຫານ, ທັນຍາຫານ, ການກໍ່ສ້າງ ແລະ ວັດສະດຸກໍ່ສ້າງ; ການບໍລິຫານລາຄາສິນຄ້າ ໂດຍລັດຄຸ້ມຄອງແຕ່ຕົ້ນປີຢ່າງລະມັດລະວັງ, ຮັບປະກັນແຫຼ່ງສະໜອງ ກັບຄວາມຕ້ອງການສິນຄ້າທີ່ຈຳເປັນ; ໜູນຊ່ວຍວິສາຫະກິດຫຼຸດຜ່ອນຄ່າໃຊ້ຈ່າຍສົ້ນເຂົ້າ, ຍົກເວັ້ນ, ຫຼຸດພາສີອາກອນ, ຄ່າທຳນຽມ, ຕັດການເຮັດລະບຽບການບໍລິຫານທີ່ບໍ່ຈຳເປັນອອກ”.

VOV

ເຫດການ
302 Found

Found

The document has moved here.