ນັກ​ຊ່ຽວ​ຊານ ອົດ​ສະ​ຕາ​ລີ: ເສດ​ຖະ​ກິດ​ຫວຽດ​ນາມ ພວມ​ຟື້ນ​ຟູ

11:28 | 06/02/2023

ຍ​ສ​ໝ - ໃນປີ 2023, ທ່ານນາງ Suiwah Leung ຖືວ່າ ຫວຽດນາມ ອາດຈະປະເຊີນໜ້າກັບບັນດາສິ່ງທ້າທາຍບໍ່ແມ່ນຫນ້ອຍ ເມື່ອ 3 ຄູ່ຮ່ວມມືທາງການຄ້າຫຼັກແມ່ນ ອາເມລິກາ, ສະຫະພາບ ເອີລົບ ແລະ ຈີນ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

ການ​ຟື້ນ​ຟູຂອງ ຫວຽດ​ນາມ ຫຼັງ​ໂຄວິດ - 19 ມີ​ຄວາມເປັນໜ້າ​ເຄົາ​ລົບ​ທີ່​ສຸດ ການ​ຟື້ນ​ຟູຂອງ ຫວຽດ​ນາມ ຫຼັງ​ໂຄວິດ - 19 ມີ​ຄວາມເປັນໜ້າ​ເຄົາ​ລົບ​ທີ່​ສຸດ
ນັກ​ຊ່ຽວ​ຊານ ຈີນ ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ປະ​ສິດ​ທິ​ຜົນ​ບໍ​ລິ​ຫານ​ເສດ​ຖະ​ກິດ​ຂອງ​ລັດ​ຖະ​ບານ ຫວຽດ​ນາມ ນັກ​ຊ່ຽວ​ຊານ ຈີນ ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ປະ​ສິດ​ທິ​ຜົນ​ບໍ​ລິ​ຫານ​ເສດ​ຖະ​ກິດ​ຂອງ​ລັດ​ຖະ​ບານ ຫວຽດ​ນາມ
ພາບ​ປະ​ກອບ: TTXVN
ພາບ​ປະ​ກອບ: TTXVN

ພື້ນຖານເສດຖະກິດ ຫວຽດນາມ ພວມຟື້ນຟູ ແລະ ມີການເຕີບໂຕທີ່ດີ. ຕົວຈິງນີ້ ແມ່ນນັກຊ່ຽວຊານສາກົນໄດ້ໃຫ້ຂໍ້ສັງເກດ ແລະ ຕີລາຄາສູງ. ຫວ່າງມໍ່ໆມານີ້, ສະຖາບັນນະໂຍບາຍຍຸດທະສາດ ອົດສະຕາລີ ໄດ້ລົງບົດຂຽນກ່ຽວກັບບັນຫານີ້ຂອງທ່ານນາງ Suiwah Leung ສາດສະດາຈານກິດຕິມະສັກດ້ານເສດຖະກິດ ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ.

ທ່ານນາງ Suiwah Leung ຢັ້ງຢືນວ່າ ໃນປີ 2022, ໂດຍບໍ່ຫົວຊາຕໍ່ຜົນກະທົບຂອງສະພາບການພູມີສາດການເມືອງໂລກ, ພື້ນຖານເສດຖະກິດ ຫວຽດນາມ ຍັງມີການຟື້ນຟູຢ່າງແຮງ, ຫັນປ່ຽນຈາກໄລຍະ Zero Covid-19 ໄປເປັນການດຳລົງຊີວິດຢູ່ຮ່ວມກັບ Covid-19 ດ້ວຍຄວາມໄວໃນການເຕີບໂຕເປັນໜ້າປະທັບໃຈ ເມື່ອບັນລຸໄດ້ 8,02%. ບົດຂຽນກໍ່ໄດ້ຕີລາຄາສູງຕໍ່ ເລື່ອງ ຫວຽດນາມ ປ່ອຍເງິນລົງທຶນໂດຍກົງຈາກຕ່າງປະເທດໄດ້ 10 ຕື້ USD ພຽງແຕ່ 6 ເດືອນຕົ້ນປີ 2022, ຢູ່ລະດັບສູງທີ່ສຸດໃນໄລຍະ 5 ປີມານີ້.

ໃນປີ 2023, ທ່ານນາງ Suiwah Leung ຖືວ່າ ຫວຽດນາມ ອາດຈະປະເຊີນໜ້າກັບບັນດາສິ່ງທ້າທາຍບໍ່ແມ່ນຫນ້ອຍ ເມື່ອ 3 ຄູ່ຮ່ວມມືທາງການຄ້າຫຼັກແມ່ນ ອາເມລິກາ, ສະຫະພາບ ເອີລົບ ແລະ ຈີນ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເພາະສະນັ້ນ, ຖ້າ ຫວຽດນາມ ຮັກສາສະພາບການເງິນໃຫ້ເປັນປົກກະຕິ ແລະ ປອດໄສນັ້ນ ຫວຽດນາມ ຈະມີຄວາມສະດວກໃນການປະຕິບັດເປົ້າໝາຍເຕີບໂຕທີ່ໄດ້ວາງອອກ.

ເຫດການ
302 Found

Found

The document has moved here.