ໄຂ​ງານ​ບຸນ ໂກນ​ເຊີນ ກຽບ​ບາກ 2023

12:00 | 07/02/2023

ຍ​ສ​ໝ -ຕາມ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ຕູ​ເມີ​ຣົງ ຫວໍ​ຈຸງ​ແມັ້ງ​ແລ້ວ, ດ້ວຍ​ການ​ເຊື້ອ​ເຊີນ​ທ່ານ​ພົນ​ຕີ, ນັກ​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ ຟ້າມ​ຕວັນ ເຂົ້າ​ຮ່ວມ​ພິ​ທີ​ໄຂ, ຄະ​ນະ​ຈັດ​ຕັ້ງ​ມີ​ຄວາ​ຫມ​ວັງ​ຈະ​ນຳ​ມາ​ເຊິ່ງ​ຄວາມ​ກະ​ຕຸກ​ຊຸກ​ຍູ້, ເປັນ​ກຳ​ລັງ​ໃຈ​ໃຫ້​ແກ່​ພະ​ນັກ​ງານ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ເມືອງ ຕູ​ເມີ​ຣົງ​ໃນ​ປີ 2023.

ວັນ​ບຸນ​ຊ່ວງ​ເຮືອ ​ມູນ​ເຊື້ອ  ສັດສີ່ໂຕທີ່ສັກສິດຂອງ​ຊາວ​ລີ​ເຊີນ ວັນ​ບຸນ​ຊ່ວງ​ເຮືອ ​ມູນ​ເຊື້ອ ສັດສີ່ໂຕທີ່ສັກສິດຂອງ​ຊາວ​ລີ​ເຊີນ
ງານ​ບຸນ​ລະ​ດູບານ​ໃໝ່ ກົນ​ເຊີນ - ກຽບ​ບາກ ປີ 2023 ຈະ​ດຳ​ເນີນ​ແຕ່​ວັນ​ທີ 4 – 13 ກຸມ​ພາ ປີ 2023 ງານ​ບຸນ​ລະ​ດູບານ​ໃໝ່ ກົນ​ເຊີນ - ກຽບ​ບາກ ປີ 2023 ຈະ​ດຳ​ເນີນ​ແຕ່​ວັນ​ທີ 4 – 13 ກຸມ​ພາ ປີ 2023
ໄຂ​ງານ​ບຸນ ໂກນ​ເຊີນ ກຽບ​ບາກ 2023
ງານບຸນບາລູນ (ພາບ: TTXVN)

ງານບຸນບາລູນໂສມ ງອັກລິງ K5 ດ້ວຍຫົວຂໍ້ “ບິນກັບເມືອປ່າດົງ” ໄຂຂຶ້ນໃນຕອນເຊົ້າວັນທີ 06 ກຸມພາ, ຢູ່ຕາແສງ ດັກຮ່າ, ເມືອງ ຕູເມີຣົງ, ແຂວງ ກອນຕຸມ. ມີປະຊາຊົນນັບພັນຄົນຢູ່ທຸກແຖບຖິ່ນໃນທົ່ວປະເທດໄດ້ເຂົ້າຮ່ວມງານບຸນ ແລະ ພິເສດແມ່ນມີການເຂົ້າຮ່ວມຂອງທ່ານພົນຕີ, ນັກວິລະຊົນກຳລັງປະກອບອາວຸດ ຟ້າມຕວນ. ງານບຸນບາລູນ ດັ່ງກ່າວຈັດຂຶ້ນແຕ່ວັນທີ 06 – 09 ກຸມພາ, ໃນນັ້ນຢູ່ເມືອງ ຕູເມີຣົງ ຈັດຂຶ້ນເປັນ 2 ວັນ ແລະ ຢູ່ນະຄອນ ກອນຕຸມ 2 ວັນ. ຕາມຄະນະຈັດຕັ້ງແລ້ວ, ດ້ວຍໝາກບາລູນ 30 ໜ່ວຍ, ງານບຸນໄດ້ກຳນົດສະຖິຕິຂອງ ຫວຽດນາມ ກ່ຽວກັບຈຳນວນບາລູນບິນຢູ່ເຫດການໜຶ່ງ.ພ້ອມກັບງານບຸນນີ້, ເມືອງ ຕູເມີຣົງ ຍັງຈັດຫຼາຍເຫດການຄື: ຕະຫຼາດໂສມ ງອັກລິງ; ກອງປະຊຸມສຳມະນາຄວາມສາມາດບົ່ມຊ້ອນ ແລະ ມາດຕະການແກ້ໄຂພັດທະນາການທ່ອງທ່ຽວເມືອງ ຕູເມີຣົງ.

ຕາມ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ຕູ​ເມີ​ຣົງ ຫວໍ​ຈຸງ​ແມັ້ງ​ແລ້ວ, ດ້ວຍ​ການ​ເຊື້ອ​ເຊີນ​ທ່ານ​ພົນ​ຕີ, ນັກ​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ ຟ້າມ​ຕວັນ ເຂົ້າ​ຮ່ວມ​ພິ​ທີ​ໄຂ, ຄະ​ນະ​ຈັດ​ຕັ້ງ​ມີ​ຄວາ​ຫມ​ວັງ​ຈະ​ນຳ​ມາ​ເຊິ່ງ​ຄວາມ​ກະ​ຕຸກ​ຊຸກ​ຍູ້, ເປັນ​ກຳ​ລັງ​ໃຈ​ໃຫ້​ແກ່​ພະ​ນັກ​ງານ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ເມືອງ ຕູ​ເມີ​ຣົງ​ໃນ​ປີ 2023.

ເຫດການ
302 Found

Found

The document has moved here.