ເສດຖະກິດຫວຽດນາມ ໄດ້ຮັບການຕີລາຄາຢ່າງຕັ້ງໜ້າ ຈາກບັນດານັກຊ່ຽວຊານສາກົນ

17:28 | 09/02/2023

ຍສໝ - ພື້ນຖານເສດຖະກິດ ຫວຽດນາມ ພວມຟື້ນຟູ ແລະ ມີການເຕີບໂຕທີ່ດີ. ຄວາມຈິງນີ້ ແມ່ນນັກຊ່ຽວຊານສາກົນໄດ້ໃຫ້ຂໍ້ສັງເກດ ແລະ ຕີລາຄາສູງ.

ເສດຖະກິດຫວຽດນາມ ກໍາລັງຟື້ນຟູ ເສດຖະກິດຫວຽດນາມ ກໍາລັງຟື້ນຟູ
ເສດຖະກິດຫວຽດນາມ ສາມາດບັນລຸລະດັບເຕີບໂຕປະມານ 5% ເສດຖະກິດຫວຽດນາມ ສາມາດບັນລຸລະດັບເຕີບໂຕປະມານ 5%

ໜ້າເວັບ Moderndiplomacy.eu ໄດ້ລົງບົດວິເຄາະຂອງ ທ່ານສາດສະດາຈານ Pankaj Jha ສັງກັດມະຫາວິທະຍາໄລ O.P Jindal Global (ອິນເດຍ), ໃນນັ້ນ, ໄດ້ຕີລາຄາຕັ້ງໜ້າຢ່າງ ກ່ຽວກັບລະດັບການເຕີບໂຕຂອງເສດຖະກິດ ຫວຽດນາມ.

ຕາມທ່ານສາດສະດາຈານ Jha ແລ້ວ, ການເຕີບໂຕຂອງເສດຖະກິດ ຫວຽດນາມ ກຳລັງເພີ່ມຄວາມໄວ ແລະ ຂະແໜງກະສິກຳໄດ້ ແລະ ກຳລັງຮັບປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານ ໃຫ້ແກ່ປະຊາຊົນ ຫວຽດນາມ. ຂົງເຂດນີ້ກໍ່ນຳເອົາເງິນຕາຕ່າງປະເທດມາໃຫ້ປະເທດຊາດ ມີມູນຄ່າ 48 ຕື້ກວ່າ ໂດລາສະຫະລັດ ໃນປີ 2021. ຫວຽດນາມ ກຳລັງກໍ່ສ້າງບັນດາພື້ນຖານຫຼັກແຫຼ່ງແກ່ນສານ ເພື່ອໃຫ້ກາຍເປັນສະມາຊິກ ຂອງບັນດາອົງການເສດຖະກິດພາກພື້ນ, ສ້າງເງື່ອນໄຂໃຫ້ແກ່ການເຕີບໂຕໃນຫຼາຍຂົງເຂດ.

ກໍ່ຕາມ ທ່ານສາດສະດາຈານ Pankaj Jha ແລ້ວ, ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າຫວຽດນາມ ແມ່ນຫຼາຍພໍສົມຄວນ ແລະ ບັນລຸເກືອບ 27,72 ຕື້ ໂດລາສະຫະລັດ ໃນປີ 2022. ສະພາບແວດລ້ອມເສດຖະກິດທີ່ສະດວກ ໄດ້ປົວແປງໃຫ້ດີຂຶ້ນ ເຊິ່ງໄດ້ຮັບການຕີລາຄາສູງຈາກບັນດາກຸ່ມບໍລິສັດ ເຊັ່ນ: Adidas, Nike ແລະ Samsung. ຫວຽດນາມ ກໍາລັງສ້າງການປ່ຽນແປງຢ່າງເລິກເຊິ່ງກ້ວາງຂວາງ ໃນພື້ນຖານເສດຖະກິດ ອີງໃສ່ເຕັກນິກດີຈີຕອນ ແລະ ເອົາໃຈໃສ່ພັດທະນາວິທະຍາສາດ ແລະ ເຕັກໂນໂລຊີກວ່າເກົ່າ.

ເສດຖະກິດຫວຽດນາມ ໄດ້ຮັບການຕີລາຄາຢ່າງຕັ້ງໜ້າ ຈາກບັນດານັກຊ່ຽວຊານສາກົນ

ເສດຖະກິດຫວຽດນາມ ໄດ້ຮັບການຕີລາຄາຢ່າງຕັ້ງໜ້າ ຈາກບັນດານັກຊ່ຽວຊານສາກົນ. (ພາບ: TTXVN)

ທ່ານສາດສະດາຈານ Pankaj Jha ກໍ່ໄດ້ເນັ້ນໜັກເຖິງບັນດາປັດໄຈສ້າງພື້ນຖານການເຕີບໂຕທີ່ປະທັບໃຈ ຂອງເສດຖະກິດ ຫວຽດນາມ ແມ່ນການຫັນການຄ້າເສລີ. ປົວແປງເງື່ອນໄຂສະດວກໃນການດຳເນີນທຸລະກິດ, ລົງທຶນກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ພິເສດແມ່ນມີພື້ນຖານການເມືອງໝັ້ນຄົງ.

ຫວ່າງມໍ່ໆມານີ້, ສະຖາບັນນະໂຍບາຍຍຸດທະສາດອົດສະຕາລີ ໄດ້ລົງບົດຂຽນກ່ຽວກັບບັນຫານີ້ຂອງທ່ານນາງ Suiwah Leung ສາດສະດາຈານກິດຕິມະສັກດ້ານເສດຖະກິດ ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ.

ທ່ານນາງ Suiwah Leung ຢັ້ງຢືນວ່າ ໃນປີ 2022, ໂດຍບໍ່ຫົວຊາຕໍ່ຜົນກະທົບຂອງສະພາບການພູມີສາດການເມືອງໂລກ, ພື້ນຖານເສດຖະກິດຫວຽດນາມ ມີການຟື້ນຟູຢ່າງແຮງ, ຫັນປ່ຽນຈາກໄລຍະ Zero Covid-19 ໄປເປັນການດຳລົງຊີວິດຢູ່ຮ່ວມກັບະຍາດໂຄວິດ-19 ດ້ວຍຄວາມໄວໃນການເຕີບໂຕເປັນໜ້າປະທັບໃຈ ເມື່ອບັນລຸໄດ້ 8,02%. ບົດຂຽນກໍ່ໄດ້ຕີລາຄາສູງຕໍ່ເລື່ອງຫວຽດນາມ ປ່ອຍເງິນລົງທຶນໂດຍກົງຈາກຕ່າງປະເທດໄດ້ 10 ຕື້ໂດລາສະຫະລັດ ພຽງແຕ່ 6 ເດືອນຕົ້ນປີ 2022, ຢູ່ລະດັບສູງທີ່ສຸດໃນໄລຍະ 5 ປີມານີ້.

ໃນປີ 2023, ທ່ານນາງ Suiwah Leung ຖືວ່າ ຫວຽດນາມ ອາດຈະປະເຊີນໜ້າກັບບັນດາສິ່ງທ້າທາຍບໍ່ແມ່ນໜ້ອຍ ເມື່ອ 3 ຄູ່ຮ່ວມມືທາງການຄ້າຫຼັກແມ່ນ ອາເມລິກາ, ສະຫະພາບ ເອີລົບ ແລະ ຈີນ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເພາະສະນັ້ນ, ຖ້າ ຫວຽດນາມ ຮັກສາສະພາບການເງິນໃຫ້ເປັນປົກກະຕິ ແລະປອດໄສນັ້ນ ຫວຽດນາມ ຈະມີຄວາມສະດວກໃນການປະຕິບັດເປົ້າໝາຍເຕີບໂຕທີ່ໄດ້ວາງອອກ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.