ການປະຕິຮູບການບໍລິຫານ: ໄມ້ງັດເພື່ອພັດທະນາເສດຖະກິດ, ສັງຄົມ

16:32 | 07/02/2023

ປີ 2022, ແລະ 1 ເດືອນຕົ້ນປີ 2023, ວຽກງານປະຕິຮູບການບໍລິຫານໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນງານລວມຂອງທົ່ວປະເທດ. ເລື່ອງຜັນຂະຫຍາຍການປະຕິບັດແຜນການປະຕິຮູບການບໍລິຫານປີນີ້ປະກອບສ່ວນຍູ້ແຮງການຜະລິດ, ດຳເນີນທຸລະກິດ, ຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ, ສັງຄົມ.

ຫວຽດນາມ - ລາວ ແບ່ງປັນບົດຮຽນກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ຫຼັງໂລກລະບາດໂຄວິດ-19 ຫວຽດນາມ - ລາວ ແບ່ງປັນບົດຮຽນກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ຫຼັງໂລກລະບາດໂຄວິດ-19
ເຊີດ​ຊູ​ວິ​ສາ​ຫະກິດ 39 ​ແຫ່ງ​ທີ່​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມຮັບຜິດຊອບ​ຕໍ່​ສັງຄົມ ເຊີດ​ຊູ​ວິ​ສາ​ຫະກິດ 39 ​ແຫ່ງ​ທີ່​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມຮັບຜິດຊອບ​ຕໍ່​ສັງຄົມ
(ພາບປະກອບ: VGP)
(ພາບປະກອບ: VGP)

ໃນບົດລາຍງານສະຫຼຸບວຽກງານປະຕິຮູບການບໍລິຫານປີ 2022, ທີ່ກອງປະຊຸມຄັ້ງທີ 3 ຄະນະຊີ້ນຳການບໍລິຫານຂອງລັດຖະບານ ເຊິ່ງຈັດຂຶ້ນໃນວັນທີ 03 ກຸມພາ, ຢູ່ ຮ່າໂນ້ຍ ໄດ້ຊີ້ໃຫ້ເຫັນວ່າ, ປີ 2022, ວຽກງານປະຕິຮູບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໄດ້ຮັບການຍູ້ແຮງ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດເປັນຢ່າງດີກວ່າ. ຫວຽດນາມ ໄດ້ຫຼຸດຜ່ອນ, ຫັນລະບຽບການການດຳເນີນທຸລະກິດກວ່າ 1.000 ຂໍ້ເປັນງ່າຍດາຍ. ທົ່ວປະເທດໄດ້ສ້າງພາກສ່ວນປະຕູດຽວກວ່າ 11.700 ແຫ່ງເພື່ອຮັບ, ແກ້ໄຂລະບຽບການບໍລິຫານ, 100% ກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ສ້າງ ແລະ ນຳປະຕູຖານການບໍລິການສາທາລະນະ ແລະ ລະບົບຂໍ້ມູນເອເລັກໂຕນິກປະຕູດຽວຂັ້ນກະຊວງ ແລະ ຂັ້ນແຂວງເຂົ້າໃຊ້ການ.

ໝາກຜົນຂອງການປະຕິຮູບການບໍລິຫານໄດ້ສ້າງປະຖົມປັດໄຈ, ຊຸກຍູ້ການພັດທະນາຢ່າງຄົບຊຸດໃນຫຼາຍຂົງເຂດໃນການພັດທະນາເສດຖະກິດ, ສັງຄົມ, ຄວາມສາມາດແກ່ງແຍ້ງແຫ່ງຊາດໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ທ່າອ່ຽງຫັນເປັນໂລກາພິວັດທົ່ວໂລກໄດ້ສົ່ງຜົນກະທົບຢ່າງແຮງ. ພິເສດ, ໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີໄດ້ມີການປ່ຽນແປງໃໝ່ຢ່າງແຮງ, ມີການຈັດຕັ້ງ, ກົນໄກຄຸ້ມຄອງ, ກົນໄກການເຄື່ອນໄຫວວິທະຍາສາດ, ເຕັກໂນໂລຊີຢ່າງຄົບຊຸດ… ຜ່ານນັ້ນ, ກໍ່ຍົກສູງດັດຊະນີການປ່ຽນແປງໃໝ່ປະດິດຄິດສ້າງຂອງ ຫວຽດນາມ ເມື່ອທຽບໃສ່ບັນດາປະເທດໃນໂລກ. ໃນບົດລາຍງານກ່ຽວກັບດັດຊະນີການປ່ຽນແປງໃໝ່ປະດິດຄິດສ້າງ (GII) ປີ 2022 ໂດຍອົງການຊັບສິນທາງປັນຍາໂລກປະກາດເດືອນ ກັນຍາ 2022 ຢູ່ ເຊີແນວ, ປະເທດສະວິດ, ດັດຊະນີເສົາຄ້ຳລະ ລຽບການໄດ້ຮັບການດັດປັບທີ່ເປັນໜ້າສົນໃຈ, ເລື່ອນຂຶ້ນ 32 ຂັ້ນ, ຈາກອັນດັບທີ 83 ໃນປີ 2021 ຂຶ້ນເປັນອັນດັບທີ 51 ໃນປີ 2022, ໃນຈຳນວນ 132 ພື້ນຖານເສດຖະກິດ.

ປີ 2023, ລັດຖະບານ ຫວຽດນາມ ກຳນົດວ່າເປັນປີຂໍ້ມູນດີຕີຕອນ, ສ້າງຕັ້ງ ແລະ ຂຸດຄົ້ນຂໍ້ມູນຂ່າວສານເພື່ອສ້າງຄຸນຄ່າໃໝ່. ຕາມນັ້ນແລ້ວ, ຫວຽດນາມ ຕ້ອງສ້າງສູນຂໍ້ມູນຂ່າວສານລະດັບຊາດ ເພື່ອຮັບໃຊ້ປະຊາຊົນ ແລະ ວິສາຫະກິດໃຫ້ເປັນຢ່າງດີກວ່າ, ສ້າງພື້ນຖານເສດຖະກິດການຕະຫຼາດຕາມຕາມກຳນົດທິດສັງຄົມນິຍົມ ເອກະລາດ, ເປັນເຈົ້າຕົນເອງ ຕິດພັນກັບຄວາມຕັ້ງໜ້າ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ບັນລຸປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ເນັ້ນໜັກວ່າ:

“ຍູ້ແຮງການປະຕິຮູບການບໍລິຫານຈະສ້າງຄວາມສະດວກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ; ຫຼຸດຜ່ອນກຳລັງເຫືອແຮງ, ເວລາຂອງພາລະກອນ, ລັດຖະກອນໃນວິວັດການປະຕິບັດໜ້າທີ່; ປະກອບສ່ວນເຂົ້າໃນການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້; ຫຼຸດຜ່ອນລາຍຈ່າຍສົ້ນເຂົ້າໃຫ້ແກ່ການຜະລິດດຳເນີນທຸລະກິດ; ສ້າງສະພາບແວດລ້ອມແຫ່ງລະບົບຊີວະພາບບໍລິຫານໃຫ້ປອດໃສ, ປອດໂປ່ງ. ພວກເຮົາຕ້ອງສືບຕໍ່ປະຕິບັດຄວາມໝາຍ 5 ປະການທີ່ສຳຄັນຍິ່ງຄືແນວນັ້ນ”.

ກະຊວງຕຳຫຼວດຕ້ອງສົມທົບກັບຫ້ອງວ່າການລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນປະມວນ, ແບ່ງປັນຂໍ້ມູນລະຫວ່າງຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ ກັບປະຕູຖານຂໍ້ມູນແຫ່ງຊາດ, ລະບົບຂໍ້ມູນຂ່າວສານແກ້ໄຂລະບຽບການບໍລິຫານຂັ້ນກະຊວງ, ຂັ້ນແຂວງ, ຕ້ອງປະຕິບັດສຳເລັດໃນໄຕມາດທີ 1 ປີ 2023. ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ກະຕຸກຊຸກຍູ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຜັນຂະຫຍາຍບາງໜ້າທີ່, ມາດຕະການແກ້ໄຂຈຸດສຸມຂອງການພັດທະນາລັດຖະບານເອເລັກໂຕນິກ…

ເປົ້າໝາຍຕົ້ນຕໍຂອງການປະຕິຮູບການບໍລິຫານແມ່ນສ້າງພື້ນຖານການບໍລິຫານມີປະຊາທິປະໄຕ, ທັນສະໄໝ, ມີກຳລັງແຮງຢ່າງພຽງພໍ, ນຳໃຊ້ສິດອຳນາດຢ່າງຖືກຕ້ອງເພື່ອບັນລຸປະສິດທິພາບ, ປະສິດທິຜົນວຽກງານຂອງລັດ, ສ້າງເປັນໄມ້ງັດທີ່ມີຜົນສັກສິດເພື່ອພັດທະນາເສດຖະກິດ, ສັງຄົມ. ເລື່ອງຜັນຂະຫຍາຍການປະຕິຮູບການບໍລິຫານກໍ່ຈະປະກອບສ່ວນສ້າງລັດແຫ່ງກົດໝາຍສັງຄົມນິຍົມຢູ່ ຫວຽດນາມ ຢ່າງສຳເລັດຜົນ.

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.