ຫວຽດນາມ ດຶງດູດທຶນ FDI ກວ່າ 1,2 ຕື້ USD ໃນເດືອນ ມັງກອນ 2023

11:00 | 07/02/2023

ຍ​ສ​ໝ - ຕາມ​ທ່ານ​ ສາດ​ສະ​ດາ​ຈານ ຫງວຽນ​ມ້າ​ຍ - ປະ​ທານ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ ແລ້ວ, ສັນ​ຍານ​ທີ່​ເປັນ​ໜ້າ​ປະ​ເອີບ​ໃຈ​ໃນ​ການ​ດຶງ​ດູດ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ ສືບ​ຕໍ່​ໄດ້​ແກ່​ຍາວ​ແຕ່​ປີ 2022 ໄປ​ຍັງ​ປີ 2023.

ຈໍານວນໂຄງການ FDI ຈົດທະບຽນໃໝ່ ເພີ່ມຂຶ້ນ 48,5% ໃນເດືອນ ມັງກອນ 2023 ຈໍານວນໂຄງການ FDI ຈົດທະບຽນໃໝ່ ເພີ່ມຂຶ້ນ 48,5% ໃນເດືອນ ມັງກອນ 2023
ປີ 2022, ຫວຽດນາມ ດຶງດູດທຶນ FDI ເກືອບ 27,72 ຕື້ USD ປີ 2022, ຫວຽດນາມ ດຶງດູດທຶນ FDI ເກືອບ 27,72 ຕື້ USD
ຫວຽດນາມ ດຶງດູດທຶນ FDI ກວ່າ 1,2 ຕື້ USD ໃນເດືອນ ມັງກອນ 2023
ພາບ​ປະ​ກອບ: ກົມ​ໃຫຍ່​ສະ​ຖິ​ຕິ

ຕາມຕົວເລກຈາກກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ໃນເດືອນ ມັງກອນ 2023, ຫວຽດນາມ ມີ 153 ໂຄງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ສະໜອງໃໝ່, ດ້ວຍຍອດທຶນຈົດທະບຽນແມ່ນ 1,2 ຕື້ USD, ເພີ່ມຂຶ້ນ 48,5% ກ່ຽວກັບຈຳນວນໂຄງການ ແລະ ຫຼາຍທົບ 3 ເທົ່າກ່ຽວກັບທຶນຈົດທະບຽນເມື່ອທຽບໃສ່ປີ 2022. ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 17 ຂະແໜງ ໃນຈຳນວນ 21 ຂະແໜງເສດຖະກິດ. ໃນນັ້ນ, ອຸດສາຫະກຳປຸງແຕ່ງ, ຜະລິດນຳໜ້າ ດ້ວຍເງິນລົງທຶນບັນລຸເກືອບ 719 ລ້ານ USD.

ໂດຍໄດ້ກວມເອົາກວ່າ 64% ທຶນ FDI ຈົດທະບຽນໃໝ່ຂອງທົ່ວປະເທດ, ແຂວງ ບັກຢາງ ໄດ້ດຶງດູດເງິນລົງທຶນເກືອບ 796 ລ້ານ USD, ຫຼາຍທົບ 12 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ນະຄອນ ໂຮ່ຈີມິນ ຢືນອັນດັບທີ 2 ດ້ວຍ 50 ໂຄງການໃໝ່; ຖັດຈາກນັ້ນແມ່ນ ດົ່ງນາຍ, ບັກນິງ, ບ່າເຣີຍ - ວູງເຕົ່າ ຕາມລຳດັບ.

ຕາມ​ທ່ານ​ ສາດ​ສະ​ດາ​ຈານ ຫງວຽນ​ມ້າ​ຍ - ປະ​ທານ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ ແລ້ວ, ສັນ​ຍານ​ທີ່​ເປັນ​ໜ້າ​ປະ​ເອີບ​ໃຈ​ໃນ​ການ​ດຶງ​ດູດ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ ສືບ​ຕໍ່​ໄດ້​ແກ່​ຍາວ​ແຕ່​ປີ 2022 ໄປ​ຍັງ​ປີ 2023. ນັ້ນ​ແມ່ນ​ກະ​ແສ​ທຶນ FDI ທົ່ວ​ໂລກ​ເຂົ້າ​ມາ ຫວຽດ​ນາມ ຢ່າງ​ແຮງ, ໃນ​ນັ້ນ​ມີ​ບັນ​ດາ​ສັນ​ຍານ​ທີ່​ດີ​ກ່ຽວ​ກັບ FDI ທີ່​ມີ​ຄຸນ​ນະ​ພາບ​ສູງ​ຂອງ​ບັນ​ດາ​ນັກ​ລົງ​ທຶນ​ແຖວ​ໜ້າ​ໂລກ ໃນ​ການ​ເລືອກ​ເອົາ ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ຜະ​ລິດ.

​ນັກ​ຊ່ຽວ​ຊານ​ຕ່າງ​ປະ​ເທດ ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ຈົ່ງ​ມາ​ຫວຽດ​ນາມ ເພື່ອ​ລົງ​ທຶນ ຂະ​ແໜງ​ດີ​ຈີ​ຕອນ ແລະ ຊອບ​ແວ, ທ່ານ ສາດ​ສະ​ດາ​ຈານ ຫງວຽນ​ມ້າຍ ໃຫ້​ຮູ້​ວ່າ ຫວຽດ​ນາມ​ໄດ້​ຮັບ​ການ​ຕີ​ລາ​ຄາ​ແມ່ນ​ມີ​ເງື່ອນ​ໄຂ​ຢ່າງ​ຄົບ​ຖ້ວນ​ເພື່ອ​ຫັນ​ເປັນ​ດີ​ຈີ​ຕອນ.

ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ ຫງວຽນ​ຊວັນ​ແທັງ - ມະ​ຫາ​ວິ​ທະ​ຍາ​ໄລ FulBright ຫວຽດ​ນາມໃຫ້​ຂໍ້​ສັງ​ເກດ​ວ່າ: ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ຕີ​ລາ​ຄາ​ແມ່ນ​ຈຸດ​ນັດ​ພົບ​ທີ່​ດຶງ​ດູດ​ແຫຼ່ງ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ.

ເຫດການ
302 Found

Found

The document has moved here.