ກອນ​ຕຸມ ຈັດ​ຕັ້ງ​ການ​ສອນ​ຕີ​ກອງ, ຄ້ອງ​ໃຫ້​ແກ່​ຊາວ​ຊົນ​ເຜົ່າ​ເຊີ​ດັງ 52 ຄົນ

13:00 | 13/02/2023

ຍ​ສ​ໝ - ເພື່ອ​ແນ​ໃສ່​ຮັກ​ສາມ​ໍ​ລະ​ດົກວັດ​ທະ​ນະ​ທຳ ຕີ​ກອງ​ຄ້ອງ ຕໍ່​ໜ້າ​ຜົນ​ກະ​ທົບ​ຂອງ​ການ​ດຳ​ລົງ​ຊີ​ວິດ​ໃນ​ສັງ​ຄົມ​ປັດ​ຈຸ​ບັນ, ປີ 2023, ພະ​ແນກວັດ​ທະ​ນະ​ທຳ​, ກິ​ລາ ແລະ ການ​ທ່ອ​ງ​ທ່ຽວ​ແຂວງ ກອນ​ຕຸມ ໄດ້​ຈັດ​ຫ້ອງ​ສອນ​ຕີ​ຄ້ອງ, ກອງ​ໃຫ້​ແກ່ ຊາວ​ຊົນ​ເຜົ່າ​ເຊີ​ດັງ 52 ຄົນ​ໃນ​ບໍ​ລິ​ເວນ​ເມືອງ ດັກ​ເງີ​ເລີຍ ແລະ ຕູ​ເມີ​ຣົງ.

ແມ່​ຍິງ​ທີ່​ສຸມ​ຈິດ​ສຸມ​ໃຈ​ຕໍ່​ວຽກ​ງານ​ຮັກ​ສາ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ ແມ່​ຍິງ​ທີ່​ສຸມ​ຈິດ​ສຸມ​ໃຈ​ຕໍ່​ວຽກ​ງານ​ຮັກ​ສາ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ
ແຂວງ​ ເຊີນ​ລາ ຖື​ວຽກ​ງານ​ໂຄ​ສະ​ນາ​ການ​ເລືອກ​ຕັ້ງ ​ດ້ວ​ຍ​ພາ​ສາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ແຂວງ​ ເຊີນ​ລາ ຖື​ວຽກ​ງານ​ໂຄ​ສະ​ນາ​ການ​ເລືອກ​ຕັ້ງ ​ດ້ວ​ຍ​ພາ​ສາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ
ທິມ​ຕີ​ກ້ອງ​ແຂວງກອນ​ຕຸມ (ພາບ: kontum.gov.vn)
ທິມ​ຕີ​ກອງຄ້ອງ​ແຂວງກອນ​ຕຸມ (ພາບ: kontum.gov.vn)

ກອນ​ຕຸມ ຈັດ​ຕັ້ງ​ການ​ສອນ​ຕີ​ກອງ, ຄ້ອງ​, ຟ້ອນຊວາງໃຫ້​ແກ່​ຊາວ​ຊົນ​ເຜົ່າ​ເຊີ​ດັງ 52 ຄົນ

ເພື່ອ​ແນ​ໃສ່​ຮັກ​ສາມ​ໍ​ລະ​ດົກວັດ​ທະ​ນະ​ທຳ ຕີ​ກ້ອງ​ຄ້ອງ ຕໍ່​ໜ້າ​ຜົນ​ກະ​ທົບ​ຂອງ​ການ​ດຳ​ລົງ​ຊີ​ວິດ​ໃນ​ສັງ​ຄົມ​ປັດ​ຈຸ​ບັນທີ່ທັນສະໄໝ, ປີ 2023, ພະ​ແນກວັດ​ທະ​ນະ​ທຳ​, ກິ​ລາ ແລະ ການ​ທ່ອ​ງ​ທ່ຽວ​ແຂວງ ກອນ​ຕຸມ ໄດ້​ຈັດຫ້ອງ​ສອນ​ຕີ​ຄ້ອງ, ກອງ​​, ຟ້ອນຊວາງໃຫ້​ແກ່ ຊາວ​ຊົນ​ເຜົ່າ​ເຊີ​ດັງ 52 ຄົນ​ໃນ​ບໍ​ລິ​ເວນ​ເມືອງ ດັກ​ເງີ​ເລີຍ ແລະ ຕູ​ເມີ​ຣົງ.

ລະ​ອຽດ​ແມ່ນ, ໃນ​ເດືອນ​ມີ​ນາ, ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ຈະ​ຈັດ​ຕັ້ງຫ້ອງ​ຮຽນດັ່ງກ່າວ ຢູ່​ບ້ານ ກຸງ​ຣາງ, ຕາ​ແສງ ງອກ​ລິງ, ເມືອງ ດັກ​ເງິ​ເລີຍ ແລະ ຫ້ອງ​ໜຶ່ງ​ໃນ​ບ້ານ ກອນ​ເຮຍ 1, ຕາ​ແສງ ດັກ​ເຣີ​ອົງ, ເມືອງ​ຕູ​ເມີ​ຣົງ ເພື່ອ​ຖ່າຍ​ທອດ​ໃຫ້​ແກ່​ບັນ​ດາ​ເປົ້າ​ໝາຍ​ເຊິ່ງແມ່ນ​ຊາວ​ໜຸ່ມ ແລະ ຜູ້​ອາ​ຍຸ​ໄວກາງ ຂອງ​ຊົນ​ເຜົ່າ​ເຊີ​ດັ່ງ ໃນ​ຊຸມຊົນໝູ່​ບ້ານ​ພໍ່​ແມ່​ປະ​ຊາ​ຊົນ​ເຜົາ​ເຊີ​ດັງ ໃນ​ບໍ​ລິ​ເວນ​ 2 ເມືອງ.

ບັນ​ດາ​ຫ້ອງ​ສອນ​ໂດຍ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ໄດ້ເຊື້ອ​ເຊີນ​ນັກ​ສິ​ລະ​ປະ​ການ​ທີ່​ມີ​ຊື່​ສຽງ, ມີຄວາມເຂົ້າ​ໃຈ ແລະ ກຳ​ແໜ້ນ​ບັນ​ດາບົດ​ຕີ​ຄ້ອງ​ຕີ​ກອງ, ຟ້ອນ​ຊວາງ ແລະ ບັນ​ດາ​ນັກ​ສິ​ລະ​ປະ​ກ​ານ​ຂອງ ປະ​ຊາ​ຄົມ​ເຜົ່າ​ເຊີ​ດັງ ແມ່ນ​ຜູ້ທີ່ດຳເນີນການ​ສອນ​ກ່ຽວ​ກັບ​ບົດ​ຕີ​ກອງ, ຄ້ອງ ແລະ ຟ້ອນ​ຊວາງຂອງ ຊົນ​ເຜົ່າ, ລວມ​ມີ​ບັນ​ດາ​ບົດ​ຕີ​ຄ້ອງ​ທີ່​ໄດ້​ດຳ​ເນີນ​ໃນ​ພິ​ທີ​ກຳ, ວັນ​ບຸນ, ການ​ດຳ​ລົງ​ຊີ​ວິດ​ປະ​ຊາ​ຄົມ…

ຜ່ານ​ບັນ​ດາ​ຫ້ອງ​ສອນ​ຕີ​ຄ້ອງ, ກອງ, ຟ້ອນ​ຊວາງສຳລັບ​ບັນ​ດາ​ເປົ້າ​ໝາຍ​ດັ່ງ​ກ່າວນັ້ນ ແມ່ນ​ເພື່ອ​ແນ​ໃສ່​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຕີ​ຄ້ອງ, ກອງຢ່າງ​ມີ​ປະ​ສິດ​ທິ​ຜົນ, ຟື້ນ​ຟູ​ບັນ​ຍາ​ກາດ​ວັດ​ທະ​ນະ​ທຳ​ຕີ​ຄ້ອງ​ໃນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ບໍ​ລິ​ເວນ​ແຂວງເປັນເທື່ອລະກ້າວ.

ຜ່ານ​ນັ້ນ, ກໍສ້າງ​ການ​ແຜ່​ກະຈາຍ​ຢ່າງ​ແຮງ​ໃນ​ປະ​ຊາ​ຄົມ​ບັນ​ດາ​ເຜົ່າ​ກ່ຽວ​ກັບ​ການ​ຮັກ​ສາ, ຖ່າຍ​ທອດ​ວັດ​ທະ​ນະ​ທຳ​ຕີ​ຄ້ອງ, ຟ້ອນ​ຊວາງ. ກໍ່​ຄື​ຍົກ​ສູງ​ຄວາ​ມ​ຮັບ​ຮູ້, ບົດ​ບາດ​ຂອງ​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ, ບັນ​ດາ​ເຈົ້າ​ຂອງວັດ​ທະ​ນະ​ທຳ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ມູນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ບັນ​ດາ​ເຜົ່າ, ໃນ​ນັ້ນ​ມີ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຕີ​ຄ້ອງ, ກອງ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.