ການ​ເຕີບ​ໂຕ​ຫວຽດ​ນາມ ຄາດ​ວ່າ​ຢູ່ກຸ່ມ​ລະ​ດັບ​ສູງ​ທີ່​ສຸດ​ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ

00:15 | 06/02/2023

ຍ​ສ​ໝ - ຄາດ​ຄະ​ເນ​ວ່າ ຫວຽດ​ນາມ ຈະ​ສືບ​ຕໍ່​ຮັກ​ສາ​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ​ໃນ​ປີ​ນີ້ ເຊິ່ງຢູ່​ລະ​ດັບ 6% ຫາ 7,3% - ລະ​ດັບ​ການ​ເຕີບ​ໂຕ​ຂຶ້ນ​ກັບ​ກຸ່ມລະດັບ​ສູງ​ທີ່​ສຸດ​ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ

ທະ​ນາ​ຄານ​ໂລກ: ເສດ​ຖະ​ກິດ ຫວຽດ​ນາມ ມີ​ການ​ເຕີບ​ໂຕ​ສູງ​ໃນ​ໄຕ​ມາດ​ທີ 3/2022 ທະ​ນາ​ຄານ​ໂລກ: ເສດ​ຖະ​ກິດ ຫວຽດ​ນາມ ມີ​ການ​ເຕີບ​ໂຕ​ສູງ​ໃນ​ໄຕ​ມາດ​ທີ 3/2022
ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​ຖື ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ຢູ່​ພາກ​ພື້ນ ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​ຖື ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ຢູ່​ພາກ​ພື້ນ
ພາບ​ປະ​ກອບ: vtv.vn
ພາບ​ປະ​ກອບ: vtv.vn

ການ​ເຕີບ​ໂຕ​ຫວຽດ​ນາມ ຄາດ​ວ່າ​ຢູ່​ກຸ່ມລະ​ດັບ​ສູງ​ທີ່​ສຸດ​ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ

ຄາດ​ຄະ​ເນ​ວ່າ ຫວຽດ​ນາມ ຈະ​ສືບ​ຕໍ່​ຮັກ​ສາ​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ​​ໃນ​ປີ​ນີ້ ຢູ່​ລະ​ດັບ 6% ຫາ 7,3% - ລະ​ດັບ​ການ​ເຕີບ​ໂຕ​ຂຶ້ນ​ກັບ​ກຸ່ມ​ລະດັບສູງ​ທີ່​ສຸດ​ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ.

ຫວຽດ​ນາມ ຈະ​ມີ​ການ​ເຕີບ​ໂຕ​ຢ່າງ​ແຮງ​ດ້ວຍ​ອັດ​ຕາການ​ເຕີບ​ໂຕ GDP ບັນ​ລຸ 7,2%ໃນ​ປີ 2023. ນີ້​ແມ່ນ​ການ​ຄາດ​ຄະ​ເນ​ຂອງ​ທະ​ນາ​ຄານ Standard Chartered ໃນ​ບົດ​ລາຍ​ງານ​ຄົ້ນ​ຄ້​ວາ​ທົ່ວ​ໂລກ​ທີ່​ຫາ​ກໍ່​ໄດ້​ປະ​ກາດ. ດຸນ​ການ​ຄ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ການ​ປັບ​ປຸງ, ການ​ປ່ອຍເງິນ​ລົງ​ທຶນ FDI ສືບ​ຕໍ່​ເພີ່ມ​ຂຶ້ນ​ແມ່ນ​ປັດ​ໄຈ​​ກະ​ທົບ​ທີ່​ຕັ້ງ​ໜ້າຕໍ່​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ໃນ​ປີ​ນີ້.

ທ່ານ​ນາງ Michele Wee ຜູ້​ອຳ​ນວຍ​ການ​ທະ​ນາ​ຄານ Standard Chartered ຫວຽດ​ນາມ ໃຫ້​ຂໍ້​ສັງ​ເກດ​ວ່າ: ເສດ​ຖະ​ກິດ ຫວຽດ​ນາມ ຈະ​ສືບ​ຕໍ່​ມີ​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ ໃນ​ປີ​ນີ້, ບັນ​ລຸ​ລະ​ດັບ 7,2%. ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​​ເຊື່ອ​ໝັ້ນຕໍ່​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ເຕີບ​ໂຕ​ຂອງ ຫວຽດ​ນາມ ໃນ​ໄລ​ຍະ​ຍາວ. ບາງ​ດັດ​ຊະ​ນີ​ເສດ​ຖະ​ກິດ​ມະ​ຫາ​ພາກມີການເຕີບໂຕ​ຊັກ​ຊ້າ​ລົງ ໃນ​ໄຕ​ມາດ​ທີ 4 ຂອງ​ປີ 2022, ແຕ່​ຍັງ​ຮັກ​ສາ​ລະ​ດັບ​ການ​ເຕີບ​ໂຕ​ທັງ​ປີ​ຢູ່​ລະ​ດັບ​ສູງ. ລາຍ​ຮັບ​ຂາຍຍ່ອຍ​ມີ​ການ​ເຕີບ​ໂຕ​ທີ່​ດີ​ໃນ 6 ເດືອນ​ທ້າຍ​ປີ 2022 ສະ​ແດງ​ໃຫ້​ເຫັນ​ການ​ປັບ​ປຸງ​ຄວາມ​ຕ້ອງ​ການ​ໃນ​ການ​ໃຊ້​ສອຍ​ພາຍ​ໃນ​ປະ​ເທດ.

ຕາມ HSBC ຫວຽດ​ນາມແລ້ວ, ການ​ເຕີບ​ໂຕ GDP ຫວຽດ​ນາມ​ໃນ​ປີ 2022 ຢູ່​ລະ​ດັບ​ກ່​ວາ 8% ແມ່ນ​ຢູ່​ລະ​ດັບ​ສູງ​ທີ່​ສຸດ. ຫວຽດ​ນາມ ອາດ​ຈະ​ຮັກ​ສາ​ລະ​ດັບ​ການ​ເຕີບ​ໂຕ​ນີ້​ປະ​ມານ 6% ໃນ​ປີ 2023 ດັ່ງ​ນັ້ນ​ກໍ່​ມີ​ຄວາມ​ປະ​ທັບ​ໃຈຫຼາຍ, ເປັນ​ຕົ້ນ​ແມ່ນໃນ​ສະ​ພາບ​ການ​ບັນ​ດາ​ຕະຫຼາດ​ສົ່ງ​ອອກ​​ຫຼັກ​ຂອງ ຫວຽດ​ນາມ ຄື ຄວາມ​ຕ້ອງ​ການ​ຂອງ​ຕະຫຼາດ ​ອາ​ເມ​ລິ​ກາ ແລະ ເອີ​ລົບຫຼຸດ​ລົງ… ໄດ້ກໍ່​ຜົນ​ກະ​ທົບ​ຕໍ່​ການ​ຜະ​ລິດ ແລະ ສົ່ງອອກຂອງ ຫວຽດ​ນາມ.

ທ່ານ Tim Evans ຜູ້​ອຳ​ນວຍ​ການ HSBC ຫ​ວຽດ​ນາມ ຕີ​ລາ​ຄາ​ວ່າ ມີ​ຈຸດ​ຕັ້ງ​ໜ້າ​ໜູນ​ຊ່ວຍ​ໃຫ້​ແກ່​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ​ໃນ​ປີ​ນີ້​ຄື ຈີນ​ເປີດ​ປະ​ຕູ, ການ​ເພີ່ມ​ຂຶ້ນ​ຂອງ​ແຂກ​ທ່ອງ​ທ່ຽວ​ຢູ່ ຫວຽດ​ນາມ, ກໍ່ໄດ້ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ຫວຽດ​ນາມ ກໍ່ມີ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ, ດ້ວຍ​ກຳ​ລັງ​ແຮງ​ຊົມ​ໃຊ້​ພາຍ​ໃນ​ປະ​ເທດ​ຢ່າງ​ແຮງ. ດັ່ງ​ນັ້ນ, ພວກ​ເຮົາ​ຖື​ວ່າ ຫວຽດ​ນາມ ຈະ​ສືບ​ຕໍ່​ມີ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ທີ່​ປະ​ທັບ​ໃຈ​ໃນ​ປີ​ນີ້ ເຖິງວ່າ​ອັດ​ຕາ​ການເຕີບ​ໂຕ GDP ໃນ​ປີ 2022 ຍັງຕ່ຳກວ່າ​ກຸ່ມ​ສູງ​ທີ່​ສຸດ​ຂອງ​ ອາ​ຊີ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.