ໂຄ​ສະ​ນາ​ເຜີຍ​ແຜ່​ວັດ​ທະ​ນະ​ທຳຫວຽດ ອອກ​ສູ່​ທົ່ວ 5 ທະ​ວີບ

20:00 | 17/02/2023

ເຖິງວ່າດຳລົງຊີວິດໃນສັງກາດດີຈີຕອນ ແລະ ເຊື່ອມໂຍງເຂົ້າກັບສາກົນດ້ວຍການດຳລົງຊີວິດທຳມາຫາກິນ ຍາມໃດກໍຕ້ອງໄວວາກໍ່ຕາມ ແຕ່ການອະນຸລັກຮັກສາວັດທະນະທຳ ລ້ວນແຕ່ໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ ຫວຽດນາມ ແລະ ປະຊາຊົນ ສືບທອດ, ເສີມຂະຫຍາຍເລື້ອຍໆມາ. ພິເສດແມ່ນບັນດາເພື່ອນໜຸ່ມ - ກະດູກສັນຫຼັງຂອງຊາດ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ - ຂົວຕໍ່, ທູດວັດທະນະທຳຂອງຊາດ, ເຂົາເຈົ້າຍາມໃດກໍມີຄວາມຫວັງ ແລະ ການກະທຳລະອຽດ ເພື່ອບໍ່ພຽງແຕ່ອະນຸລັກຮັກສາ, ເສີມຂະຫຍາຍວັດທະນະທຳເທົ່ານັ້ນ ຫາກຍັງແຜ່ກະຈາຍວັດທະນະທຳຫວຽດ ອອກສູ່ທົ່ວ 5 ທະວີບ ແລະ ເຊື່ອມໂຍງເຂົ້າກັບສາກົນ.

ເຊີດ​ຊູ​ສີ​ສັນ​ວັດ​ທະ​ນະ​ທຳຫວຽດ​ນາມ ຜ່ານ​ວັນ​ບຸນອາ​ຊີ 2022 ເຊີດ​ຊູ​ສີ​ສັນ​ວັດ​ທະ​ນະ​ທຳຫວຽດ​ນາມ ຜ່ານ​ວັນ​ບຸນອາ​ຊີ 2022
ວຽກງານໂຄສະນາ​ເຜີຍ​ແຜ່​ຊ່ວຍ​ໃຫ້​ປະຊາຊົນ​ຫວຽດນາມ - ລາວ ​ເຂົ້າ​ໃຈກ່ຽວກັບ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງສອງປະ​ເທດ ວຽກງານໂຄສະນາ​ເຜີຍ​ແຜ່​ຊ່ວຍ​ໃຫ້​ປະຊາຊົນ​ຫວຽດນາມ - ລາວ ​ເຂົ້າ​ໃຈກ່ຽວກັບ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງສອງປະ​ເທດ

ໂດຍຕັ້ງຢູ່ກາງຖະໜົນທີ່ເຕັມໄປດ້ວຍດອກໄມ້ Home Hanoi Xuan (ຖະໜົນດອກໄມ້ລະດູບານໃໝ່ ແລະ ງານຕະຫຼາດນັດ Happy Tet ເຊິ່ງຈັດຂຶ້ນໃນກາງເດືອນມັງກອນຜ່ານມາ ຢູ່ຮ່າໂນ້ຍ, ຮ້ານວາງສະແດງຜະລິດຕະພັນຫັດຖະກຳ Hoa Tien Brocade ໄດ້ດຶງດູດໄວໜຸ່ມ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມາຊົມເປັນຈຳນວນຫຼາຍ ດ້ວຍບັນດາຜະລິດຕະພັນຫັດຖະກຳທີ່ເປັນເອກະລັກຂອງຊົນເຜົ່າຜູ້ໄທ, ຊົນເຜົ່າມົ້ງ. ພິເສດ, ສຳລັບຜູ້ທີ່ມີຄວາມສົນໃຈເຖິງວັດທະນະທຳຄື ປ້າ ເຈິ່ນທູຢຸງ, ຊາວ ຫວຽດນາມ ອາໄສ ຢູ່ ຝລັ່ງ ຍິ່ງພາດບໍ່ໄດ້. ໂດຍນຸ່ງຊຸດເຊື້ອຍາວທີ່ເປັນມູນເຊື້ອ, ຫົວໃສ່ກຸບ, ປ້າຢຸງ ພວມເມົາມົວກັບການເຮັດທົດລອງ ແລະ ຊອກຮູ້ກ່ຽວກັບສິລະປະແຕ້ມລວດລາຍໃສ່ແຜ່ນແພດ້ວຍຂີ້ເຜິ້ງຂອງຊາວເຜົ່າມົ້ງ.

“ຂ້າພະເຈົ້າມັກວິຊາວິຈິດສິນທີ່ສຸດ. ຂ້າພະເຈົ້າ ມັກຈັດບັນດາງານວາງສະແດງພາບແຕ້ມຢູ່ ຝລັ່ງ ເພື່ອໃຫ້ວິສາຫະກິດ ຫວຽດນາມ ມາວາງສະແດງ. ຄືຜະລິດຕະພັນນີ້ເປັນຕົ້ນ, ຂ້າພະເຈົ້າກໍສາມາດນຳໄປຈັດເປັນງານວາງສະແດງໄດ້ ເພື່ອແລກປ່ຽນວັດທະນະທຳ ຫວຽດນາມ - ຝລັ່ງ, ຝລັ່ງ - ຫວຽດນາມ ແລະ ກັບບັນດາປະເທດ ເອີຣົບ”.

ໂດຍເປັນ ປອ ຜູ້ໜຶ່ງທີ່ເຄີຍໄປຮຽນຢູ່ຫຼາຍປະເທດ, ເຄີຍເປັນອາຈານ ແລະ ດຳລົງຊີວິດຢູ່ຝລັ່ງ ເປັນເວລາກວ່າ 30 ປີ, ເຖິງວ່າໄດ້ພັກບຳນານແລ້ວກໍຕາມ, ແຕ່ ປ້າ ເຈິ່ນທູຢຸງ ຍັງສືບຕໍ່ເຂົ້າຮ່ວມຄະນະ, ສະມາຄົມຕ່າງໆເພື່ອອະນຸລັກຮັກສາ, ແລກປ່ຽນ, ໂຄສະນາເຜີຍແຜ່ວັດທະນະທຳ ຫວຽດນາມ ກັບເພື່ອນມິດສາກົນ ເປັນຕົ້ນແມ່ນ ຄະນະພາສາຫວຽດ ອອນໄລ, ຄະນະຕິດຕໍ່ພົວພັນຊາວ ຫວຽດນາມ ອາໄສ ຢູ່ ເອີຣົບ, ສະມາຄົມແລກປ່ຽນວັດທະນະທຳ ຫວຽດນາມ - ຝລັ່ງ.... ສຳລັບປ້າແລ້ວ, ຫວຽດນາມແມ່ນປະເທດທີ່ມີພື້ນຖານວັດທະນະທຳທີ່ອຸດົມສົມບູນ ແລະ ຫຼາກຫຼາຍສີສັນ ຕ້ອງໄດ້ຮັບການອະນຸລັກຮັກສາ ແລະ ມີກຳລັງບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ.

“ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ໂລກ ຈະເບິ່ງ ຫວຽດນາມ ໃນມູມມອງໃໝ່. ຂ້າພະເຈົ້າຄິດວ່າ ມື້ໃດມື້ໜຶ່ງ, ຂ້າພະເຈົ້າຈະນຳເອົາຈຸດຄວາມງາມທາງດ້ານວັດທະນະທຳທັງໝົດຂອງ ຫວຽດນາມ ໄປວາງສະແດງຢູ່ ຝລັ່ງ, ເວລານັ້ນ ເຂົາເຈົ້າຈະເຫັນປະເທດ ຫວຽດນາມ ແບບແປກປະຫຼາດໃຈ, ປະເທດ ຫວຽດນາມ ທີ່ໜ້າຈັບອົກຈັບໃຈທີ່ສຸດ. ຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນ ແຕ່ຍັງຮັກສາໄດ້ຈຸດຄວາມງາມທີ່ເປັນເອກະລັກສະເພາະຂອງຕົນ. ຂ້າພະເຈົ້າຄິດວ່າ ນີ້ແມ່ນສິ່ງທີ່ຕ້ອງເຮັດ. ຂ້າພະເຈົ້າມີຄວາມຮັກມັກວັດທະນະທຳ ແລະ ຢາກນຳເອົາວັດທະນະທຳຂອງ ຫວຽດນາມ ອອກສູ່ໂລກ. ຂ້າພະເຈົ້າຢາກຈັດງານວາງສະແດງວັດທະນະທຳ 54 ຊົນເຜົ່າ ຫວຽດນາມ ຢູ່ປະເທດ ຝລັ່ງ”.

ໂຄ​ສະ​ນາ​ເຜີຍ​ແຜ່​ວັດ​ທະ​ນະ​ທຳຫວຽດ ອອກ​ສູ່​ທົ່ວ 5 ທະ​ວີບ
ປ້າຢຸງ ນັ່ງແບ່ງປັນກ່ຽວກັບໂອກາດ ແລະ ແຜນການຢາກນຳວັດທະນະທຳອອກສູ່ໂລກກັບເອື້ອຍນ້ອງ ຕິງ ແລະ ອວຽນ (ພາບ: VOV)

ຄຳແບ່ງປັນຂອງ ປ້າຢຸງ ກໍແມ່ນຄວາມຝັນຂອງຄົນລຸ້ນໜຸ່ມຫຼາຍຄົນທີ່ຢາກອະນຸລັກຮັກສາສີສັນຂອງຊາດໄວ້ ຄືດັ່ງເອື້ອຍນ້ອງ ເຊິ່ມທິອວຽນ ແລະ ເຊິ່ມທິຕິງ. ຍາມໃດເຂົາເຈົ້າກໍຫວັງວ່າ ຈະມີໂອກາດເພື່ອໂຄສະນາເຜີຍແຜ່ວັດທະນະທຳຂອງຊົນເຜົ່າຜູ້ໄທຂອງຕົນເວົ້າສະເພາະ ແລະ ຂອງຊາດ ຫວຽດນາມ ເວົ້າລວມສູ່ເພື່ອນມິດສາກົນ. ນາງ ເຊິ່ມທິຕິງ - ເຈົ້າຂອງສະຫະກອນ ແຜ່ນແພພື້ນເມືອງ Hoa Tien Brocade ກໍ່ຮູ້ສຶກດີໃຈ ເມື່ອໂອກາດທີ່ນາງລໍຄອຍແຕ່ໃດໆ ກໍມາເຖິງແລ້ວ.

“ໂດຍເກີດມາເປັນລູກຊົນເຜົ່າສ່ວນໜ້ອຍ ແລະ ມີຫຼາຍຮີດຄອງປະເພນີໄດ້ເຊື່ອມເລິກເຂົ້າສາຍເລືອດຂອງຂ້າພະເຈົ້າແລ້ວ, ຂ້າພະເຈົ້າຢາກຮັກສາບັນດາສິ່ງດັ່ງກ່າວໄວ້. ໃນອະນາຄົດ, ຂ້າພະເຈົ້າຢາກຮຽນຮູ້ ແລະ ຄົ້ນຫາວັດທະນະທຳຂອງເຜົ່າອື່ນ, ເຂດພາກອື່ນຕື່ມອີກ ແລະ ຖ້າຫາກວ່າໄດ້ຮຽນຮູ້, ແລກປ່ຽນວັດທະນະທຳກັບບັນດາປະເທດເພື່ອນມິດໃນໂລກນັ້ນ ກໍຈະແມ່ນສິ່ງທີ່ເປັນປະໂຫຍດຫຼາຍສຳລັບຂ້າພະເຈົ້າ. ນີ້ແມ່ນໂອກາດທີ່ດີສຳລັບພວກຂ້າພະເຈົ້າ. ພວກຂ້າພະເຈົ້າຢາກນຳເອົາຜະລິດຕະພັນຂອງຕົນໄປໂຄສະນາແນະນຳໃຫ້ເພື່ອນມິດສາກົນຮູ້ຈັກຫຼາຍຂຶ້ນ”.

ໃນໄລຍະຜ່ານມາ, ປ້າຢຸງ ໄດ້ຊ່ວຍເຫຼືອ ແລະ ສ້າງເງື່ອນໄຂສະດວກ ກໍຄືເປັນຂົວຕໍ່ໃຫ້ວິສາຫະກິດ, ນັກສິລະປະກອນ, ນັກແຕ້ມ ຫວຽດນາມ ຫຼາຍຄົນ ໄປວາງສະແດງ, ເຂົ້າຮ່ວມງານວາງສະແດງຕ່າງໆຢູ່ ຝລັ່ງ ແລະ ກົງກັນຂ້າມ. ກັບມາຕ້ອນຮັບບຸນເຕັດຢູ່ບ້ານເກີດເມືອງນອນ ພາຍຫຼັງໄລຍະເວລາ 34 ປີ, ປ້າຢຸງ ໄດ້ຕັດສິນໃຈ ຍາດເອົາເຄິ່ງໜຶ່ງຂອງໄລຍະເວລາສັ້ນໆພຽງ 7 ມື້ຢູ່ ຫວຽດນາມ ເພື່ອໄປຄົ້ນຫາວັດທະນະທຳຂອງບັນດາເຜົ່າດຳລົງຊີວິດຢູ່ ຮ່າຢາງ. ປ້າພວມມານະພະຍາຍາມປະຕິບັດແຜນການຈັດງານວາງສະແດງວັດທະນະທຳ 54 ຊົນເຜົ່າ ຫວຽດນາມ ຢູ່ ຝລັ່ງ ໃນໄລຍະຈະມາເຖິງ. ທຸກການກະທຳຂອງປ້າ ຢຸງ ແລະ ບັນດາເພື່ອນໜຸ່ມຄື ຕິງ ແລະ ອວຽນ ຈະມີການປະກອບສ່ວນບໍ່ໜ້ອຍເຂົ້າໃນການແຜ່ກະຈາຍວັດທະນະທຳ ຫວຽດນາມ ອອກສູ່ທົ່ວ 5 ທະວີບ./.

​vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.